ແມງຕັກກະແຕນຂາລາຍຂ້າງແທບ / White-banded Rufous Grasshopper

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Pternoscirta caliginosa (Haan, 1842) / Acrididae
ຊື່ພ້ອງ
Acridium caliginosum Haan, 1842
Epacromia caliginosa (Haan, 1842)
Flatovertex cyaneitibialis Zhang, D.-C. & H.-Y.Han, 2010
Oedipoda caliginosa (Haan, 1842)
ຊື່ອື່ນ
Thai: ตั๊กแตนขาลายข้างแถบ
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຕັກກະແຕນຂາລາຍຂ້າງແທບ ແຕ່ມີຮ່າງກາຍຂະໜາດນ້ອຍ-ປານກາງ. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍ 30,5 ມມ. ລໍາຕົວເປັນສີນໍ້າຕານເຂັ້ມ ຄ້າຍຄືກັບເປືອກໄມ້, ລ້ຳໂຕເປັນສີດຳ, ດ້ານຂ້າງຂອງເອິກ ແລະ ດ້ານຂ້າງຂອງຂາຄູ່ຫຼັງມີລາຍແທບສີນໍ້າຕານສະລັບສີຂີມ ຂະໜາດໃຫຍ່ທີ່ມີລັກສະນະເປັນແບບເສັ້ນດາຍ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ(Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນຂາລາຍຂ້າງແທບ: ສາມາດພົບໄດ້ທົ່ວໄປຕາມທົ່ງຫຍ້າ, ຕາມທົ່ງນາ, ເດີນບ້ານທີ່ມີຫຍ້າ. ອາຫານຂອງແມງຕັກກະແຕນຂາລາຍຂ້າງແທບ: ກິນພືດເປັນອາຫານ ໂດຍສະເພາະພືດທາງດ້ານກະສີກຳ.

ບັນຍາຍການນຳໃຊ້

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກ ທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນຂາລາຍຂ້າລແທບຍຕາມທ້ອງຕະຫຼາດ 10,000-15,000 ກີບ/ກິໂລກຣາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຕັກກະແຕນຂາລາຍຂ້າງແທບແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. 
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 80-120 ໜ່ວຍ, ໄຂ່ມີຄວາມກວ້າງປະມານ 1-2,5 ມມ ແລະ ຍາວປະມານ 4-6 ມມ. ການຈະວາງໄຂ່ເປັນກຸມໆ ກຸມໜຶ່ງປະມານ 20-30 ໜ່ວຍ. ໄຂ່ມີລັກສະນະເປັນໜ່ວຍກົມຍາວຄືເມັດເຂົ້າສານສີເຫຼືອງອ່ອນ-ຂາວຂຸ້ນໄສ. ໄຂ່ຈະແຕກອອກເປັນໂຕອ່ອນປະມານ 4-5 ອາທິດ.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນຄ້າຍກັບພໍ່ແມ່ແຕ່ບໍ່ມີປີກ, ຕົວອ່ອນທີແຕກອອກຈາກໄຂ່ໃໝ່ຈະເປັນສີນໍ້າຕານອ່ອນໆ. ຂະໜາດຮ່າງກາຍຕົວອ່ອນຄັ້ງທຳອິດປະມານ 1-2 ຊມ. ໂຕອ່ອນມີການລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 4-5 ຄັ້ງ.
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍ 30,5 ມມ. ລໍ້າຕົວເປັນສີນໍ້າຕານເຂັ້ມ ຄ້າຍຄືກັບເປືອກໄມ້, ລາຄາເປັນສີດຳ, ດ້ານຂ້າງຂອງເອິກ ແລະ ດ້ານຂ້າງຂອງຂາຄູ່ຫຼັງມີລາຍແທບສີນໍ້າຕານສະລັບສີຄີມ ຂະໜາດໃຫຍ່ທີ່ມີລັກສະນະເປັນແບບເສັ້ນດ້າຍ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ສ່ວນທ້ອງມີອະໄວຍະວະວ່າງໄຂ່ (Ovipositor) ທີ່ມີລັກສະນະຄ້າຍເຂັມທີ່ຢືດອອກມາຈາກສ່ວນທ້ອງ. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ.

ການປະກອບສ່ວນ