ປາໜ້າໜູ / Rat-faced Pangasiid
APA 6th ed. ປາໜ້າໜູ / Rat-faced Pangasiid. (2019, September 21). Retrieved from https://www.phakhaolao.la/kb/0000542
MLA 8th ed. ປາໜ້າໜູ / Rat-faced Pangasiid. Pha Khao Lao, 21 September 2019, https://www.phakhaolao.la/kb/0000542.
Chicago 17th ed. Pha Khao Lao. 2019. "ປາໜ້າໜູ / Rat-faced Pangasiid." Published September 21, 2019. https://www.phakhaolao.la/kb/0000542.
Thai: Pla sa wai noo, Pla sang ka ward na noo, Pla sang ka wart na nu
Viet: Cá tra chuot
ປາໜ້າໜູ ເປັນປາໜັງ, ມີລັກສະນະຫົວຮູບຫຼີ້ມ, ຕານ້ອຍ, ຂອບຕາມີແຜ່ນໜັງຄຸມ, ຈະງອຍປາກຮຽວ, ປາກຂະໜາດນ້ອຍ, ຮີມປາກບາງມີແຜ່ນໜັງອ່ອນນຸ້ມຫຸ້ມ, ຮູດັງຢູ່ຫ່າງກັນ, ໜວດທັ້ງສອງຄູ່ຍາວເຖິງຊ່ອງຟັນຟືມ, ຮູບຮ່າງຮຽວຍາວແປຂ້າງເລັກນ້ອຍ, ຄີກົ້ນຍາວ, ຄີຫຼັງຕັ້ງຊື້ເປັນງ່ຽງແຂງ, ຄີຫູເປັນງ່ຽງແຫຼມແຂງ, ຄີຫາງວ້ຳເປັນສອງແສກ. ລຳຕົວສີເທົາອ່ອນອົມຟ້າ, ດ້ານຂ້າງລຳຕົວສີຈາງ, ຫົວ ແລະ ທ້ອງສີບົວຈາງໆ. ຄີເປັນສີເທົາຈາງໆ. ລຳຕົວມີຂະໜາດ 30-40 ຊມ, ໃຫຍ່ສຸດປະມານ 60 ຊມ. ນ້ຳໜັກປະມານ 0.5 ກິໂລ.
ປາໜ້າໜູປະສົມພັນໃນແມ່ນ້ຳໃຫຍ່ໆ ທັງໃນລຳແມ່ນ້ຳຂອງ ແລະ ສາຂາ. ຕົວໃຫຍ່ເຕັມໄວຈະກີນພວກຫອຍເປັນອາຫານ, ກີນປານ້ອຍ, ເປັນປາອາໄສຢູ່ສະເພາະແມ່ນ້ຳສາຍຫຼັກ ບໍ່ມັກເຂົ້າໄປໃນເຂດນ້ຳຖ້ວມ. ການປະສົມພັນແມ່ນເກີດຂື້ນໃນຊ່ວງລະດູຝົນ ແຕ່ເດືອນພືດສະພາ-ມິຖຸນາ, ໃນແມ່ນ້ຳຂອງ ແລະ ສາຂາ. ຫຼັງຈາກການປະສົມພັນແລ້ວ ລູກອ່ອນຈະລ່ອງລົງຕາມກະແສນ້ຳໄປສູ່ບ່ອນອະນຸບານ. ໃນຕົ້ນລະດູແລ້ງປາຮາມຈະກະຈາຍໄປຢູ່ຕາມວັງນ້ຳເລິກ. ການເຄື່ອນຍ້າຍຂອງພວກມັນໃນແຕ່ລະປີຈະເລີ້ມແຕ່ເດືອນມີນ-ພືດສະພາ ເປັນຊ່ວງສູງສຸດ ຈະຂື້ນຕາມລຳແມ່ນ້ຳຂອງເຂດຄອນພະເພັງ ຂື້ນເມື່ອທາງເໜືອຂອງລາວ ແລະ ໄທ. ການເຄື່ອນຍ້າຍຂອງປາກຸ່ມນີ້ແມ່ນກຸ່ມປາທີ່ຍັງບໍ່ທັນເຖິງກະສຽນ. ການເຄື່ອນຍ້າຍຂອງພວກມັນແມ່ນເພື່ອປະສົມພັນ ແລະ ວາງໄຂ່.