ຈິ້ງຫຼີດດຳ / Black Field Cricket

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Gryllus bimaculatus De Geer, 1773 / Gryllidae
ຊື່ພ້ອງ
Gryllus ater Saussure, 1877
Acheta capensis Fabricius, 1775
Gryllus interruptus Walker, 1869
Gryllus lugubris Stål, 1855
Gryllus marginalis Walker, 1869
Gryllus (Acheta) rubricollis Stoll, 1813
ຊື່ອື່ນ
Two-spotted Cricket
ພັນລະນາລັກສະນະສັນຖານ

ແມງຈິງຫຼີດທ້ອງດຳ ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງ ຮູບຮ່າງກົມຊົງກະບອກ (ຂະໜາດຮ່າງກາຍກວ້າງປະມານ 0.5-0.7 ຊມ ແລະ ຍາວປະມານ 2-2.5 ຊມ). ລໍາໂຕເປັນສີດໍາ ຫຼື ເປັນສີນໍ້າຕານປົ່ນດໍາ, ສີຂອງປີກມີ 3 ສີຄື: ບາງໂຕສີດໍາ, ບາງໂຕສີແກ່ນຂາມ ແລະ ບາງໂຕສີທອງ ແຕ່ທຸກໆໂຕບ່ອນກົກປີກຈະມີຂີດເຫຼືອງຢູ່ 2 ຂີດ. ໂຕແມ່ປີກຈະກ້ຽງ ແລະ ສ່ວນໂຕຜູ້ກົກປີກຈະມີຄື້ນຍິກໆໄວ້ສຳພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບໂຕແມ່ມີອະໄວຍະວະສຳລັບໄວ້ວາງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ. ລາຄາຂາຍຈິງຫຼີດຕາມທ້ອງຕະຫຼາດ 45,000-60,000 ກີບ/ກິໂລກຼາມ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜ່ນບາງໃສ (Membrane), ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli), ແຫຼ່ງທີ່ພົບແມງຈິງຫຼີດທ້ອງດໍາ: ສາມາດພົບໄດ້ທົ່ວໄປຕາມກ້ອງກ້ອນຂີ້ໄຖ, ກ້ອງກ້ອນຫີນ, ກ້ອງຊາກເສດໃບໄມ້ ແລ ອື່ນໆ, ອາຫານຂອງຈິິງຫຼີດທ້ອງດຳ: ກິນໃບພືດ ແລະ ສັດເປັນອາຫານ (Omnivores). 

ບັນຍາຍການນຳໃຊ້

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກ ທາດໂປຼຕີນ (Protein),  ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາລ້ຽງເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ຈິ້ງຫຼີດເປັນແມງໄມ້ເສດຖະກິດຊະນິດໜຶ່ງທີ່ນິຍົມລ້ຽງ ແລະ ນຳມາບໍລິໂພກທົ່ວທຸກແຂວງຂອງປະເທດເນື່ຶອງຈາກມີລົດຊາດທີ່ແຊບ, ກອບ, ມັນ ແລະ ມີຄຸນຄ່າທາງອາຫານສູງ ເຊັ່ນ ວິຕາມີນ ແລະ ແຄລຊ້ຽມສູງ. ໃນເມື່ອກ່ອນມີການຈັບຈິ້ງຫຼີດທຳມະຊາດມາບໍລິໂພກພາຍໃນຄົວເຮືອນ ຫຼື ສົ່ງຈຳໜ່າຍຕາມຊຸມຊົນເທົ່ານັ້ນ, ແຕ່ເນື່ອງດ້ວຍເປັນແມງໄມ້ທີ່ມີຄວາມຕ້ອງການສູງເພາະເມື່ອນຳມາທອດແລ້ວກອບ, ມັນ, ເຮັດໃຫ້ມີຄວາມນິຍົມສູງ ຈົນເຮັດໃຫ້ໃນປະຈຸບັນມີການລ້ຽງຈິ້ງຫຼີດຈຳໜ່າຍເພື່ອໃຫ້ພຽງພໍກັບຄວາມຕ້ອງການ ແລະ ຄວາມນິຍົມທີ່ເພີ່ມຂຶ້ນໃນແຕ່ລະວັນ.  ຕາມຕະຫຼາດທ້ອງຖີ່ນ ຈິ້ງຫຼີດມີຂາຍໃນລາຄາ 40,000-50,000 ກິບຕໍ່ກິໂລ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຈິງຫຼີດທ້ອງດໍາ ແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ແມງຈິງຫຼີດທ້ອງດຳໂຕຜູ້ຈະໃຊ້ການສຳພັດກັນຂອງປີກຄູ່ໜ້າເພື່ອໃຫ້ເກີດການສັ່ນສະເທືອນໃຫ້ມີສຽງໃນການກ້ຽວພາລາສີ ແລະ ຮ້ອງໂຕແມ່ເຂົ້າມາໃກ້ໃນການປະສົມພັນ. ເຮົາສາມາດສັງເກດເບິ່ງໂຕແມ່ທີ່ເຕັມໄວ (ມີປີກສົມບູນຫຸ້ມທ້ອງແລ້ວ) ປະມານ 14-15 ມື້ ຈະເລື່ມມີການປະສົມພັນ ແລະ ຕໍ່ຈາກນັ້ນປະມານ 4 ມື້ ຈະເລີ່ມວ່າງໄຂ່ ໂດຍໂຕແມ່ຈະໃຊ້ອະໄວຍະວະວ່າງໄຂ່ເປັນທໍ່ຍາວແທ່ງລົງໃນດິນທີ່ມີຄວາມຊຸມ ແລະ ວ່າງໄຂ່ເປັນກຸ່ມໆ ກຸ່ມລະປະມານ 3-5 ໜ່ວຍ.
ໄລຍະໄຂ່ (Eggs): ແມງຈິງຫຼີດທ້ອງດໍາ ໂຕແມ່ 1 ໂຕ ຈະວ່າງໄຂ່ປະມານ 600-1.000 ໜ່ວຍ, ໄຂ່ເປັນສີເຫຼືອງທີ່ມີລັກສະນະເປັນແທ່ງຍາວຄືກັບເມັດເຂົ້າສານ ແລະ ຝັກອອກມາເປັນໂຕອ່ອນປະມານ 7 ມື້ ແຕ່ກໍ່ຂຶ້ນກັບສະພາບອາກາດເຊັນ: ອາກາດໜາວໄຂ່ຈະແຕກປະມານ 18 ມື້. 
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນທີ່ແຕກອອກມາຈາກໄຂ່ໃໝ່ຈະເປັນສີຂາວອ່ອນ ແລະ ຮ່າງກາຍຈະກ່າຍມາເປັນສີລາຍດຳພາຍໃນ 1-2 ມື້ ທີ່ມີລັກສະນະຄ້າຍຄືພໍ່ ແລະ ແມ່ ແຕ່ບໍ່ມີປີກ(ຮອງຮ່ອຍຂອງປີກ). ໂຕອ່ອນມີການລອກຄາບຈາກໂຕອ່ອນມາເປັນໂຕເຕັມໄວປະມານ 1-2 ຄັ້ງ.
ໄລຍະໂຕເຕັມໄວ (Adults):   ຂະໜາດຮ່າງກາຍປານກາງ ຮູບຮ່າງກົມຊົ່ງກະບອກ (ຂະໜາດຮ່າງກາຍກ້ວາງປະມານ 0.5-0.7 ຊມ ແລະ ຍາວປະມານ 2-2.5 ຊມ). ລໍາໂຕເປັນສີດໍາ ຫຼື ເປັນສີນໍ້າຕານປົ່ນດໍາ, ສີຂອງປີກມີ 3 ສີຄື: ບາງໂຕສີດໍາ, ບາງໂຕສີແກ່ນຂາມ ແລະ ບາງໂຕສີທອງ ແຕ່ທຸກໆໂຕບ່ອນກົກປີກຈະມີຂີດເຫຼືອງຢູ່ 2 ຂີດ. ໂຕແມ່ປີກຈະກ້ຽງ ແລະ ສ່ວນໂຕຜູ້ກົກປີກຈະມີຄື້ນຍິກໆໄວ້ສຳພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບໂຕແມ່ມີອະໄວຍະວະສຳລັບໄວ້ວ່າງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ.

ການປະກອບສ່ວນ