ແມງຕັກກະແຕນໜວດສັ້ນບ່າຂາວ / White Shoulder Grasshopper

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Apalacris varicornis Walker, 1870 / Acrididae
ຊື່ພ້ອງ
Apalacris hyalina Willemse, C., 1957
ຊື່ອື່ນ
Thai: ตั๊กแตนหนวดสั้นไหล่ขาว
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຕັກກະແຕນໜວດສັ້ນບ່າຂາວ ຄວາມຍາວຂອງຮ່າງກາຍປະມານ 30-31 ມມ. ລໍາຕົວເປັນສີດໍາເທົ່າ, ປີກຄູ່ໜ້າຍາວກວ່າສ່ວນທ້ອງ, ປ້ອງທຳອິດຂອງເອິກມີແຖບສີຂາວປົ່ນເຫຼືອງຢູ່ດ້ານຂ້າງຄ້າຍຄືກັບບ່າໄຫຼເປັນສີຂາວ, ຂາຄູ່ຫຼັງປ້ອງ ພີເມີ ມີແຖບສີເຫຼືອງອ່ອນຂັ້ນກັບສີດຳເປັນທ່ອນໆ ແລະ ຂາຫຼັງຕັ້ງແຕ່ຫົວເຄົາລົງໄປເປັນສີແດງ. ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform). ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕ່ຄານ (Walking legs), ຂາຄູ່ໜ້າເຮັດໜ້າທີ່ຍຶດ ຫຼື ຈັບເຫຍື່ອ (Grasping Legs), ຂາຄູ່ເຮັດໜ້າທີ່ໄຕ່ຄານ (Walking legs), ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນໜວດສັ້ນບ່າຂາວ: ສາມາດພົບທົ່ວໄປຕາມປ່າໂຄກ ແລະ ປ່າປະສົມ. ອາຫານຂອງແມງຕັກກະແຕນໜວດສັ້ນບ່າຂາວ: ໂຕອ່ອນ ແລະ ໂຕເຕັມໄວກິນພືດເປັນອາຫານ. 

ບັນຍາຍການນຳໃຊ້

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ສາມາດໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນຕົ້ນເຂົ້າຕາມທ້ອງຕະຫຼາດ 15,000-20,000 ກີບ/ກິໂລກຣາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຕັກກະແຕນຕົ້ນເຂົ້າສີຂີ້ເທົ່າແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ການປະສົມພັນຈະຢູ່ໃນລະຫວ່າງເດືອນ 10-12. 
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 30-40 ໜ່ວຍ, ໄຂ່ຈະແຕກອອກເປັນໂຕອ່ອນລະຫວ່າງເດືອນ 5-6. ໄຂ່ມີຄວາມກວ້າງປະມານ 1-2 ມມ ແລະ ຍາວປະມານ 2-4 ມມ. ການວາງໄຂ່ຈະເປັນກຸ່ມໆຕາມພື້ນດິນ ກຸ່ມໜຶ່ງປະມານ 5-10 ໜ່ວຍ. ໄຂ່ມີລັກສະນະເປັນໜ່ວຍກົມຍາວຄືເມັດເຂົ້າສານສີເຫຼືອງອ່ອນ-ຂາວຂຸ້ນໃສ. ໄຂ່ຈະແຕກອອກເປັນໂຕອ່ອນປະມານ 4-5 ອາທິດ.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນຄ້າຍກັບພໍ່ແມ່ ແຕ່ບໍ່ມີປີກ, ຕົວອ່ອນທີແຕກອອກຈາກໄຂ່   ໃໝ່ຈະເປັນສີເທົ່າອ່ອນ ຫຼື ສີດໍາເທົ່າ. ຂະໜາດຮ່າງກາຍຕົວອ່ອນຄັ້ງທຳອິດປະມານ 1-2 ຊມ. ໂຕອ່ອນມີການຫລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 4-5 ຄັ້ງ.
ໄລຍະໂຕເຕັມໄວ (Adults): ຄວາມຍາວຂອງຮ່າງກາຍປະມານ 30-31 ມມ. ລໍາຕົວເປັນສີດໍາເທົ່າ, ປີກຄູ່ໜ້າຍາວກວ່າສ່ວນທ້ອງ, ປ້ອງທຳອິດຂອງເອິກມີແຖບສີຂາວປົ່ນເຫຼືອງຢູ່ດ້ານຂ້າງ ຄ້າຍຄືກັບບ່າໄຫຼເປັນສີຂາວ, ຂາຄູ່ຫຼັງປ້ອງ ພີເມີ ມີແຖບສີເຫຼືອງອ່ອນຂັ້ນກັບສີດຳເປັນທ່ອນໆ ແລະ ຂາຫຼັງຕັ້ງແຕ່ຫົວເຄົາລົງໄປເປັນສີແດງ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍແຕ່ໜວດສັ້ນ. ມີຂາ 3 ຄູ່. ສ່ວນທ້ອງມີອະໄວຍະວະວ່າງໄຂ່ (Ovipositor) ທີ່ມີລັກສະນະຄ້າຍເຂັມທີ່ຢືດອອກມາຈາກສ່ວນທ້ອງ. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ.

ການປະກອບສ່ວນ