ຕົ້ນກິດສະໜາ / Birch

ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Betula alnoides Buch.-Ham. ex D.Don / Betulaceae
ຊື່ພ້ອງ
Betula acuminata Wall.
Betula acuminata var. argula Regel
Betula acuminata var. arguta Regel
Betula acuminata var. glabra Regel
Betula acuminata var. lancifolia Regel
Betula acuminata var. pilosa Regel
Betula affinis (Spach) Endl.
Betula alnoides var. acuminata (Spach) H.J.P.Winkl.
Betula cylindrostachya var. pilosa (Regel) Regel
Betula cylindrostachya var. subglabra Regel
Betula nitida D.Don
Betula nitida var. affinis (Spach) Regel
Betulaster acuminata Spach
Betulaster affinis Spach
Betulaster nitida (D.Don) Spach
ຊື່ອື່ນ
Thai: ກໍາລັງພະຍາເສືອໂຄ່ງ
Eng: Birch
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງຂະໜາດໃຫຍ່, ສູງ 20-40 ມ, ວັດຮອບລໍາຕົ້ນໄດ້ປະມານ 1-2 ມ. ເປືອກຕົ້ນມີສີນໍ້າຈ້ານເທົາ ຫຼື ເກືອບດໍາ, ເປືອກມີຈອມລະບາຍອາກາດເປັນຈຸດນ້ອຍໆຂາວໆ, ລັກສະນະກົມ ຫຼື ຮີ, ປົນກັນຢູ່, ເປືອກມີກິ່ນຄ້າຍຄືກາລະບູນ, ເມື່ອແກະອອກເປັນຊັ້ນໆຈະຄ້າຍຄືເຈ້ຍ. ໃບມີລັກສະນະເປັນຮູບໄຂ່ ຫຼື ຮູບຫອກ ມີຂະໜາດກວ້າງ 1.5-6.5 ຊມ ແລະ ຍາວ 6.55-13.5 ຊມ, ໃບຄ້າຍຄືເຈ້ຍ ຫຼື ອາດຈະໜາກວ່າ ດ້ານລຸ່ມຂອງໃບມີຕຸ່ມ. ອອກດອກເປັນຊໍ່ຍາວຄ້າຍກັບຫາງກະຮອກ, ດອກມີຂົນສີເຫຼືອງ ຫຼື ສີນໍ້າຕ້ານປົກຄຸມຢູ່ ດອກອອກຕາມງ່າມໃບບ່ອນລະ 2-5 ຊໍ່, ຊໍ່ດອກເພດຜູ້ ແລະ ເພດແມ່ຢູ່ແຍກກັນ ໂດຍຊໍ່ດອກເພດຜູ້ຍາວປະມານ 6-8 ຊມ, ມີກີບຮອງດອກເປັນຮູບກົມ ຫຼື ຮູບໂລ່ ມີແກນຢູ່ກາງ ສ່ວນປາຍຂ້ອນຂ້າງແຫຼມ, ເກສອນຜູ້ມີຢູ່ 4-7 ກ້ານຕິດຢູ່ແກນກາງ, ສອນດອກເພດແມ່ ມີຄວາມຍາວປະມານ 3-9 ຊມ, ກີບຮອງດອກບໍ່ມີກ້ານ ດ້ານນອກມີຂົນ ຮັງໄຂ່ແປ ຂອບນອກເປັນຮູບໄຂ່ ຫຼື ເກືອບກົມ ມີຂົນ. ລັກສະນະຂອງໝາກລຽບແປກວ້າງ 2-3 ມມ ແລະ ຍາວ 2-14 ມມ, ມີຢູ່ສອງຂ້າງ ປີກບາງ ແລະ ໂປ່ງແສງ.

ບັນຍາຍການນຳໃຊ້

ປະໂຫຍດ:
-  ເນື້ອໄມ້ສາມາດນໍາໄປໃຊ້ເປັນເຈ້ຍພື້ນ, ເຮັດເຄື່ອງເຮືອນ, ໃຊ້ໃນການກໍ່ສ້າງຕ່າງໆ ແລະ ອື່ນໆ.
-  ເປືອກມີກິ່ນຫອມໃຊ້ເຮັດກາລະບູນ ແລະ ໃຊ້ເຮັດເຈ້ຍໄດ້.
-  ເປືອກນໍາໄປບົດໃຫ້ລະອຽດໃຊ້ປະສົມກັບແປ້ງເຮັດເຂົ້າໜົມປັງ ຫຼື ເຄັກໄດ້.
ສັບພະຄຸນ:
-  ເປືອກໃຊ້ເປັນຢາບອງເຫຼົ້າດື່ມເປັນຢາບໍາລຸງກໍາລັງ, ຮ່າງກາຍ.
-  ເປືອກໃຊ້ຕົ້ມເປັນຢາບໍາລຸງທາດໃນຮ່າງກາຍ, ຊ່ວຍບໍາລຸງເລືອດ, ຊ່ວຍໃຫ້ຈະເລີນອາຫານ ແລະ ອື່ນໆ.
-  ຮາກໃຊ້ຕົ້ມເປັນນໍ້າດື່ມຮ່ວມກັບຮາກໂດ່ບໍ່ຮູ້ລົມ ໃຊ້ດື່ມເປັນຢາແກ້ອາກາດປວດເມືອຍຕາມຮ່າງກາຍ.
-  ເປືອກຕົ້ນມີກິ່ນຫອມ ໃຊ້ດົມເພື່ອແກ້ອາການໜ້າມືດຕາລາຍໄດ້.
ວິທີໃຊ້ເປືອກຕົ້ມເປັນຢາ:
-  ໃຫ້ໃຊ້ເປືອກທີ່ຖາກອອກຈາກລໍາຕົ້ນພໍປະມານຕາມຄວາມຕ້ອງການ ແລ້ວນໍາໃສ່ໃນພາຊະນະຕົ້ມກັບນໍ້າໃຫ້ຝົດແລ້ວຄ່ຽວດ້ວຍໄພອ່ອນໆ, ນໍ້າສະໝຸນໄພທີ່ໄດ້ຈະເປັນສີແດງ ແລ້ວໃຊ້ຮັບປະທານຕອນຍັງອຸ່ນໆ ຈະເຮັດໃຫ້ມີສັບພະຄຸນທາງຢາຫຼາຍຂຶ້ນ.
-  ຫາກເຮັດເປັນຢາບອງເຫຼົ້າ ສີທີ່ໄດ້ຈະແດງເຂັ້ມຫຼາຍ ຖ້າຕ້ອງການກໍ່ໃຫ້ຕື່ມນໍ້າເຜີ້ງກັບໂສມຕັງກຸຍຕາມຕ້ອງການ, ຊື່ງສູດບອງເຫຼົ້າຈະຊ່ວຍໃຫ້ສັບພະຄຸນທາງຢາແຮງຂຶ້ນ, ໂດຍທັງສອງສູດສາມາດນໍາມາເຮັດໄດ້ 3-4 ຄັ້ງ ຈົນກວ່າຈະໝົດສີຂອງສະໝຸນໄພ.

ການປະກອບສ່ວນ