ຕົ້ນການໍ້າ / Tumput

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Acalypha siamensis Oliv. ex Gage / Euphorbiaceae
ຊື່ພ້ອງ
Acalypha evrardii Gagnep.
Acalypha siamensis var. denticulata Airy Shaw
Acalypha sphenophylla Pax & K.Hoffm.
ຊື່ອື່ນ
Thai: ຊາຂ່ອຍ
Eng: Tumput, Teh Kampong
Chinese Name : 菱叶铁苋菜
ບັນຍາຍລັກສະນະພືດສາດ

ຕົ້ນການໍ້າ ຈັດເປັນໄມ່ພຸ່ມ ມີຄວາມສູງ 1-2 ມ, ກິ່ງກ້ານກົມກ້ຽງ ຫຼື ມີຮ່ອງຕາມລວງຍາວ ສ່ວນເປືອກລໍາຕົ້ນເປັນສີນໍ້າຕານ. ໃບດ່ຽວລຽງຕາມສະຫຼັບກັນ, ໃບມີຂະໜາດກວ້າງ 1.5-3 ຊມ ແລະ ຍາວ 4-6.5 ຊມ. ອອກດອກເປັນຊໍ່ດ່ຽວ, ຕາມຊອກໃບ ແລະ ປາຍຍອດ, ດອກເປັນແບບແຍກເພດຢູ່ຕົ້ນດຽວກັນ, ໂດຍດອກຜູ້ຈະມີຂະໜາດນ້ອຍຢູ່ຊ່ວງປາຍຍອດ ມີປະມານ 5-7 ດອກ, ສ່ວນດອກແມ່ຈະຢູ່ໂຄນຊໍ່ດອກ ມີປະມານ 2-3 ດອກ (ບາງຄັ້ງມີພຽງ 1 ດອກ) ມີໃບປະດັບເປັນຮູບຖ້ວຍ. ໝາກເປັນໝາກແຫ້ງ ແລະ ແຕກ, ລັກສະນະຂອງໝາກເປັນຮູບຊົງກົມແປ້ນ ແບ່ງເປັນ 3 ພູ, ໝາກມີຢາງໜຽວ ແລະ ມີໜາມ.

ບັນຍາຍການນຳໃຊ້

ຕົ້ນການໍ້ານິຍົມນໍາມາປູກເປັນໄມ້ປະດັບກາງແຈ້ງ ຫຼື ປູກເປັນຮົ້ວຕາມສະຖານທີຕ່າງໆ. ນອກນີ້ຕົ້ນການໍາຍັງມີສັບພະຄຸນເປັນຢາດີຫຼາຍຢ່າງເຊັ່ນ: ສາມາດໃຊ້ທັງຕົ້ນນໍາມາຕໍາເປັນຢາພອກຮ່າງກາຍເພື່ອຫຼຸດໄຂ້ໄດ້, ນໍາເອົາໃບມາຊົງ ຫຼື ຕົ້ມ ຊ່ວຍໃນການຍ່ອຍ ແລະ ຂັບປັດສະວະ.

ການປະກອບສ່ວນ