ຕົ້ນຫູລິງ / Monkey Ear Shrub

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Hymenocardia punctata Wall. ex Lindl. / Phyllanthaceae
ຊື່ພ້ອງ
Hymenocardia laotica Gagnep.
Hymenocardia wallichii Tul.
Hymenocardia wallichii var. dasycarpa Gagnep.
Samaropyxis elliptica Miq.
ຊື່ອື່ນ
ລາວ: ຕົ້ນຫູລິງ
ໄທ: ແຟບນໍ້າ, ກ້າງປາຂາວ, ຫມັກແຟບ, ດູດ້າງ, ຫົວລິງ, ແຄວບແຟບ, ແຟບຫົວລິງ
ບັນຍາຍລັກສະນະພືດສາດ

ຕົ້ນຫູລິງເປັນໄມ້ຟຸ່ມ, ເປືອກລໍາຕົ້ນລຽບ ສີນໍ້າຕານ ພາຍໃນເປືອກມີນໍ້າຢາງໃສໆ, ມີຄວາມສູງ 1.5-5 ມ. ໃບດ່ຽວ, ຈັບແບບຮຽງສະຫຼັບກັນ, ປາຍໃບມົນ, ຜິວໃບກ້ຽງເປັນມັນ, ຂອບໃບລຽບ, ດ້ານລຸ່ມໃບຂະມີຂົນປົກຄຸ່ມ, ກ້ວາງ 1.5-3 ຊມ, ຍາວ 2.5-7 ຊມ, ມີເສັ້ນຂ້າງໃບ 6-8 ຄູ່, ບໍລິເວນເສັ້ນໃບ ແລະ ເສັ້ນກາງໃບຈະມີຂົນຢູ່ຢ່າງໝາ, ຫູໃບຍາວປະມານ 1-3 ມມ, ກ້ວາງ 0.2-1 ມມ, ກ້ານໃບມີຍາວ 0.5-1.2 ຊມ. ດອກໂຕຜູ້ ແລະ ດອກໂຕແມ່ຂອງຕົ້ນຫູລິງຈແຍກເພດກັນຕ່າງຕົ້ນ ໂດຍທີ່ດອກຜູ້ຈະອອກເປັນຊໍ່ຄ້າຍຄືຫາງກະຫອກ, ຍາວປະມານ 2.5 ຊມ. ດອກມີຂະໝາດນ້ອຍ, ວັດເສັ້ນຜ່າສູນກາງດອກໄດ້ປະມານ 1.5 ມມ. ມີກີບດອກສີແດງອົມມ່ວງ, ຍາວປະມານ 0.5 ມມ. ກ້ວາງປະມານ 0.4 ມມ. ມີຂົນລະອຽດປົກຄຸ່ມ, ມີເກສອນຜູ້ 4-5 ອັນ, ກ້ານດອກຍາວປະມານ 0.5 ມມ. ສ່ວນດອກໂຕແມ່ຈະອອກເປັນຊໍ່ສັ້ນໆ, ຍາວປະມານ 1.5 ຊມ. ດອກມີຂະໝາດນ້ອຍປະມານ 1 ມມ. ມີກີບລ້ຽງຂະໝາດນ້ອຍຈໍານວນ 5 ກີບ, ກ້ວາງປະມານ 0.4-0.5 ມມ, ຍາວປະມານ 1.2 ມມ, ເກສອນເພດແມ່ມີສີມ່ວງອົມນໍ້າຕານ, ຍາວປະມານ 8.5 ມມ, ກ້ານດອກຍາວປະມານ 0.5 ມມ. ໝາກແປຮູບຫົວໃຈ, ກ້ວາງປະມານ 2 ຊມ, ມີເກສອນເພດແມ່ຕິດຢູ່ບໍລິເວນປາຍໝາກ, ໝາກອ່ອນຈະມີສີຂຽວປົນເຫຼືອງ, ໝາກແກ່ແລ້ວຈະກາຍເປັນສີນໍ້າຕານເຂັ້ມ ເມື່ອໝາກແຫ້ງຈະແຕກອອກ ພາຍໃນມີແກ່ນຢູ່ແກ່ນດຽວ.

ບັນຍາຍການນຳໃຊ້

ໝາກມີລົດຊາດສົ້ມ ນໍາມາກິນກັບປົ່ນ, ກັບລາບ ແລະ ອາຫານປະເພດອື່ນໆ. ແກ່ນໃຊ້ແກ້ພິດໄຂ້, ແກ້ອາການປວດເມື່ອຍຕາມຮ່າງກາຍ ຊ່ວຍຂັບປັດສະວະ, ເປັນຢາລະບາຍ, ແກ້ປວດຫຼັງປວດເອວ. ຮາກໃຊ້ຮັກສາກາມໂລກ, ແກ້ໄຂ້ມາເລເຣຍ, ລໍາຕົ້ນໃຊ້ເຂົ້າເປັນຢາອື່ນເພື່ອຮັກສາອາການຜິດສໍາແດງ ແກ້ພະຍາດຊາງໃນເດັກ.

ການປະກອບສ່ວນ