ຕົ້ນຄໍແລນພູ / Kho Len Phou
APA 6th ed. ຕົ້ນຄໍແລນພູ / Kho Len Phou. (2019, July 2). Retrieved from https://www.phakhaolao.la/kb/0000597
MLA 8th ed. ຕົ້ນຄໍແລນພູ / Kho Len Phou. Pha Khao Lao, 2 July 2019, https://www.phakhaolao.la/kb/0000597.
Chicago 17th ed. Pha Khao Lao. 2019. "ຕົ້ນຄໍແລນພູ / Kho Len Phou." Published July 2, 2019. https://www.phakhaolao.la/kb/0000597.
Casearia confertiflora Merr.
Casearia contermina Miq.
Casearia kerrii Craib
Casearia microdon Miq.
Casearia oblonga Craib
Casearia sogerensis Baker f.
Casearia subcuneata Miq.
Casearia variabilis Blume
ຕົ້ນຄໍແລນພູຈັດເປັນໄມ້ຢືນຕົ້ນ, ມີຄວາມສູງ 5-15 ມ, ຮູບຊົງໂປ່ງ, ອອກກິ່ງຕັ້ງສາກກັບລໍາຕົ້ນ, ເປືອກລໍາຕົ້ນຂ້ອນຂ້າງລຽບເປັນສີເທົາ, ສີນໍ້າຕານອ່ອນ ຫຼື ສີນໍ້າຕານເຂັ້ມແຕກເປັນເກັດນ້ອຍໆ, ເນື້ອໄມ້ເປັນສີນໍ້າຕານອ່ອນ, ເກືອບຂາວ. ໃບດ່ຽວອອກລຽງສະຫຼັບ, ລັກສະນະຂອງໃບເປັນຮູບຣີຍາວ ຫຼື ຮູບໄຂ່ແກມຂອບຂະໜານ, ປາຍໃບແຫຼມ, ແຜ່ນໃບມີຂະໜາດກວ້າງປະມານ 3-6 ຊມ ແລະ ຍາວປະມານ 8-13 ຊມ, ເນື້ອໃບໜາ, ແຜ່ນໃບລຽບ. ອອກດອກເປັນກະຈຸກ, ກະຈຸກລະ 2-8 ດອກ, ໂດຍຈະອອກຕາມງ່າມໃບທີ່ລົ້ນໄປແລ້ວ, ກ້ານດອກຍາວ 5-6 ມມ, ດອກເປັນດອກແບບສົມບູນເພດມີສີຂາວ ຫຼື ສີເຫຼືອງແກມຂຽວ, ໃບປະດັບມີຈໍານວນຫຼາຍ, ມີຂົນສັ້ນ, ບໍ່ມີກີບດອກ, ມີແຕ່ກີບລ້ຽງຂະໜາດນ້ອຍມີ 5 ກີບ ເປັນສີຂຽວ, ດ້ານນອກມີຂົນແໜ້ນ, ສ່ວນດ້ານໃນກ້ຽງ, ດອກມີເກສອນຜູ້ຈໍານວນ 8-10 ອັນ. ໝາກແບບມີເນື້ອ ເມື່ອແຫ້ງຈະແຕກອອກ, ລັກສະນະເປັນຮູບຊົງກົມຮີ ຫຼື ຮູບໄຂ່ ມີຂະໜາດກວ້າງປະມານ 1.5-2 ຊມ ແລະ ຍາວປະມານ 2.5-5 ຊມ, ຜິວໝາກມັນລຽບ, ເປືອກໜາ, ເມື່ອສຸກຈະມີສີເຫຼືອງ ແລະ ແຕກອ້າອອກເປັນ 3 ຊີກ. ພາຍໃນໝາກຈະມີແກ່ນຈໍານວນຫຼາຍ, ເນື້ອຫຸ່ມແກ່ນເປັນສີແດງສົດ, ແກ່ນມີລັກສະນະເປັນຫຼ່ຽມ, ຍາວ 1 ຊມ.
ປະໂຫຍດ:
- ນໍ້າມັນຈາກແກ່ນໃຊ້ເປັນຢາເບື່ອປາ.
- ເນື້ອໄມ້ໃຊ້ເຮັດເຄື່ອງຈັກສານ, ເຄື່ອງໃຊ້ສອຍ ແລະ ເຟີນິເຈີ.
ສັບພະຄຸນ:
- ເປືອກມີລົດເມົາຂື່ນໃຊ້ເປັນຢາບໍາລຸງທາດ, ບໍາລຸງກໍາລັງ, ບໍາລຸງໂລຫິດ, ເປັນຢາຄຸມທາດ, ສ່ວນຮາກກໍ່ມີສັບພະຄຸນເປັນຢາບໍາລຸງທາດຄືກັນກັບເປືອກ.
- ໝາກໃຊ້ເປັນຢາຟອກໂລຫິດ.
- ດອກໃຊ້ເປັນຢາແກ້ໄຂ.
- ຮາກ ແລະ ແກ່ນໃຊ້ເປັນຢາແກ້ລິດສີດວງທະວານ.
- ຮາກໃຊ້ເປັນຢາບໍາລຸງຕັບ, ແກ້ຕັບພິການ (ຄວາມຜິດປົກກະຕິຂອງຕັບ).
- ໃບ ແລະ ດອກໃຊ້ເປັນຢາແກ້ພິດທີ່ເກີດຈາກການຕິດເຊື້ອ.