ແມງດານາ / Giant Water Bug

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Lethocerus indicus (Lepeletier & Serville, 1825) / Belostomatidae
ຊື່ພ້ອງ
ຊື່ອື່ນ
Thai:แมลงดานา
Eng: Electric Light Bug, Toe Biter, Fish Killer

ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງດານາ ເປັນແມງໄມ້ຊະນິດໜຶ່ງທີ່ປະຊາຊົນບັນເຜົ່ານິຍົມນຳມາເປັນອາຫານ, ນຳມາລ້ຽງເພື່ອເປັນສິນຄ້າ. ຮ່າງກາຍຂອງແມງດານາແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງຫາໃຫຍ່ ຮູບຮ່າງແປ ເປັນແບບຮູບຮີ (ຂະໜາດຮ່າງກາຍຂອງຕົວຜູ້ປະມານ 47-57 ມມ ແລະ ຕົວແມ່ປະມານ 58-59 ມມ). ຮ່າງກາຍເປັນສີນໍ້າຕານປົນແດງ,ຫົວເປັນແບບງໍ້າເຂົ້າຫາລໍ້າຕົວ (Opisthognathous), ປີກ 2 ຄູ່ ເປັນແບບ (Hemelytra). ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ:ແບບແທງດູດ (Piercing sucking type), ລັກສະນະປີກ: ເນື້ອປີກມີເປັນແບບ Hemelytra ມີ 2 ລັກສະນະ ຄືກົກປີກແຂ່ງ ແລະ ປາຍປີກອ່ອນ ເຫັນເສັ້ນປີກຈັດເຈນ ແລະ ປີກຄູ່ຫຼັງບາງໃສ (Membrane), ລັກສະນະຂາ: ມີ 3 ຄູ່ ເປັນແບບລອຍນໍ້າ (Swimming legs) ແຕ່ມີຂາຄູ່ໜ້າຈະມີຂະໜາດໃຫຍ່ໄວ້ສໍາລັບຈັບເຫຍື້ອ ແຕ່ຂາ 2 ຄູ່ຫຼັງໄວ້ສໍາລັບລອຍນໍ້າ, ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່, ແຫຼ່ງທີ່ພົບແມງດານາ: ສາມາດພົບໄດ້ທົ່ວໄປຕາມດິນຕາມທົ່ງນາ, ໜອງນໍ້າ, ບຶງນໍ້າ,ບ່ອນທີ່ມີພືດນໍ້າເກີດຂຶ້ນ.

ບັນຍາຍການນຳໃຊ້

ລາຄາຂາຍຕາມທ້ອງຕະຫຼາດປະມານ 5000-8000 ກີບ/1 ຕົວ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງດານາ ໂດຍອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ ຊຶ່ງໄລຍະເວລາຂອງການສືບພັນຈະຢູ່ໃນລະຫວ່າງເດືອນ ກໍລະກົດ-ກັນຍາ. ໂຕແມ່ 1 ຕົວຈະໄຂ່ 3-4 ຄັ້ງ ຈຶ່ງຕາຍ.
ໄລຍະໄຂ່ (Eggs): ແມງດານາຕົວແມ່ 1 ຕົວ ຈະວ່າງໄຂ່ປະມານ 100-150 ໜ່ວຍ, ໄຂ່ມີລັກສະນະເປັນໜ່ວຍກົມສີເຫຼືອງອ່ອນແຖບສີເຖົາ, ໄຂ່ໄວ້ເປັນກຸ່ມ, ໜ່ວຍໄຂ່ຈະມີຂະໜາດລວງຍາວ 4-5 ມມ. ສໍາລັບການວ່າງໄຂ່ຂອງແມງດານາຈະວ່າງໄຂ່ໄວ້ຕາມພືດນໍ້າຫາງຈາກໜ້ານໍ້າປະມານ 3-5 ຊມ. ຊ່ວງໄລຍະເວລາທີ່ເປັນໄຂ່ຈະໃຊ້ເວລາປະມານ 2 ອາທິດ ຈຶ່ງແຕກມາເປັນໂຕອ່ອນ. 
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນທີ່ແຕກອອກມາຈາກໄຂ່ໃໝ່ໆຈະເປັນສີຂາວອ່ອນ ແລະ ຜ່ານໄປປະມານ 3-4 ຊົວໂມງ ຈະກາຍເປັນສີເຖົາປົນດຳ, ຕົວອ່ອນຈະຄາຍຄືພໍ່ ແລະ ແມ່ ແຕ່ບໍ່ມີປີກ. ການລອກຄາບຂອງຕົວອ່ອນແມງດານາມາເປັນຕົວເຕັມໄວປະມານ 4-5 ຄັ້ງ ແລະ ໃຊ້ເວລາກ່ອນຈະເປັນຕົວເຕັມໄວທີ່ສາມາດປະສົມພັນໄດ້ປະມານ 4-5 ເດືອນ.
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍປານກາງຫາໃຫຍ່ ຮູບຮ່າງແປ ເປັນແບບຮູບຮີ (ຂະໜາດຮ່າງກາຍຂອງຕົວຜູ້ປະມານ 47-57 ມມ ແລະ ຕົວແມ່ປະມານ 58-59 ມມ). ຮ່າງກາຍເປັນສີນໍ້າຕານປົນແດງ, ຫົວເປັນແບບງໍ້າເຂົ້າຫາລໍ້າຕົວ (Opisthognathous), ປີກ 2 ຄູ່ ເປັນແບບ (Hemelytra).

ການປະກອບສ່ວນ