ແມງຄາມ 5 ເຂົາ / Yellow Five-horned Beetle

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Eupatorus gracilicornis Arrow, 1908 / Scarabaeidae
ຊື່ພ້ອງ
ຊື່ອື່ນ
ແມງກວ່າງ 5 ເຂົາ
Thai:ด้วงกว่างซางเหนือ, กว่างห้าเขา
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຄາມ 5 ເຂົາ ຫຼື ແມງກວ່າງ 5 ເຂົາໂຕຜູ້ມີຮ່າງກາຍຂະໜາດນ້ອຍກ່ວາໂຕແມ່ (ໂຕຜູ້ຂະໜາດ 48-60 ມມ ແລະ ໂຕແມ່ຂະໜາດ 53-90 ມມ) ໂຕຜູ້ມີເຂົາຂະໜາດໃຫຍ່ຍືນໄປຫາໜ້າຂອງສ່ວນຫົວ ໂຄ້ງມາທາງດ້ານຫຼັງໜ່ອຍໜຶ່ງ ສັນຫຼັງເອິກປ້ອງທຳອິດເປັນສີດຳ. ມີເຂົາອີກສອງຄູ່ຢູ່ທັງສອງຂ້າງຂອງຫົວ. ສີຂອງລໍາໂຕທາງດ້ານຫົວເປັນສີດຳເຫຼືອມ ສ່ວນກົກປີກເປັນຮູບສາມຫຼ່ຽມດຳ ແລະ ມີຮອຍສີດຳເປັນຈຸດໆຈຳນວນຫຼາຍ. ປີກເປັນສີນໍ້າຕານອ່ອນປົນເຫຼືອງ ຍົກເວັນສີດຳຢູ່ເຄິ່ງຂອງກາງປີກ ແລະ ຂີດສີດຳຢູ່ຂອບປີກດ້ານນອກ. ສ່ວນໂຕແມ່ບໍ່ມີເຂົາ ສີຄ້າຍກັບໂຕຜູ້, ສັນຫຼັງເອິກມີຮ່ອງຮອຍແກະສະລັກ ຮ່ອຍມະລູດຕູດຕີດຢູ່ດ້ານຂ້າງ ແລະ ດ້ານໜ້າ. ປີກຄູ່ທໍາອິດໜາແຂງ ເປັນສີເຫຼືອມ (elytra) ແລະ ຄູ່ຫຼັງ ເປັນແຜ່ນໄສ (membrane). ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບ(Lamellate) ລັກສະນະຄ້າຍໃບໄມ້ຊ້ອນກັນ, ດ້ານປາຍໜວດມີລັກສະນະແປທາງດ້ານຂ້າງ ແລະ ຕິດລຽນກັນ. ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (elytra) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ປາຍສຸດຂອງຂາຈະມີເລັບເປັນຕະຂໍ ສອງແຊກ.  ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່. ແຫຼ່ງທີ່ພົບແມງຄາມ 5 ເຂົາ: ສາມາດພົບທົ່ວໄປຕາມພື້ນດິນ, ຕາມຕໍໄມ້ ຫຼື ຕົ້ນໄມ້ໂດກ. ອາຫານຂອງແມງຄາມ 5 ເຂົາ: ໂຕອ່ອນ(ດ້ວງ) ກິນຊາກພືດ ແລະ ຊາກສັດ. ໂຕເຕັມໄວກິນຢາງໄມ້ຕາມເປືອກໄມ້ ແລະ ອອກຫາກິນໃນເວລາກາງຄືນ.

ບັນຍາຍການນຳໃຊ້

ສາມາດພົບໄດ້ທົ່ວໄປທາງພາກເໜືອຂອງ ສປປ ລາວ. ທີ່ປະຊາຊົນລາວບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ສັດລ້ຽງສວຍງາມ, ລ້ຽງເພື່ອການກິລາ, ນໍາມາເປັນອາຫານຂອງສັດ. ລາຄາຂາຍແມງຄາມຕາມທ້ອງຕະຫຼາດ 25,000-50,000 ກີບ/ກິໂລກຣາມ.ແຕ່ບາງໂຕທີສວຍງາມ, ໃຫຍ່, ເກັ່ງ ລາຄາຂາຍ 50,000-250,000 ກີບ/ໂຕ ຫຼື ຫຼາຍກວ່ານີ້.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ(Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຈັກຈົງອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. 
ໄລຍະໄຂ່(Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 50-100 ໜ່ວຍ. ໄຂ່ເປັນໜ່ວຍກົມ. ການວາງໄຂ່ເປັນໜ່ວຍໆຕາມພື້ນດິນ. ໄຂ່ມີລັກສະນະເປັນໜ່ວຍກົມສີຂາວອ່ອນ-ຂາວຂຸ້ນໄສ. 
ໄລຍະເປັນໂຕດ້ວງ (Larva): ລັກສະນະຂອງໂຕດ້ວງບໍ່ມີປີກ, ລໍາໂຕຂົດເປັນຮູບໂຕຊີ (C), ຮ່າງກ່າຍມີຂົນ, ລໍາໂຕເປັນສີຂາວຂຸ້ນ, ຫົວເປັນກາບແຂງຂະໜາດໃຫຍ່ທີ່ເອີ່ນວ່າ: ຫົວກະໂລກ, ມີແກ້ວກ້າມຂະໜາດໃຫຍ່, ມີປ້ອງລໍາໂຕ 8 ປ້ອງ ແຕ່ລະປ້ອງມີຮູຫາຍໃຈປ້ອງລະ 1 ຄູ່ຢູ່ຂ້າງລໍາໂຕ. ມີຂາ 3 ຄູ່.
ໄລຍະເປັນໂຕດັກແດ້ (pupa): ເປັນໄລຍະຂອງການພັກໂຕທີອາໄສຢູ່ໃນດິນທີ່ມີຄວາມອຸດົມສົມບູນທາງດ້ານແຮ່ທາດທາງທຳມະຊາດ ເຊັ່ນ: ອາຈົມສັດ, ເສດໄມ້ໂດກ, ໄລຍະນີ້ຈະໃຊ້ເວລາຍາວນານເຖິງ 12-24 ເດືອນ.  ຕົວອ່ອນຂອງດັກແດ້ຈະເປັນສີຂາວຂຸ້ນ, ຈົນຮອດສີນໍ້າຕານແດງ. ຊ່ວງໄລຍະທີ່ເປັນດັກແດ້ນີ້ຮ່າງກາຍຈະອ່ອນນຸ່ມ, ຂະໜາດຮ່າງກາຍຕົວດັກແດ້ ຍາວປະມານ 5-8 ຊມ ແລະ ມີການຫຼອກຄາບອອກມາເປັນໂຕເຕັມໄວ ແຕ່ຊ່ວງອອກມາເປັນໂຕເຕັມໄວຈະອາໄສຢູ່ໃນຜົ່ງ 1-2 ເດືອນກ່ອນອອກມາສູ່ສະພາບແວດລ້ອມພາຍນອກ.
ໄລຍະໂຕເຕັມໄວ (Adults): ຈະມີຊີວິດຢູ່ໄດ້ໃນທຳມະຊາດປະມານ 3-4 ປີ.

ການປະກອບສ່ວນ