ແມງຂີ້ຄັງ / Lac

ຊະນິດຮ່ວມ
ການນຳໃຊ້
ສີນຄ້າ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Laccifer lacca Cockerell, 1924 / Kerridae
ຊື່ພ້ອງ
Coccus lacca Kerr, 1782
Coccus ficus Fabricius, 1787
Chermes lacca Roxburgh, 1791
Carteria lacca Signoret, 1874
Lakshadia indica Mahdihassan, 1923
Tachardia lacca Chamberlin, 1923
Laccifer lacca Cockerell, 1924
ຊື່ອື່ນ
ແມງຄັງ
Thai: ครั่ง
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຂີ້ຄັງ ຫຼື ແມງຄັງ ຮ່າງກາຍຂະໜາດ 10 ມມ. ແມງຂີ້ຄັງໂຕຜູ້ຈະມີຮ່າງກາຍສອງແບບຄື: ໂຕຜູ້ມີປີກ ແລະ ໂຕຜູ້ບໍ່ມີປີກ. ປີກເປັນແຜ່ນໄສ (membrane). ສາມາດພົບໄດ້ທົ່ວໄປໃນ ສປປລາວ. ຮ່າງກາຍຂອງແມງຂີ້ຄັງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ເປັນແບບ (Setaceous). ລັກສະນະປາກ: ແບບເຈາະດູດ (Piercing-sucking type), ລັກສະນະປີກ: ເນື້ອປີກເປັນແຜ່ນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ປາຍສຸດຂອງຂາຈະມີເລັບເປັນຕະຂໍ ສອງແຊກ. ລັກສະນະຕາ: ຕາລວມ (Compound eyes). ແຫຼ່ງທີ່ພົບແມງຄັງ: ສາມາດພົບທົ່ວໄປຕາມຕົ້ນໄມ້, ກິ່ງໄມ້. ອາຫານຂອງແມງຄັງ: ເຈາະກິນນໍ້າ ຫຼື ຢາງ ຈາກຕົ້ນໄມ້.

ບັນຍາຍການນຳໃຊ້

ປະຊາຊົນລາວບັນດາເຜົ່ານິຍົມນໍາມາລ້ຽງເປັນແມງໄມ້ເສດຖະກິດເພື່ອຂາຍຢາງທີແມງຂີ້ຄັງຜະລິດຂຶ້ນມາ.

ການສຶບພັນ ແລະ ວົງຈອນຊີວິດ

-

ການປະກອບສ່ວນ