ແມງຂີ້ຄັງ / Lac
APA 6th ed. ແມງຂີ້ຄັງ / Lac. (2021, December 21). Retrieved from https://www.phakhaolao.la/kb/0000582
MLA 8th ed. ແມງຂີ້ຄັງ / Lac. Pha Khao Lao, 21 December 2021, https://www.phakhaolao.la/kb/0000582.
Chicago 17th ed. Pha Khao Lao. 2021. "ແມງຂີ້ຄັງ / Lac." Published December 21, 2021. https://www.phakhaolao.la/kb/0000582.
Coccus ficus Fabricius, 1787
Chermes lacca Roxburgh, 1791
Carteria lacca Signoret, 1874
Lakshadia indica Mahdihassan, 1923
Tachardia lacca Chamberlin, 1923
Laccifer lacca Cockerell, 1924
Thai: ครั่ง
ລັກສະນະທົ່ວໄປ: ແມງຂີ້ຄັງ ຫຼື ແມງຄັງ ຮ່າງກາຍຂະໜາດ 10 ມມ. ແມງຂີ້ຄັງໂຕຜູ້ຈະມີຮ່າງກາຍສອງແບບຄື: ໂຕຜູ້ມີປີກ ແລະ ໂຕຜູ້ບໍ່ມີປີກ. ປີກເປັນແຜ່ນໄສ (membrane). ສາມາດພົບໄດ້ທົ່ວໄປໃນ ສປປລາວ. ຮ່າງກາຍຂອງແມງຂີ້ຄັງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ເປັນແບບ (Setaceous). ລັກສະນະປາກ: ແບບເຈາະດູດ (Piercing-sucking type), ລັກສະນະປີກ: ເນື້ອປີກເປັນແຜ່ນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ປາຍສຸດຂອງຂາຈະມີເລັບເປັນຕະຂໍ ສອງແຊກ. ລັກສະນະຕາ: ຕາລວມ (Compound eyes). ແຫຼ່ງທີ່ພົບແມງຄັງ: ສາມາດພົບທົ່ວໄປຕາມຕົ້ນໄມ້, ກິ່ງໄມ້. ອາຫານຂອງແມງຄັງ: ເຈາະກິນນໍ້າ ຫຼື ຢາງ ຈາກຕົ້ນໄມ້.
ປະຊາຊົນລາວບັນດາເຜົ່ານິຍົມນໍາມາລ້ຽງເປັນແມງໄມ້ເສດຖະກິດເພື່ອຂາຍຢາງທີແມງຂີ້ຄັງຜະລິດຂຶ້ນມາ.
-