ໝາກຫຼອດ / Wild Olive
APA 6th ed. ໝາກຫຼອດ / Wild Olive. (2021, March 24). Retrieved from https://www.phakhaolao.la/kb/0000449
MLA 8th ed. ໝາກຫຼອດ / Wild Olive. Pha Khao Lao, 24 March 2021, https://www.phakhaolao.la/kb/0000449.
Chicago 17th ed. Pha Khao Lao. 2021. "ໝາກຫຼອດ / Wild Olive." Published March 24, 2021. https://www.phakhaolao.la/kb/0000449.
Elaeagnus arborea Roxb.
Elaeagnus breyniastrum Fisch. ex Schltdl.
Elaeagnus conferta var. maculata (Servett.) D.Basu
Elaeagnus gaudichaudiana Schltdl.
Elaeagnus grandifolia Bojer ex Schltdl.
Elaeagnus gussoni Gasp.
Elaeagnus javanica Blume
Elaeagnus kologa Schltdl.
Elaeagnus nepalensis Salm-Dyck
Elaeagnus spadicea Savi
Elaeagnus wallichiana Schltdl.
ໄທ: ສະຫລອດເຖົາ, ໝາກຫລອດ, ບະຫລອດ, ບ່າຫລອດ, ສົ້ມຫລອດ, ມະຫລອດ
ໝາກຫຼອດເປັນໄມ້ເຄືອເນື້ອແຂງ ລໍາຕົ້ນ ແລະ ກິ່ງມີເກັດສີເທົາ ຫຼື ສີນໍ້າເງີນ. ໃບເປັນໃບດ່ຽວຈັບແບບຮຽງສະຫຼັບ ໃບຮູບຮີ ຫຼື ຮູບຫອກ ປາຍໃບແຫຼມ ໂຄນໃບສອບ ຂອບໃບລຽບ ແຜ່ນໃບດ້ານເທິງມີສີຂຽວເຫຼືອມ ທ້ອງຜິວໃບສີນໍ້າຕານ ກ້ວາງປະມານ 3.5-4.5 ຊມ. ຍາວປະມານ 6-12 ຊມ. ກ້ານໃບຍາວປະມານ 0.8-1.2 ຊມ. ດອກອອກເປັນກະຈຸກຢູ່ຊອກໃບ ຍາວປະມານ 1-2 ຊມ. ດອກເປັນດອກແບບສົມບູນເພດ ຫຼື ມີເກສອນເພດແມ່ປະປົນຢູ່ນໍາ ກີບດອກຈະເຊື້ອມຕິດກັນເປັນຫລອດຄ້າຍສັນເຫລີ່ອມ ມີຄວາມຍາວປະມານ 0.5 ຊມ. ທີ່ປາຍແຍກເປັນ 5 ກີບ ມີເກສອນຜູ້ 5 ອັນ ຕິດຢູ່ກັບຫລອດທໍ່ດອກ ດອກເປັນສີເຫຼືອງ. ໝາກມີຫຼາຍຮູບແບບ ຍາວປະມານ 1-2 ຊມ. ຜິວເປືອກຈະສາເລັກນ້ອຍ ມີຈຸດສີຂາວສີນໍ້າເງີນຢູ່ນອກໝາກ ໝາກອ່ອນມີສີຂຽວ ເມື່ອໝາກສຸກຈະເປັນສີແດງເຂັ້ມ ຫຼື ແດງ ສົ້ມແດງ ຫຼື ສີເຫຼືອງ ມີລົດສົ້ມຝາດຫວານ ໝາກມີແກ່ນສີນໍ້າຕານເຫຼືອງ ແກ່ນຫົວທ້າຍແຫຼມຍາວ ຕົວແກ່ນເປັນພູ ຮ່ອງ ໂດຍແກ່ນໝື່ງຈະມີ 8 ພູ.
ໝາກສຸກກິນເປັນເປັນໝາກໄມ້ ມີລົດຊາດສົ້ມຫວານ ແລະ ກິນເປັນໝາກສົ້ມກັບແຈ່ວ ເປັນໝາກໄມ້ດອງ. ໝາກມີຄວາມອຸດົມສົມບູນໄປດ້ວຍວິຕາມິນຊີ ມັນຈື່ງຊ່ວຍໃນການຕໍ່ຕ້ານນຸມູນອິສະລະໄດ້. ຊ່ວຍບຳລຸງຫົວໃຈ, ຊ່ວຍບໍາລຸງເນື້ອໜັງໃຫ້ສົມບູນ, ຊ່ວຍຄຸມທາດໃນຮ່າງກາຍ, ຊ່ວຍແກ້ພະຍາດຕາ, ຊ່ວຍແກ້ອາການປວດຮາກໄດ້, ຊ່ວຍອາການປວດຫົວ, ແກ້ອາການພິດໄຂ້, ຊ່ວຍຂັບຂີ້ກະເທີ້, ທັ້ງຕົ້ນໃຊ້ຕົ້ມອາບແກ້ອາການໃຈສັ່ນໄດ້, ໝາກສຸກໃຊ້ເປັນຢາລະບາຍອ່ອນໆ, ຊ່ວຍແກ້ອາການທ້ອງບິດ ແລະ ອາການຖອກທ້ອງຂອງເດັກນ້ອຍ, ແກ່ນປະສົມກັບເຫງົ້າໝາກນັດ ແລະ ຫີນສົ້ມຂະໜາດເທົ່າຫົວນິ້ວມື້ ຕົ້ມນ້ຳດື່ມເປັນຊ່ວຍແກ້ໜິ້ວໄດ້, ດອກໃຊ້ແກ້ລິດຊິດວງທະວານໜັກ.