ຜັກບົ້ງ / Water Morning Glory

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ipomoea aquatica Forssk / Convolvulaceae
ຊື່ພ້ອງ
Ipomoea abrupta R.Br.
Ipomoea abscissa Bojer ex Choisy
Ipomoea abutiloides (Kunth) G. Don
Ipomoea abutiloides var. hartwegiana Kuntze
pomoea abyssinica (Choisy) Schweinf.
Ipomoea acanthocarpa (Choisy) Asch. & Schweinf.
Ipomoea acaponetensis M.E. Jones
Ipomoea acetosellifolia (Desr.) Choisy
Ipomoea acetosifolia (Vahl) Roem. & Schult.
ຊື່ອື່ນ
ລາວ: ຜັກບົ້ງ
ໄທ: ຜັກບົ້ງ, ຜັກບຸ້ງຈີນ, ຜັກທອດຍອດ, ຜັກບຸ້ງໄທ, ໂຫນເດາະ
ພາສາອັງກິດ: water spinach, river spinach, water morning glory, water convolvulus, Chinese spinach, Chinese Watercress, Chinese convolvulus, swamp cabbage or kangkong
ບັນຍາຍລັກສະນະພືດສາດ

ຜັກບົ້ງເປັນພືດນໍ້າ ແລະ ພືດລົ້ມລຸກມີອາຍຸຫຼາຍປີ, ຮາກຜັກບົ້ງມີຮາກແບບຮາກແກ້ວ. ລຳຕົ້ນໄລຍະທຳອິດຂອງການຈະເລີນເຕີບໂຕລຳຕົ້ນຈະຕັ້ງຊື່, ເມື່ອລຳຕົ້ນຍາວຈະເລືອຕາມພື້ນດິນ, ສີຂຽວ, ມີຂໍ້ ແລະ ປ້ອງ. ໃບດ່ຽວ, ຂອບໃບລຽບ, ໂຄນໃບກວ້າງຄ່ອຍນ້ອຍໄປທາງປາຍ, ປາຍໃບແຫຼມ, ໂຄນຮູບຫົວໃຈ, ໃບຍາວ 7-15 ຊມ, ກ້ານໃບຍາວ 3-8 ຊມ. ດອກ ແລະ ຊໍ່ດອກ, ດອກສົມບູນ ກາບດອກສີຂຽວ 5 ອັນ,  ກີບດອກເຊື່ອມຕິດກັນເປັນຮູບກວຍ, ດ້ານນອກມີສີຂາວດ້ານໃນມີສີມ່ວງ. ໝາກເປັນໝາກດ່ຽວຮູບຮ່າງຄ່ອນຂ້າງກົມ, ມີຂະໜາດໃຫ່ຍທີ່ອາຍຸປະມານ 30 ວັນ, ມີເສັ້ນຜ່ານສູນກາງ 1.42 ຊມ  ເມື່ອແຫ້ງສີຂອງໝາກຈະມີສີນໍ້າຕານເຂັ້ມ ໃນ 1 ໝາກ ຈະມີແກ່ນ 4-5 ແກ່ນ. ແກ່ນມີຮູບຮ່າງເປັນ 3 ຫຼ່ຽມ, ສີນໍ້າຕານ, ເປືອກຫຸ້ມເມັດມີສີ 3 ລະດັບ ຄື ສີນໍ້າຕານອ່ອນ, ສີນໍ້າຕານແກ່ ແລະ ສີນໍ້າຕານດຳ ມີຂະໜາດນ້ອຍ ຄວາມກວ້າງໂດຍສະເລ່ຍ 0.4 ຊມ ຍາວ 0.5 ຊມ.

ບັນຍາຍການນຳໃຊ້

ຜັກບົ້ງເປັນຜັກທີ່ມີລາຄາຖືກ ແຕ່ມີຄຸນຄ່າທາງອາຫານຫຼາຍ ຜັກບົ້ງເປັນຜັກທີ່ບຳລຸງສາຍຕາ ນອກຈາກນີ້ຍັງມີສານຊະນິດໜຶ່ງທີ່ມີໂຄ້ງສ້າງຄ້າຍກັບອິນຊູລິນເຮັດໜ້າທີ່ຫຼຸດລະດັບນໍ້າຕານໃນເລືອດໄດ້ເປັນຢ່າງດີ. ມີສ່ວນຊ່ວຍໃຫ້ຜິວພັນເປັງປັງ ມີນໍ້າມີນວນ. ມີສານຕໍ່ຕ້ານອານຸມູນອິດສະຫຼະຊ່ວຍໃນການສະລໍໄວ ຄວາມແກ່ສະລາ, ມີສ່ວນຊ່ວຍປ້ອງກັນການເກີດຫຼືລົດອັດຕາການເກີດຂອງພະຍາດມະເຮັງໄດ້. ຊ່ວຍບຳລຸງສາຍຕາ ຮັກສາອາການຕາຕໍ ຕາຝາຟາງ ຕາແດງ ສາຍຕາສັ້ນ, ຊ່ວຍບຳລຸງທາດ, ຕົ້ນສົດຂອງຜັກບົ້ງໃຊ້ເປັນຢາດັບຮ້ອນ ແກ້ອາການຮ້ອນໃນ ຊ່ວຍໃນການບຳລຸງເລືອດ, ຊ່ວຍເສີມສ້າງສັກກາຍຍະພາບໃນດ້ານຄວາມຈຳ ແລະ ການຮຽນຮູ້ໃຫ້ດີຂື້ນ. ຍອດຜັກບົ້ງຊ່ວຍແກ້ພະຍາດປະສາດ. ຮາກຜັກບົ້ງຊ່ວຍແກ້ອາການເຫງືອອອກຫຼາຍ ປ້ອງກັນພະຍາດເບົາຫວານ, ຊ່ວຍແກ້ອາການປວດຫົວ ອ່ອນເພ້ຍ, ຊ່ວຍແກ້ພະຍາດຫືດ, ໃຊ້ແກ້ອາການໄອເຮື້ອລັງ, ຊ່ວຍປ້ອງກັນການເກີດພະຍາດກະເພາະອາຫານ. ຍອດຜັກບົ້ງມີຊ່ວຍແກ້ອາການເສື່ອມສະມັດຕະພາບ, ຊ່ວຍທຳຄວາມສະອາດຂອງເສຍທີ່ຕົກຄ້າງໃນລຳໄສ້.

ຄຸນຄ່າດ້ານໂພຊະນາການຂອງຜັກບົ້ງຕໍ່ 100 ກຼາມ:

  • kcal 31
  • Water 91.1 (g)
  • Protein 2.9 (g)
  • Fat 0.3 (g)
  • Carb 4.1 (g)
  • Fiber 2.2 (g)
  • ASH 1.3 (mg)
  • Ca 70 (mg)
  • Fe 3.3 (mg)
  • Zn 0.5 (mg)
  • Retinol 457 (mcg) 
  • Vitamin A 229 (RAE mcg)
  • Vitamin B1 0.1 (mg)
  • Vitamin B2 0.2 (mg)
  • Vitamin B3 0.8 (mg)
  • Vitamin C 28 (mg)
ການປະກອບສ່ວນ