ແມງຕັກກະແຕນໃບໄມ້ / Giant False Leaf Katydid

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Pseudophyllus titan White, 1846 / Tettigoniidae
ຊື່ພ້ອງ
Pseudophyllus rex (Brunner von Wattenwyl, 1893
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຕັກກະແຕນໃບໄມ້ ຄວາມຍາວຂອງຮ່າງກາຍຂະໜາດໃຫຍ່ປະມານ 11 ຊມ. ລໍາຕົວເປັນສີເຫຼືອງອົມຂຽວອ່ອນ-ແກ່, ໜວດຍາວ, ສີຂອງແມງໄມ້ຊະນິດນີ້ອາດຂຽວອ່ອນ ຫຼື ເຂັ້ມ ຂຶ້ນກັບສະພາບແວດລ້ອມທີມັັນອາໄສຢູ່,  ປີກຄ້າຍໃບໄມ້ ເສັ້ນປີກຄ້າຍເສັ້ນໂຄງສ້າງຂອງກາງໃບໄມ້, ຂາຫຼັງມີໜາມແຫຼມ, ຂາຄູ່ໜ້າເປັນຂາຈັບເຫຍື່ອ (grasping Legs) ຂາຄູ່ກາງເປັນຂາໄຕ່ຄານ ແລະ ຂາຄູ່ຫຼັງເປັນຂາກະໂດດ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform). ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຄ່ອນຂ້າງໜາ 2 ຄູ່, ຄູ່ທໍາອິດຄ່ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນໃບໄມ້: ສາມາດພົບທົ່ວໄປຕາມພຸ້ມໄມ້. ອາຫານຂອງແມງຕັກກະແຕນໃບໄມ້: ໂຕອ່ອນ ແລະ ໂຕເຕັມໄວກິນພືດເປັນອາຫານ ປະເພດໃບອ່ອນ, ເປືອກອ່ອນຂອງພືດ. 

ບັນຍາຍການນຳໃຊ້

ສາມາດພົບເຫັນແມງໄມ້ຊະນິດນີ້ໄດ້ທົ່ວທຸກພາກຂອງ ສປປລາວ. ປະຊາຊົນນິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ສາມາດໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນໃບໄມ້ຕາມທ້ອງຕະຫຼາດ 15,000-20,000 ກີບ/ກິໂລກຣາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຕັກກະແຕນຕົ້ນເຂົ້າສີຂີ້ເທົ່າແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. 
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 30-40 ໜ່ວຍ, ໄຂ່ຈະແຕກອອກເປັນໂຕອ່ອນລະຫວ່າງເດືອນ 5-6. ໄຂ່ມີຄວາມກວ້າງປະມານ 1-2 ມມ ແລະ ຍາວປະມານ 2-4 ມມ. ການຈະວາງໄຂ່ເປັນກຸມໆຕາມພື້ນດິນ ກຸມໜຶ່ງປະມານ 5-10 ໜ່ວຍ. ໄຂ່ມີລັກສະນະເປັນໜ່ວຍກົມຍາວຄືເມັດເຂົ້າສານສີເຫຼືອງອ່ອນ-ຂາວຂຸ້ນໄສ. ໄຂ່ຈະແຕກອອກເປັນໂຕອ່ອນປະມານ 4-5 ອາທິດ.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນຄ້າຍກັບພໍ່ແມ່ແຕ່ບໍ່ມີປີກ, ຕົວອ່ອນທີແຕກອອກຈາກໄຂ່ໃໝ່ຈະເປັນສີເທົ່າອ່ອນ ຫຼື ສີດໍາເທົ່າ. ຂະໜາດຮ່າງກາຍຕົວອ່ອນຄັ້ງທຳອິດປະມານ 1-2 ຊມ. ໂຕອ່ອນມີການລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 4-5 ຄັ້ງ.
ໄລຍະໂຕເຕັມໄວ (Adults): ຄວາມຍາວຂອງຮ່າງກາຍປະມານ 30-31 ມມ. ລໍາຕົວເປັນສີດໍາເທົ່າ, ປີກຄູ່ໜ້າຍາວກວ່າສ່ວນທ້ອງ, ປ້ອງທຳອິດຂອງເອິກມີແຖບສີຂາວປົ່ນເຫຼືອງຢູ່ດ້ານຂ້າງ ຄ້າຍຄືກັບບ່າໄຫຼເປັນສີຂາວ, ຂາຄູ່ຫຼັງປ້ອງ ພີເມີ ມີແຖບສີເຫຼືອງອ່ອນຂັ້ນກັບສີດຳເປັນທ່ອນໆ ແລະ ຂາຫຼັງຕັ້ງແຕ່ຫົວເຄົາລົງໄປເປັນສີແດງ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍແຕ່ໜວດສັ້ນ. ມີຂາ 3 ຄູ່. ສ່ວນທ້ອງມີອະໄວຍະວະວາງໄຂ່ (Ovipositor) ທີ່ມີລັກສະນະຄ້າຍເຂັມທີ່ຢືດອອກມາຈາກສ່ວນທ້ອງ. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ.

ການປະກອບສ່ວນ