ແມງຕັກກະແຕນໃບບອນ / Stripe-winged Grasshoppers

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Ceracris fasciata (Brunner von Wattenwyl, 1893) / Acrididae
ຊື່ພ້ອງ
Ceracris gracilis Ramme, 1941
Mecostethus fasciatus (Brunner von Wattenwyl, 1893)
Parapleurus fasciatus Brunner von Wattenwyl, 1893
Rammeacris gracilis (Ramme, 1941
ຊື່ອື່ນ
Thai: ตั๊กแตนบอนแถบตาล
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຕັກກະແຕນໃບບອນ ມີຮ່າງກາຍຂະໜາດນ້ອຍ-ປານກາງ ປະມານ 30 ມມ. ລໍາຕົວເປັນສີນໍ້າຕານ ມີແຖບສີດໍາ ແລະ ນໍ້າຕານພາດຕັ້ງແຕ່ຈຸດເຄິ່ງຕາຈົນຮອດປາຍປີກທາງດ້ານຂ້າງ ຂ້າງລະ 1 ແຖບ, ປາຍໜວດເປັນສີຂຽວ. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform) ປາຍໜວດເປັນສີຂາວ. ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນໃບບອນ: ສາມາດພົບທົ່ວໄປຕາມພື້ນດິນ. ອາຫານຂອງແມງຕັກກະແຕນໃບບອນ: ໂຕອ່ອນ ແລະ ໂຕເຕັມໄວກິນພືດເປັນອາຫານ. 

ບັນຍາຍການນຳໃຊ້

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນໃບບອນປີກລາຍຕາມທ້ອງຕະຫຼາດ 10,000-15,000 ກີບ/ກິໂລກຣາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຕັກກະແຕນໃບບອນແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ການປະສົມພັນຈະຢູ່ໃນລະຫວ່າງເດືອນ 10-12. 
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 30-40 ໜ່ວຍ, ໄຂ່ຈະແຕກອອກເປັນໂຕອ່ອນລະຫວ່າງເດືອນ 5-6. ໄຂ່ມີຄວາມກວ້າງປະມານ 1,5-2 ມມ ແລະ ຍາວປະມານ 3-5 ມມ. ການຈະວ່າງໄຂ່ເປັນກຸມໆ ກຸມໜຶ່ງປະມານ 5-10 ໜ່ວຍ. ໄຂ່ມີລັກສະນະເປັນໜ່ວຍກົມຍາວຄືເມັດເຂົ້າສານສີເຫຼືອງອ່ອນ-ຂາວຂຸ້ນໄສ. ໄຂ່ຈະແຕກອອກເປັນໂຕອ່ອນປະມານ 4-5 ອາທິດ.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນຄ້າຍກັບພໍ່ແມ່ແຕ່ບໍ່ມີປີກ, ຕົວອ່ອນທີແຕກອອກຈາກໄຂ່ໃໝ່ຈະເປັນສີນໍໍ້າຕານອ່ອນ. ຂະໜາດຮ່າງກາຍຕົວອ່ອນຄັ້ງທຳອິດປະມານ 1-2 ຊມ. ໂຕອ່ອນມີການຫລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 4-5 ຄັ້ງ.
ໄລຍະໂຕເຕັມໄວ (Adults): ຮ່າງກາຍຂະໜາດນ້ອຍ-ປານກາງ ປະມານ 30 ມມ. ລໍາຕົວເປັນສີນໍ້າຕານ ມີແຖບສີດໍາ ແລະ ນໍ້າຕານພາດຕັ້ງແຕ່ຈຸດເຄິ່ງຕາຈົນຮອດປາຍປີກທາງດ້ານຂ້າງ ຂ້າງລະ 1 ແຖບ, ປາຍໜວດເປັນສີຂຽວ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ສ່ວນທ້ອງມີອະໄວຍະວະວາງໄຂ່ (Ovipositor) ທີ່ມີລັກສະນະຄ້າຍເຂັມທີ່ຢືດອອກມາຈາກສ່ວນທ້ອງ. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ.

ການປະກອບສ່ວນ