ແມງຊອນໃຕ້ / Southern mole cricket

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Neoscapteriscus borellii (Giglio-Tos, 1894) / Gryllotalpidae
ຊື່ພ້ອງ
Scapteriscus borellii Giglio-Tos 1894
Scapteriscus acletus Rehn & Hebard 1916
ຊື່ອື່ນ
Unwelcome Mole Cricket
Thai: แมลงกระชอน
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຊອນໃຕ້ ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງ ຮູບຮ່າງເປັນແບບທໍ່ກົມຍາວ (ຂະໜາດຮ່າງກາຍປະມານ 25-35 ມມ). ຮ່າງກາຍເປັນສີນໍ້າຕານອົ້ມບົວອ່ອນ, ພາກສ່ວນເອິກທາງດ້ານເທິງເປັນສີດໍາທີ່ມີຈຸດສີນໍ້າຕານ 4 ຈຸດ, ຂາຄູ່ໜ້າເປັນຂາແບບຄັວດ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ, ປີກທັງສອງຄູ່ຍາວກວ່າພາກສ່ວນເອີກປະມານ 2-3 ເທົ່າ ແຕ່ປີກຄູ່ຫຼັງຍາວກວ່າປີກຄູ່ໜ້າ, ປີກບ່ອນຜະລິດສຽງໃກ້ກັບຖານຂອງກົກປີກ 2 ຈຸດ ແລະ ເປັນຊະນິດທີ່ມີການຜະລິດສຽງຕໍ່າປະມານ 50 ຄັ້ງ/2 ວິນາທີ.  ໂດຍປົກກະຕິແລ້ວຈະໄດ້ຍິນສຽງຮ້ອງຂອງພວກມັນຫຼັງຈາກ 2 ຊົ່ວໂມງ ຫຼັງຈາກຕາເວັນຕົກດິນ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ  (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ໜ້າຈະມີຂະໜາດໃຫຍ່ເປັນຂາແບບຄັວດ (Digging leg), ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ສັ້ນ ແລະ ມີໜາມແຂງ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວຂ້ອນຂ້າງໃຫຍ່ (Ocelli). ແຫຼ່ງທີ່ພົບແມງຊອນ: ສາມາດພົບໄດ້ທົ່ວໄປຕາມດິນຕົມຕາມທົ່ງນາ, ຕາມແຄມແມ່ນໍ້າ, ຕາມກ້ອງຊາກເສດຕ່າງໆ. ອາຫານຂອງແມງຊອນ: ກິນໃບພືດ ແລະ ສັດເປັນອາຫານ (Omnivores) 

ບັນຍາຍການນຳໃຊ້

ເປັນແມງຊອນອີກຊະນິດໜຶ່ງທີ່ປະຊາຊົນເຮົາສ່ວນຫຼາຍນິຍົມນໍາມາກິນເປັນອາຫານຄືກັນກັບແມງຊອນຊະນິດອື່ນໆ, ລາຄາຂາຍຕາມທ້ອງຕະຫຼາດ 35,000-50,000 ກີບ/ກິໂລກຼາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຊອນໃຕ້ຄ້າຍຄືກັບແມງຊອນປີກສັ້ນ ໂດຍອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ ຊຶ່ງຊວງໄລຍະເວລາຂອງການສືບພັນຈະຢູ່ໃນລະຫວ່າງເດືອນ ເມສາ-ພຶດສະພາ ຊຶ່ງການປະສົມພັນຂອງແມງຊອນຊະນິດນີ້ແມ່ນໃຊ້ປີກຖູກັນໃຫ້ເກີດເປັນສຽງປະມານ 50 ຄັ້ງ/2 ວິນາທີ. ເພື່ອການກ້ຽວພາລາສີກ່ອນການປະສົມພັນ ແລະ ໂດຍປົກກະຕິແລ້ວຈະໄດ້ຍິນສຽງຮ້ອງຂອງພວກມັນຫຼັງຈາກ 2 ຊົ່ວໂມງ ຫຼັງຈາກຕາເວັນຕົກດິນ. ໄຂ່ທີ່ໄດ້ຮັບການປະສົມພັນແລ້ວຈະແຕກເປັນໂຕອ່ອນໃນລະຫວ່າງເດືອນ ສິງຫາ-ກັນຍາ. 
ໄລຍະໄຂ່ (Eggs): ແມງຊອນຕົວແມ່ 1 ຕົວ ຈະວາງໄຂ່ປະມານ 60-100 ໜ່ວຍ, ກວ້າງປະມານ 2-3 ມມ, ຍາວປະມານ 1-1,7 ມມ. ໄຂ່ມີລັກສະນະສີຂີ້ເທົ່າຫາສີນໍ້າຕານຂຸ້ນ, ຮູບຮ່າງຂອງໄຂ່ເປັນແບບແກ່ນໜາກຖົ່ວ. ສໍາລັບການວ່າງໄຂ່ຂອງແມງຊອນແມ່ນຈະເຈາະຮູລົງພື້ນດິນເປັນຮູໆ ທີ່ມີຄວາມເລິກຫາງຈາກໜ້າດິນປະມານ 5-30 ຊມ. ຊ່ວງໄລຍະເວລາທີ່ເປັນໄຂ່ຈະໃຊ້ເວລາປະມານ 10-40 ມື້ ຈຶ່ງແຕກມາເປັນໂຕອ່ອນ. 
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນທີ່ແຕກອອກມາຈາກໄຂ່ໃໝ່ຈະເປັນສີຂາວອ່ອນ ແລະ ຮ່າງກາຍຈະກ່າຍມາເປັນສີດຳພາຍໃນ 24 ຊົ່ວໂມງ. ໄລຍະທີ່ເປັນຕົວອ່ອນນີ້ຈະເຈາະຮູລົງດິນຫ່າງຈາກໜ້າດິນປະມານ 20-25 ຊມ. ແຕ່ຈະຂຶ້ນກັບສະພາບຂອງອາກາດ (ຮ້ອນ, ເຢັນ, ຄວາມອ່ອນ ແລະ ແຂງຂອງດິນ). ການລອກຄາບຂອງແມງຊອນຈາກຕົວອ່ອນມາເປັນຕົວເຕັມໄວປະມານ 8-10 ຄັ້ງ. 
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍປານກາງ ຮູບຮ່າງເປັນແບບທໍ່ກົມຍາວ (ຂະໜາດຮ່າງກາຍປະມານ 25-35 ມມ). ຮ່າງກາຍເປັນສີນໍ້າຕານອົມບົວອ່ອນ, ພາກສ່ວນເອິກທາງດ້ານເທິງເປັນສີດໍາທີ່ມີຈຸດສີນໍ້າຕານ 4 ຈຸດ, ຂາຄູ່ໜ້າເປັນຂາແບບຄັວດ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ, ປີກທັງສອງຄູ່ຍາວກວ່າພາກສ່ວນເອີກປະມານ 2-3 ເທົ່າ ແຕ່ປີກຄູ່ຫຼັງຍາວກວ່າປີກຄູ່ໜ້າ, ປີກບ່ອນຜະລິດສຽງໃກ້ກັບຖານຂອງກົກປີກ 2 ຈຸດ. 

ການປະກອບສ່ວນ