ປາຕອງດາວ / Clown knifefish
APA 6th ed. ປາຕອງດາວ / Clown knifefish. (2022, July 29). Retrieved from https://www.phakhaolao.la/kb/0000536
MLA 8th ed. ປາຕອງດາວ / Clown knifefish. Pha Khao Lao, 29 July 2022, https://www.phakhaolao.la/kb/0000536.
Chicago 17th ed. Pha Khao Lao. 2022. "ປາຕອງດາວ / Clown knifefish." Published July 29, 2022. https://www.phakhaolao.la/kb/0000536.
Notopterus ocellifer Bleeker, 1864
Thai: Pla tong krai
Viet: Ca com
English: Spotted knifefish,Clown featherback
ຮູບຮ່າງລັກສະນະ ລຳຕົວຮຽວຍາວ ແລະ ມີລັກສະນະແປທາງດ້ານຂ້າງຫຼາຍ, ສ່ວນຫົວມີຂະໜາດນ້ອຍ, ປາກກວ້າງ, ມຸມປາກຍາວເລີຍໄປຫາທ້າຍຂອງຕາ, ດ້າານທ້ອງແຄງເປັນສັນຄົມ, ຄີຫຼັງມີຂະໜາດນ້ອຍ, ຄີທ້ອງມີຂະໜາດນ້ອຍ, ຄີກົ້ນຍາວເຊື່ອມຕໍ່ກັບຄີຫາງດ ເກັດມີຂະໜາດນ້ອຍລະອຽດ, ລຳຕົວມີເທົາຟ້າ, ເທີງຄີກົ້ນຈະມີຈຸດສີດຳເຊິ່ງອ້ອມຮອບດ້ວຍສີຂາວລຽງກັນຢູ່ 5-10 ຈຸດ. ລຳຕົວຍາວ 40-100 ຊມ, ນໍ້າໜັງປະມານ 10-12 ກິໂລ.
ປາຕອງດາວສາມາດພົບໄດ້ໃນອ່າງນ້ຳນີ່ງ ແລະ ນ້ຳໄຫຼ. ລັກສະນະພາຍນອກຂອງຕົວຜູ້ ແລະ ຕົວແມ່ແຕກຕ່າງກັນຢ່າງຊັດເຈນ ໄດ້ແກ່ ຄວາມຍາວຂອງຄີເອິກ ໂດຍທີ່ປາຍໂຕຜູ້ຈະມີຄີເອິກຍາວກວ່າໂຕແມ່. ລະດູການວາງໄຂ່ຢູ່ໃນຊ່ວງເດືອນມີນາ-ຕຸລາ ຂອງທຸກໆປີ ໂດຍຮວຍໄຂ່ພຽງຂ້າງດຽວຂອງເພດແມ່ ຈະມີການພັດທະນາເພື່ອສ້າງໄຂ່ໜື່ງລະດູ, ຮວຍໄຂ່ທັ້ງສອງຂ້າງຈະສະຫຼັບກັນສ້າງໄຂ່ຈາກປີໜື່ງໄປຍັງອິກປີໜື່ງ ເມື່ອເຖິງລະດູປະສົມພັນປາຈະເລີ່ມຈັບຄູ່ກັນ ແລະ ປາເພດຜູ້ຈະຂຸດຮອບໆ ເພື່ອໃຫ້ເປັນຫຼຸມວາງໄຂ່, ຈາກນັ້ນປາເພດແມ່ຈະວາງໄຂ່ ເຊິ່ງຈະຕິດກັບວັດຖຸ ເປັນຕົວວ່າ ຂ້ອນໄມ້, ຮາກໄມ້ ແລະ ອື່ນໆ. ປາຕົວຜູ້ຈະເປັນຝ່າຍດູແລໄຂ່ໂດຍໃຊ້ຫາງໂບກໄປມາພັດເພື່ອໃຫ້ອົກຊີເຈນ ແລະ ປ້ອງກັນບໍ່ໃຫ້ຕະກອນຕິດໄຂ່, ໄຂ່ປາທີ່ໄດ້ຮັບການປະສົມພັນຈະມີສີເຫຼືອງອ່ອນໃສ, ມີເສັ້ນຜ່າສູນກາງປະມານ 3.0 ມມ ແລະ ຟັກອອກເປັນຕົວພາຍໃນເວລາ 6-7 ວັນ, ທີ່ອຸນຫະພູມນ້ຳ 26-32 ອົງສາ, ແມ່ປາມີຄວາມສາມາດວາງໄຂ່ໄດ້ສະເລ່ຍປີລະ 6 ຄັ້ງ, ພົບແມ່ປາວາງໄຂ່ສູງສຸດໃນຊ່ວງເດືອນມີນາ-ກໍລະກົດ, ຈຳນວນໄຂ່ສະເລ່ຍຄັ້ງລະ 1,044 ໜ່ວຍ, ອັດຕາການປະຕິສົນທີປະມານ 75%, ອັດຕາການຟັກເປັນຕົວ 70%, ອັດຕາການລອດຕາຍ 92%, ເຫຼືອເປັນປາໄວອ່ອນອາຍຸ 5 ວັນສະເລ່ຍ 514 ຕົວ, ຄິດເປັນ 3.084 ຕົວ/ແມ່/ປີ. ອາຫານຂອງພວກມັນແມ່ນມັກກີນກຸ້ງ, ລູກປານ້ອຍ ແລະ ສັດນ້ຳຂະໜາດນ້ອຍ.