ແມງຊອນສີນໍ້າຕານອົມສົ້ມ / Tawny mole cricket
APA 6th ed. ແມງຊອນສີນໍ້າຕານອົມສົ້ມ / Tawny mole cricket. (2019, December 5). Retrieved from https://www.phakhaolao.la/kb/0000585
MLA 8th ed. ແມງຊອນສີນໍ້າຕານອົມສົ້ມ / Tawny mole cricket. Pha Khao Lao, 5 December 2019, https://www.phakhaolao.la/kb/0000585.
Chicago 17th ed. Pha Khao Lao. 2019. "ແມງຊອນສີນໍ້າຕານອົມສົ້ມ / Tawny mole cricket." Published December 5, 2019. https://www.phakhaolao.la/kb/0000585.
Scapteriscus vicinus (Scudder, 1869
ລັກສະນະທົ່ວໄປ: ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍໃຫຍ່ ຮູບຮ່າງເປັນແບບທໍ່ກົມຍາວ (ຂະໜາດຮ່າງກາຍປະມານ 29-33 ມມ). ຮ່າງກາຍເປັນສີນໍ້າຕານເຫຼືອງອ່ອນ, ພາກສ່ວນເອິກທາງດ້ານເທິງເປັນສີດໍາ, ຂາຄູ່ໜ້າເປັນຂາແບບຄັວດ, ປີກທັງສອງຄູ່ຍາວ ປີກຄູ່ຫຼັງຍາວກວ່າປີກຄູ່ໜ້າ, ປີກບ່ອນຜະລິດສຽງໃກ້ກັບຖານຂອງກົກປີກ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ(Filiform), ລັກສະນະປາກ: ແບບກັດກິນ(Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ແລະ ຄູ່ຫຼັງເປັນແຜນບາງໃສ(Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ໜ້າຈະມີຂະໜາດໃຫຍ່ເປັນຂາແບບຄັວດ(Digging leg), ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ສັ້ນ ແລະ ມີໜາມແຂງ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວຂ້ອນຂ້າງໃຫຍ່ (Ocelli). ແຫຼ່ງທີ່ພົບແມງຊອນ: ສາມາດພົບໄດ້ທົ່ວໄປຕາມດິນຕົມຕາມທົ່ງນາ, ຕາມແຄມແມ່ນໍ້າ, ຕາມກ້ອງຊາກເສດຕ່າງໆ. ອາຫານຂອງແມງຊອນ: ກິນໃບພືດ ແລະ ສັດເປັນອາຫານ(Omnivores)
ແມງຊອນສີນໍ້າຕານອົມສົ້ມ ເປັນແມງໄມ້ຊະນິດໜຶ່ງທີ່ປະຊາຊົນເຮົາສ່ວນຫຼາຍນິຍົມນໍາມາກິນເປັນອາຫານ ຄືກັນກັບແມງຊອນອັບຟຮິກາ ແລະ ແມງຊອນປີກສັ້ນ, ລາຄາຂາຍຕາມທ້ອງຕະຫຼາດ 35,000-50,000 ກີບ/ກິໂລກຼາມ.
ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຊອນສີນໍ້າຕານອົມສົ້ມກໍ່ຄ້າຍຄືກັບແມງຊອນຊະນິດຕ່າງໆ ໂດຍອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ ຊຶ່ງຊວງໄລຍະເວລາຂອງການສືບພັນຈະຢູ່ໃນລະຫວ່າງເດືອນ ເມສາ-ພຶດສະພາ ຊຶ່ງການປະສົມພັນຂອງແມງຊອນຊະນິດນີ້ແມ່ນໃຊ້ປີກຖູກັນໃຫ້ເກີດເປັນສຽງປະມານ 130 ຄັ້ງ/2 ວິນາທີ. ເພື່ອການກ້ຽວພາລາສີກ່ອນການປະສົມພັນ ແລະ ຈຸດພິເສດຂອງແມງຊອນຊະນິດນີ້ຈະຮ້ອງປະມານ 90 ນາທີ ຫຼັງຈາກຕາເວັນຕົກດິນ ແລະ ໄຂ່ທີ່ໄດ້ຮັບການປະສົມພັນແລ້ວຈະແຕກເປັນໂຕອ່ອນໃນລະຫວ່າງເດືອນ ສິງຫາ-ກັນຍາ.
ໄລຍະໄຂ່ (Eggs): ແມງຊອນຕົວແມ່ 1 ຕົວ ຈະວາງໄຂ່ປະມານ 60-100 ໜ່ວຍ, ກວ້າງປະມານ 2-3 ມມ, ຍາວປະມານ 1-1,7 ມມ. ໄຂ່ມີລັກສະນະສີຂີ້ເທົ່າຫາສີນໍ້າຕານຂຸ້ນ, ຮູບຮ່າງຂອງໄຂ່ຈະມີ 2 ລັກສະນະຄື: ເປັນຮູບໄຂ່ ແລະ ເປັນແບບແກ່ນໜາກຖົ່ວ. ສຳລັບການວາງໄຂ່ຂອງແມງຊອນແມ່ນຈະເຈາະຮູລົງພື້ນດິນເປັນຮູໆ ທີ່ມີຄວາມເລິກຫາງຈາກໜ້າດິນປະມານ 5-30 ຊມ. ຊ່ວງໄລຍະເວລາທີ່ເປັນໄຂ່ຈະໃຊ້ເວລາປະມານ 10-40 ມື້ ຈຶ່ງແຕກມາເປັນໂຕອ່ອນ.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນທີ່ແຕກອອກມາຈາກໄຂ່ໃໝ່ຈະເປັນສີຂາວອ່ອນ ແລະ ຮ່າງກາຍຈະກ່າຍມາເປັນສີດຳພາຍໃນ 24 ຊົ່ວໂມງ. ໄລຍະທີ່ເປັນຕົວອ່ອນນີ້ຈະເຈາະຮູລົງດິນຫ່າງຈາກໜ້າດິນປະມານ 20-25 ຊມ. ແຕ່ຈະຂຶ້ນກັບສະພາບຂອງອາກາດ (ຮ້ອນ, ເຢັນ, ຄວາມອ່ອນ ແລະ ແຂງຂອງດິນ). ການລອກຄາບຂອງແມງຊອນຈາກຕົວອ່ອນມາເປັນຕົວເຕັມໄວປະມານ 8-10 ຄັ້ງ.
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍໃຫຍ່ ຮູບຮ່າງເປັນແບບທໍ່ກົມຍາວ (ຂະໜາດຮ່າງກາຍປະມານ 29-33 ມມ). ຮ່າງກາຍເປັນສີນໍ້າຕານເຫຼືອງອ່ອນ, ພາກສ່ວນເອິກທາງດ້ານເທິງເປັນສີດໍາ, ຂາຄູ່ໜ້າເປັນຂາແບບຄັວດ, ປີກທັງສອງຄູ່ຍາວ ປີກຄູ່ຫຼັງຍາວກວ່າປີກຄູ່ໜ້າ, ປີກບ່ອນຜະລິດສຽງໃກ້ກັບຖານຂອງກົກປີກ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ.