ຕົ້ນໝາກຕອບແຕບ / Mak Torp Tap.

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Physalis angulata L. / Solanaceae
ຊື່ພ້ອງ
Physalis angulata var. angulata
Physalis angulata var. capsicifolia (Dunal) Griseb.
Physalis angulata var. ramosissima (Mill.) O.E. Schulz
Physalis angulata f. ramosissima (Mill.) Stehlé
Physalis angulata var. villosa Bonati
ຊື່ອື່ນ
ລາວ: ຕົ້ນໝາກຕອບແຕບ.
ໄທ: ຕົ້ນໂທງເທງ, ໂທງເທງນ້ຳ, ທຸງທີງ, ທຸ້ງທີ້ງ, ປຸງປີງ, ໂຄມຈີນ, ໂຄມຍີ່ປຸ່ນ, ມະກ່ອງເຊົ້່, ຫຍ້າຖົງເຖງ, ຫຍ້າຕ້ອມຕ໊ອກ.
ຈີນ: ກີມເຕັງລັ້ງ, ຊົ່ວກີມເຕ໊ງ, ຊືງເຈ່ຍ, ເຕ໊ງອັງເຊົ້າ, ທຽງຜາເຊົ້າ, ຫຼົກຊີ້ງຈູ, ທຽນພ່າວຈື່, ເຕີງຫຼົງເປົາ, ສຸ່ຍເຕີງຫຼົງ.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກອາຍຸ 1 ປີ. ມີຄວາມສູງປະມານ 50 ຊມ. ທັງຕົ້ນປົກຄຸມໄປດ້ວຍຂົນ ແຕກກີ່ງກ້ານບໍລິເວນຍອດ, ກ້ານມີຂະໜາດນ້ອຍ. ໃບດ່ຽວ, ແຜ່ນໃບຮູບໄຂ່,ຂະໜາດ 2–8 x 1–5  ຊມ, ປາຍແຫຼມ, ຂອບລຽບ, ຜີວໃບມີຂົນຂື້ນປົກຄຸມທັງສອງດ້ານ, ກ້ານໃບຍາວປະມານ 1–4 ຊມ. ດອກອອກເປັນດອກດ່ຽວຊື່ງຈະອອກບໍລິເວນຊອກໃບ, ດອກເປັນຮູບປາກແກ, ແຕກອອກເປັນ 5 ແສກຢູ່ປາຍກາບດອກ,  ກ້ານດອກຍາວປະມານ 5 ມມ. ດອກເປັນສີເຫຼືອງອົມຂຽວ, ຍາວປະມານ 8 ມມ, ມີເກສອນເພດຜູ້ 5 ອັນ ແລະ ເກສອນເພດແມ່ 1 ອັນ. ໝາກອອກຢູ່ບໍລິເວນຊອກໃບ, ມີກາບດອກຫຸ້ມຢູ່, ລັກສະນະເປັນຮູບ 5 ຫຼ່ຽມ, ມີຂະໜາດເສັ້ນຜ່າສູນກາງປະມານ 1–1.5 ຊມ, ພາຍໃນມີໝາກສີເຫຼືອງ, ໃນໝາກມີແກ່ນຮູບກົມແປ, ສີຂາວອົມຂຽວ.

ບັນຍາຍການນຳໃຊ້

ໝົດຕົ້ນເປັນຢາຊ່ວຍແກ້ອາການເຈັບຄໍ, ຄໍອັກເສບ, ຮັກສາຕ່ອມທອນຊີລອັກເສບ ດ້ວຍການໃຊ້ທັງຕົ້ນນຳມາຕຳລະລາຍກັບເຫຼົ້າແລ້ວເອົາສຳລີຈຸ່ມນ້ຳຢາອົມໄວ້ຂ້າງໆແກ້ມແລ້ວຄ່ອຍໆກືນນ້ຳຢາເທື່ອລະໜ້ອຍ. ນອກນັ້ນຍັງຮັກສາຕັບອັກເສບ, ຖົງນ້ຳບີອັກເສບໃຫ້ໃຊ້ທັງຕົ້ນ ແລະ ໝາກ 30 ກຼາມ ນຳມາຕົ້ມກັບນ້ຳແບ່ງຮັບປະທານວັນລະ 3 ຄັ້ງ ຕິດຕໍ່ກັນເປັນເວລາ 5–10 ວັນ, ພົບວ່າອາການໂຕເຫຼືອງຫາຍເປັນປົກກະຕິ. ນອກຈາກນີ້ຍັງມີສັບພະຄຸນຮັກສາພະຍາດເບົາຫວານ, ແກ້ອາການເຈັບຫົວ, ປວດຫູ, ຊ່ວຍຂັບພະຍາດໃນລຳໄສ້ ເປັນຢາລະບາຍ, ແກ້ພິດ, ແກ້ບວມນ້ຳ ແລະ ອາການຟົກຊ້ຳ. ໝາກສຸກ ແລະ ຍອດອ່ອນສາມາດກິນເປັນອາຫານໄດ້ດ້ວຍ.

ການປະກອບສ່ວນ