ເຄືອປະດົງຂໍ / Dalbergia Tree

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dalbergia rimosa Roxb. / Fabaceae
ຊື່ພ້ອງ
Amerimnon rimosum (Roxb.) Kuntze
Dalbergia mengsuoensis Y.Y. Qian
Dalbergia rimosa var. rimosa
ຊື່ອື່ນ
Thai: ກະພີ້ເຄືອ
Eng: Dalbergia Tree
ບັນຍາຍລັກສະນະພືດສາດ

ເຄືອປະດົງຂໍ ຈັດເປັນພັນໄມ້ເຄືອເນື້ອແຂງຂະໜາດໃຫຍ່ ພາດພັນໄປຕາມຕົ້ນໄມ້ໃຫຍ່ໄປໄດ້ໄກ, ລໍາຕົ້ນເປັນສີເທົາ ຫຼື ສີຂາວ, ຕາມກິ່ງອ່ອນ ແລະ ຍອດອ່ອນມີຂົນເລັກນ້ອຍ, ສ່ວນກິ່ງແກ່ຈະກ້ຽງ. ໃບປະກອບແບບຂົນນົກປາຍຄີ່, ອອກລຽງສະຫຼັບ, ຍາວ 9-15 ຊມ, ໃບຍ່ອຍມີ 5-9 ໃບ ລຽງສະຫຼັບ, ລັກສະນະຂອງໃບຍ່ອຍເປັນຮູບໄຂ່ກັບ ຫຼື ຮູບຣີແກມຂອບຂະໜານ, ປາຍມົນ, ໃບມີຂະໜາດກວ້າງ 2-3 ຊມ ແລະ ຍາວ 3.5-6.5 ຊມ. ດອກອອກເປັນຊໍ່ແຍກສັ້ນໆຢູ່ປາຍກິ່ງ ຍາວ 5-10 ຊມ, ດອກມີຂະໜາດນ້ອຍເປັນສີຂາວ ມີຈໍານວນຫຼາຍ, ລັກສະນະເປັນຮູບດອກຖົ່ວ, ກີບດອກມີ 5 ກີບ ສີຂາວ, ກາບດອກມີ 5 ກີບ, ໂຄນກີບລ້ຽງເຊື່ອມຕິດກັນ ເປັນຫຼອດສັ້ນໆ. ອອກໝາກເປັນຝັກແປ ລັກສະນະຂອງຝັກເປັນຮູບຂອບຂະໜານ, ປາຍຝັກແຫຼມ ຫຼື ມົນ ມີຂະໜາດກວ້າງ 1.4-2 ຊມ ແລະ ຍາວ 3.5-7 ຊມ, ຝັກເມື່ອແຫ້ງຈະບໍ່ແຕ່ ພາຍໃນມີແກ່ນ 1-2 ແກ່ນ, ມີແກ່ນເປັນສີນໍ້າຕານ.

ບັນຍາຍການນຳໃຊ້

ປະໂຫຍດ: ເນື້ອໄມ້ໃຊ້ເຮັດເຄື່ອງໃຊ້ສອຍ ແລະ ເຄື່ອງຈັກສານ
ສັບພະຄຸນ: ລໍາຕົ້ນໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ພິດສໍາແດງ.

ການປະກອບສ່ວນ