ຕົ້ນຄໍແລນພູ / Kho Len Phou

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Casearia grewiifolia Vent / Salicaceae
ຊື່ພ້ອງ
Casearia agusanensis Elmer
Casearia confertiflora Merr.
Casearia contermina Miq.
Casearia kerrii Craib
Casearia microdon Miq.
Casearia oblonga Craib
Casearia sogerensis Baker f.
Casearia subcuneata Miq.
Casearia variabilis Blume
ຊື່ອື່ນ
Thai: ຕົ້ນກຣວຍປ່າ
ບັນຍາຍລັກສະນະພືດສາດ

ຕົ້ນຄໍແລນພູຈັດເປັນໄມ້ຢືນຕົ້ນ, ມີຄວາມສູງ 5-15 ມ, ຮູບຊົງໂປ່ງ, ອອກກິ່ງຕັ້ງສາກກັບລໍາຕົ້ນ, ເປືອກລໍາຕົ້ນຂ້ອນຂ້າງລຽບເປັນສີເທົາ, ສີນໍ້າຕານອ່ອນ ຫຼື ສີນໍ້າຕານເຂັ້ມແຕກເປັນເກັດນ້ອຍໆ, ເນື້ອໄມ້ເປັນສີນໍ້າຕານອ່ອນ, ເກືອບຂາວ. ໃບດ່ຽວອອກລຽງສະຫຼັບ, ລັກສະນະຂອງໃບເປັນຮູບຣີຍາວ ຫຼື ຮູບໄຂ່ແກມຂອບຂະໜານ, ປາຍໃບແຫຼມ, ແຜ່ນໃບມີຂະໜາດກວ້າງປະມານ 3-6 ຊມ ແລະ ຍາວປະມານ 8-13 ຊມ, ເນື້ອໃບໜາ, ແຜ່ນໃບລຽບ. ອອກດອກເປັນກະຈຸກ, ກະຈຸກລະ 2-8 ດອກ, ໂດຍຈະອອກຕາມງ່າມໃບທີ່ລົ້ນໄປແລ້ວ, ກ້ານດອກຍາວ 5-6 ມມ, ດອກເປັນດອກແບບສົມບູນເພດມີສີຂາວ ຫຼື ສີເຫຼືອງແກມຂຽວ, ໃບປະດັບມີຈໍານວນຫຼາຍ, ມີຂົນສັ້ນ, ບໍ່ມີກີບດອກ, ມີແຕ່ກີບລ້ຽງຂະໜາດນ້ອຍມີ 5 ກີບ ເປັນສີຂຽວ, ດ້ານນອກມີຂົນແໜ້ນ, ສ່ວນດ້ານໃນກ້ຽງ, ດອກມີເກສອນຜູ້ຈໍານວນ 8-10 ອັນ. ໝາກແບບມີເນື້ອ ເມື່ອແຫ້ງຈະແຕກອອກ, ລັກສະນະເປັນຮູບຊົງກົມຮີ ຫຼື ຮູບໄຂ່ ມີຂະໜາດກວ້າງປະມານ 1.5-2 ຊມ ແລະ ຍາວປະມານ 2.5-5 ຊມ, ຜິວໝາກມັນລຽບ, ເປືອກໜາ, ເມື່ອສຸກຈະມີສີເຫຼືອງ ແລະ ແຕກອ້າອອກເປັນ 3 ຊີກ. ພາຍໃນໝາກຈະມີແກ່ນຈໍານວນຫຼາຍ, ເນື້ອຫຸ່ມແກ່ນເປັນສີແດງສົດ, ແກ່ນມີລັກສະນະເປັນຫຼ່ຽມ, ຍາວ 1 ຊມ.

ບັນຍາຍການນຳໃຊ້

ປະໂຫຍດ: 
-  ນໍ້າມັນຈາກແກ່ນໃຊ້ເປັນຢາເບື່ອປາ.
-  ເນື້ອໄມ້ໃຊ້ເຮັດເຄື່ອງຈັກສານ, ເຄື່ອງໃຊ້ສອຍ ແລະ ເຟີນິເຈີ.
ສັບພະຄຸນ:
-  ເປືອກມີລົດເມົາຂື່ນໃຊ້ເປັນຢາບໍາລຸງທາດ, ບໍາລຸງກໍາລັງ, ບໍາລຸງໂລຫິດ, ເປັນຢາຄຸມທາດ, ສ່ວນຮາກກໍ່ມີສັບພະຄຸນເປັນຢາບໍາລຸງທາດຄືກັນກັບເປືອກ.
-  ໝາກໃຊ້ເປັນຢາຟອກໂລຫິດ.
-  ດອກໃຊ້ເປັນຢາແກ້ໄຂ.
-  ຮາກ ແລະ ແກ່ນໃຊ້ເປັນຢາແກ້ລິດສີດວງທະວານ.
-  ຮາກໃຊ້ເປັນຢາບໍາລຸງຕັບ, ແກ້ຕັບພິການ (ຄວາມຜິດປົກກະຕິຂອງຕັບ).
-  ໃບ ແລະ ດອກໃຊ້ເປັນຢາແກ້ພິດທີ່ເກີດຈາກການຕິດເຊື້ອ.

ການປະກອບສ່ວນ