ແມງຈັກຈັນ / Cicada
APA 6th ed. ແມງຈັກຈັນ / Cicada. (2020, March 11). Retrieved from https://www.phakhaolao.la/kb/0000583
MLA 8th ed. ແມງຈັກຈັນ / Cicada. Pha Khao Lao, 11 March 2020, https://www.phakhaolao.la/kb/0000583.
Chicago 17th ed. Pha Khao Lao. 2020. "ແມງຈັກຈັນ / Cicada." Published March 11, 2020. https://www.phakhaolao.la/kb/0000583.
Dundubia intenerata Beamer, 1929
Dundubia intermerata Sanborn, 2013
Dundubia mellea Distant, 1889
Dundubia rufivena rufivena
Fidicina confinis Walker, F., 1870
Pomponia intemerata
ລັກສະນະທົ່ວໄປ: ແມງຈັກຈັນ ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍຍາວປະມານ 3-4 ຊມ. ຮ່າງກາຍເປັນສີນໍ້າຕານອ່ອນຫາສີນ້າຕານເຂັມ, ປີກ 2 ຄູ່. ປາກເປັນທໍ່ງວງ, ໂຕແມ່ປາຍກົນຈະແຫຼມ ແຕ່ສ່ວນໂຕຜູ້ປາຍກົນຈະກົມ. ໂຕຜູ້ຈະມີແຜ່ນແບບລິນປີ້ຢູ່ພື້ນທ້ອງທີ່ໃຊ້ຜະລິດສຽງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນຂົນ (setaceous), ລັກສະນະປາກ: ແບບເຈາະດູດ ( piercing-sucking type), ລັກສະນະປີກ: ເນື້ອປີກມີເປັນແບບ (tegmina) ຄ້າຍກັບແຜ່ນໜັງບາງໆແຕ່ໜຽວເປັນແຜ່ນດຽວ ແລະ ປີກຄູ່ຫຼັງບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່, ເປັນແບບໄຕຄານ (walking legs).
ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດຽວ 3 ໜ່ວຍຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຈັກຈັນ: ສາມາດພົບໄດ້ທົ່ວໄປຕາມຕົ້ນໄມ້, ແຄມໜອງນໍ້າ, ແຄມບຶງ ແລະ ແຄມຫ້ວຍນໍ້າ. ອາຫານຂອງແມງຈັກຈັນ: ດູດກິນນໍ້າຈາກພືດ ຫຼື ນໍ້າຕາມແຄມແມ່ນໍ້າ.
ປະຊາຊົນລາວນິຍົມນໍ້າມາເປັນອາຫານ, ນໍາມາເປັນອາຫານສັດລ້ຽງ, ເປັນສິນຄ້າ. ລາຄາຂາຍຕາມທ້ອງຕະຫຼາດປະມານ 20,000-50,000 ກີບ/ກິໂລກຼາມ.
ການສືບພັນ (Reproductive): ການສືບພັນ ແລະ ວົງຈອນຊີວິດຂອງແມງຈັກຈັ່ນ ໂດຍອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ເຊິ່ງໄລຍະເວລາຂອງການສືບພັນຈະຢູ່ໃນລະຫວ່າງເດືອນ ກຸມພາ-ພຶດສະພາ.
ໄລຍະໄຂ່ (Eggs): ແມງຈັກຈັນຕົວແມ່ 1 ຕົວ ຈະວາງໄຂ່ປະມານ 50-100 ໜ່ວຍ, ໄຂ່ມີລັກສະນະເປັນໜ່ວຍກົມຍາວຄ້າຍເມັ້ດເຂົ້າສານສີເຫຼືອງອ່ອນ, ພວກມັນຈະວ່າງໄຂ່ໄວ້ຕາມພື້ນດິນ ເລິກປະມານ 1-2 ຊມ, ໜ່ວຍໄຂ່ຈະມີຂະໜາດລວງຍາວ 2-4 ມມ.
ໄລຍະເປັນໂຕດັກແດ້ (Larva): ລັກສະນະຂອງໂຕອ່ອນທີ່ເປັນດັກແດ້ຈະບໍ່ຄືພໍ່ແມ່ ໄລຍະນີ້ຈະຂຸດຮູຢູ່ໃນດິນ. ໄລຍະນີ້ຂາຄູ່ໜ້າຈະມີຂະໜາດໃຫຍ່ກວ່າຂາຄູ່ອື່ນໆ ທາງປາຍສຸດຂອງຂາຈະເປັນເລັບແບບຕະຂໍ ໄວ້ສຳລັບຂຸດດິນ. ຈາກນັ້ນຈຶ່ງມີການລອກຄາບຈາກໂຕດັກແດ້ມາເປັນໂຕເຕັມໄວ.
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍຍາວປະມານ 3-4 ຊມ. ຮ່າງກາຍເປັນສີນໍ້າຕານອ່ອນຫາສີນ້າຕານເຂັມ, ປີກ 2 ຄູ່. ປາກເປັນທໍ່ງວງ, ໂຕແມ່ປາຍກົນຈະແຫຼມ ແຕ່ສ່ວນໂຕຜູ້ປາຍກົນຈະກົມ. ໂຕຜູ້ຈະມີແຜ່ນແບບລິນປີ້ຢູ່ພື້ນທ້ອງທີ່ໃຊ້ຜະລິດສຽງ.