ຕົ້ນສາມສາ / Rain Tree

ການນຳໃຊ້
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Albizia saman (Jacq.) Merr / Leguminosae
ຊື່ພ້ອງ
cacia propinqua A.Rich.
Albizia saman (Jacq.) F. Muell.
Albizzia saman (Jacq.) Merr.
Calliandra saman (Jacq.) Griseb.
Enterolobium saman (Jacq.) Prain
Feuilleea saman (Jacq.) Kuntze
Inga cinerea Willd.
Inga salutaris Kunth
Inga saman (Jacq.) Willd.
Mimosa pubifera Poir.
Mimosa saman Jacq.
Pithecellobium cinereum Benth.
Pithecellobium saman (Jacq.) Benth.
Pithecellobium saman var. saman
Pithecolobium saman (Jacq.) Benth.
Samanea saman (Jacq.) Merr.
Zygia saman (Jacq.) A.Lyons
Zygia saman (Jacq.) Lyons
ຊື່ອື່ນ
Thai: ຕົ້ນຈາມຈຸລີ, ຕົ້ນຊໍາຊາ, ຕົ້ນກ້າມປູ.
Eng: Rain tree, Monkey pod tree, Saman
ບັນຍາຍລັກສະນະພືດສາດ

ຕົ້ນສາມສາເປັນໄມ້ຢືນຕົ້ນຂະໜາດໃຫຍ່ມີເຊື່ອສາຍລາຍລ່ອງດຽວກັນກັບຕົ້ນໝາກກຖິນ, ຕົ້ນຫຍ້າຍຸບ, ຕົ້ນໝາກລໍ່າດັ່ງນີ້ເປັນຕົ້ນ. ຕົ້ນສາມສາສູງເຖິງ 60 ມ, ມີໜ້າຕັດກວ້າງແຕ່ 1.50-2 ມ. ຕົ້ນສາມສາແມ່ນຕົ້ນໄມ້ທີ່ມີຄວາມສະງ່າ, ລໍາຕົ້ນເປັນທໍ່ກົມຕັ້ງຊື່, ມີສີໝົ່ນຊໍ້າ ມີຮອຍແຕກເຫີບຕື້ນໆ ຊື່ງບາງຄັ້ງກໍ່ຕົກລົ່ນ ແລະ ມັກມີຮ່ອງຫຼືມີໂກນ. ໃບແມ່ນປະສົມສອງຂັ້ນປາຍຄູ່ ຈັບສະຫຼັບກັນ, ໃບຍ່ອຍຈໍານວນ 3 ຫາ 8 ຄູ່ ຮອດຍາມຄໍ່າໃບຈະຫຸບເຂົ້າ. ຕົ້ນສາມສາຈະມີດົກຂະໜາດນ້ອຍ ສິ່ງທີ່ແນມເຫັນເດັ່ນກວ່າໝູ່ແມ່ນ ເກສອນຊື່ງອອກເປັນສີເຫຼືອງ ແລະ ກ້ານເກສອນຊື່ງອອກສີບົວ. ໝາກເປັນຝັກແປ ແລະ ບາງຄັ້ງກົງເລັກນ້ອຍ, ໝາກອ່ອນເປັນສີຂຽວ ເມືອແກ່ໝາກອອກເປັນສີດໍາ ແລະ ຕົກລົ່ນລົງພື້ນດິນ.

ບັນຍາຍການນຳໃຊ້

ຕົ້ນສາມສາເປັນໄມ້ເນື້ອອ່ອນ ນໍາເອົາມາປະດິດເຄື່ອງຄວັດ, ເຄື່ອງໃຊ້ໃນຄົວເຮືອນ, ເຮັດຂອບຮູບ, ໄມ້ອັດ ແລະ ເຟີນິເຈີ. ຈາກຮັງຄັ່ງທີ່ຕິດຢູ່ຕົ້ນນໍາໄປແຍກເອົາຂີ້ຄັ່ງ ຊື່ງສາມາດນໍາໄປໃຊ້ປະໂຫຍດໄດ້ຫຼາຍຢ່າງເຊັ່ນ: ໃຊ້ຍ້ອມຜ້າ, ດາມພ້າ ແລະ ເປັນສິນຄ້າສົ່ງອອກຂອງປະເທດລາວ. ນອກນີ້ໝາກໃຊ້ເປັນອາຫານສັດໂດຍສະເພາະສັດີ່ໃຫ້ນໍານົມ ຈະຜະລິດນົມຫຼາຍຂຶ້ນ.

ການປະກອບສ່ວນ