ຕົ້ນກະດັນງາ / Cananga

ການນຳໃຊ້
ອາຫານ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Cananga odorata (Lam.) Hook.f. & Thomson/ Annonaceae
ຊື່ພ້ອງ
Cananga mitrastigma (F.Muell.) Domin
Cananga odorata var. odorata
Cananga odoratum (Lam.) Baill. ex King
Cananga scortechinii King
Canangium mitrastigma (F.Muell.) Domin
Canangium odoratum (Lam.) Baill. ex King
Canangium odoratum var. velutinum Koord. & Valeton
Canangium scortechinii King
Fitzgeraldia mitrastigma F.Muell.
Unona cananga Spreng.
Unona fitzgeraldii F.Muell.
Unona leptopetala DC.
Unona odorata (Lam.) Dunal
Unona odorata (Lam.) Baill.
Unona odoratissima Blanco
Unona ossea Blanco
Uvaria axillaris Roxb.
Uvaria cananga Banks
Uvaria farcta Wall.
Uvaria gaertneri Dunal
Uvaria javanica Thunb.
Uvaria odorata Lam.
Uvaria ossea (Blanco) Blanco
Uvaria trifoliata Gaertn.
ຊື່ອື່ນ
Thai: ກະດັງງາ
Eng: Cananga, Ylang-Ylang, Ilang-Ilang
ບັນຍາຍລັກສະນະພືດສາດ

ເປັນຕົ້ນໄມ້ຢືນຕົ້ນ, ລໍາຕົ້ນຕັ້ງຊື່, ສູງ 15-20 ມ, ລໍາຕົ້ນເປັນສີນໍ້າຕານເທົາກ້ຽງ ຫຼື ສີນໍ້າເງິນ.ໃບດ່ຽວສີຂຽວອ່ອນ, ອອກແບບລຽງສະຫຼັບໃນລັກສະນະຫ້ອຍລົງ, ລັກສະນະຂອງໃບເປັນຮູບຂອບຂະໜານ ປາຍໃບແຫຼມ ຫຼື ມີຕິ່ງແຫຼມ, ຍາວ 7-12 ຊມ ແລະ ກວ້າງ 4-9 ຊມ. ອອກດອກເປັນຊໍ່ຂະໜາດໃຫຍ່ເທິ່ງກິ່ງ, ຊໍ່ດອກແຍກຂະແໜງ, ໃນຊໍ່ໜື່ງມີດອກປະມານ 3-6 ດອກ, ດອກມີຂະໜາດເສັ້ນຜ່າສູນກາງ 4-6 ຊມ, ດອກຍ່ອຍມີສີເຫຼືອງອົມຂຽວ, ມີກິ່ນຫອມ, ກີບຍາວອ່ອນມີ 6 ກີບ, ກີບດອກຫ້ອຍລົງ. ອອກໝາກເປັນກຸ່ມມີ 4-12 ໝາກ, ໝາກມີລັກສະນະເປັນກຸ່ມ 4-12 ໝາກ, ໝາກມີລັກສະນະເປັນຮູບໄຂ່, ມີຂະໜາດຍາວ 1.5-2.5 ຊມ ແລະ ກວ້າງ 1-1.5 ຊມ, ກ້ານຊໍ່ໝາກຍາວ 2-2.5 ຊມ ສ່ວນກ້ານໝາກຍາວ 1.3-2 ຊມ, ໝາກມີສີຂຽວເຂັ້ມ ເມື່ແກ່ແລ້ວຈະປ່ຽນເປັນສີດໍາ ພາຍໃນມີເມັດລັກສະນະໄຂ່ແປ ສີນໍ້າຕານ, ປະມານ 2-12 ເມັດ.

ບັນຍາຍການນຳໃຊ້

ຄົນບູຮານນິຍົມປູກຕົ້ນກະດັນງາໄວ້ປະຈໍາບ້ານຈະຊ່ວຍເຮັດໃຫ້ມີຊື່ສຽງໂດ່ງດັງ, ນອກກນີ້ຕົ້ນກະດັນງາຍັງມີປະໂຫຍດ ແລະ ສັບພະຄຸນຫຼາຍຢ່າງເຊັ່ນ:
ປະໂຫຍດ: 
-  ນໍາດອກກະດັນງາມາຈືນກັບນໍາມັນໝາກພ້າວເຮັດເປັນນໍ້າມັນໃສ່ຜົມ.
-  ດອກແຫ້ງໃຊ້ປະສົມກັບດອກໄມ້ຫອມອື່ນໆ ສໍາຫຼັບເຮັດບຸຫງາ.
-  ນໍ້າມັນຫອມໃຊ້ປຸງເປັນນໍ້າຫອມຊັ້ນສູງທີ່ມີລາຄາແພງ, ໃຊ້ປຸງຂະໜົມ, ນໍ້າອົບ ແລະ ອາຫານ.
-  ເປືອກສາມາດນໍາມາເຮັດເຊືອກໄດ້.
ສັບພະຄຸນ:
-  ເປືອກຕົ້ນກະດັນງາ ມີລົດຝາດເຝື່ອນ, ມີັບພະຄຸນເປັນຢາຂັບປັດສະວະ, ແກ້ປັດສະວະພິການ, ອາການຖອກທ້ອງ, ໃຊ້ເປັນຢາຮັກສາພະຍາດຜິວໜັງຂີ້ກາກ.
-  ເນື້ອໄມ້ຕົ້ນກະດັນງາ ມີລົດຂົມເຝື່ອນ, ມີສັບພະຄຸນເປັນຢາຂັບປັດສະວະ, ແກ້ປັດສະວະພິການ.
-  ຮາກຕົ້ນກະດັນງາ ມີສັບພະຄຸນເປັນຢາຄຸມກໍາເນິດ.
-  ໃບຕົ້ນກະດັນງາ ໃຊ້ເປັນຢາຮັກສາພະຍາດຜິວໜັງ, ຂີ້ກາກ, ແກ້ອາການຄັນ ແລະ ໃຊ້ເປັນຢາຂັບປັດສະວະ.
-  ດອກຕົ້ນກະດັນງາ ມີກິ່ນຫອມ ມີສັບພະຄຸນເປັນແກ້ອາການວິງວຽນ, ໃຊ້ປຸງເປັນຢາຫອມ, ໃຊ້ເປັນຢາບໍາລຸງກໍາລັງ ແລະ ອື່ນໆ.
ຂໍ້ມູນທາງເພສັດວິທະຍາ: ກະດັງງາໄທມີລິດຫຼຸດຄວາມດັນໂລຫິດ, ຂ້າເຊວມະເຮັງ, ຕ້ານເຊື້ອແບັກທີເລີຍ, ຕ້ານເຊື້ອຣາ, ເປັນເຄື່ອງຫອມ, ແກ້ອາການຫົວໃຈເຕັ້ນໄວ, ຫາຍໃຈຫອບ, ຄວາມດັນໂລຫິດສູງ, ມີປັນຫາລະບົບທາງເດີນອາຫານ...

ການປະກອບສ່ວນ