ຕົ້ນໝາກຕອບແຕບ / Mak Torp Tap.
APA 6th ed. ຕົ້ນໝາກຕອບແຕບ / Mak Torp Tap. (2022, August 1). Retrieved from https://www.phakhaolao.la/kb/0000442
MLA 8th ed. ຕົ້ນໝາກຕອບແຕບ / Mak Torp Tap. Pha Khao Lao, 1 August 2022, https://www.phakhaolao.la/kb/0000442.
Chicago 17th ed. Pha Khao Lao. 2022. "ຕົ້ນໝາກຕອບແຕບ / Mak Torp Tap." Published August 1, 2022. https://www.phakhaolao.la/kb/0000442.
Physalis angulata var. capsicifolia (Dunal) Griseb.
Physalis angulata var. ramosissima (Mill.) O.E. Schulz
Physalis angulata f. ramosissima (Mill.) Stehlé
Physalis angulata var. villosa Bonati
ໄທ: ຕົ້ນໂທງເທງ, ໂທງເທງນ້ຳ, ທຸງທີງ, ທຸ້ງທີ້ງ, ປຸງປີງ, ໂຄມຈີນ, ໂຄມຍີ່ປຸ່ນ, ມະກ່ອງເຊົ້່, ຫຍ້າຖົງເຖງ, ຫຍ້າຕ້ອມຕ໊ອກ.
ຈີນ: ກີມເຕັງລັ້ງ, ຊົ່ວກີມເຕ໊ງ, ຊືງເຈ່ຍ, ເຕ໊ງອັງເຊົ້າ, ທຽງຜາເຊົ້າ, ຫຼົກຊີ້ງຈູ, ທຽນພ່າວຈື່, ເຕີງຫຼົງເປົາ, ສຸ່ຍເຕີງຫຼົງ.
ເປັນພືດລົ້ມລຸກອາຍຸ 1 ປີ. ມີຄວາມສູງປະມານ 50 ຊມ. ທັງຕົ້ນປົກຄຸມໄປດ້ວຍຂົນ ແຕກກີ່ງກ້ານບໍລິເວນຍອດ, ກ້ານມີຂະໜາດນ້ອຍ. ໃບດ່ຽວ, ແຜ່ນໃບຮູບໄຂ່,ຂະໜາດ 2–8 x 1–5 ຊມ, ປາຍແຫຼມ, ຂອບລຽບ, ຜີວໃບມີຂົນຂື້ນປົກຄຸມທັງສອງດ້ານ, ກ້ານໃບຍາວປະມານ 1–4 ຊມ. ດອກອອກເປັນດອກດ່ຽວຊື່ງຈະອອກບໍລິເວນຊອກໃບ, ດອກເປັນຮູບປາກແກ, ແຕກອອກເປັນ 5 ແສກຢູ່ປາຍກາບດອກ, ກ້ານດອກຍາວປະມານ 5 ມມ. ດອກເປັນສີເຫຼືອງອົມຂຽວ, ຍາວປະມານ 8 ມມ, ມີເກສອນເພດຜູ້ 5 ອັນ ແລະ ເກສອນເພດແມ່ 1 ອັນ. ໝາກອອກຢູ່ບໍລິເວນຊອກໃບ, ມີກາບດອກຫຸ້ມຢູ່, ລັກສະນະເປັນຮູບ 5 ຫຼ່ຽມ, ມີຂະໜາດເສັ້ນຜ່າສູນກາງປະມານ 1–1.5 ຊມ, ພາຍໃນມີໝາກສີເຫຼືອງ, ໃນໝາກມີແກ່ນຮູບກົມແປ, ສີຂາວອົມຂຽວ.
ໝົດຕົ້ນເປັນຢາຊ່ວຍແກ້ອາການເຈັບຄໍ, ຄໍອັກເສບ, ຮັກສາຕ່ອມທອນຊີລອັກເສບ ດ້ວຍການໃຊ້ທັງຕົ້ນນຳມາຕຳລະລາຍກັບເຫຼົ້າແລ້ວເອົາສຳລີຈຸ່ມນ້ຳຢາອົມໄວ້ຂ້າງໆແກ້ມແລ້ວຄ່ອຍໆກືນນ້ຳຢາເທື່ອລະໜ້ອຍ. ນອກນັ້ນຍັງຮັກສາຕັບອັກເສບ, ຖົງນ້ຳບີອັກເສບໃຫ້ໃຊ້ທັງຕົ້ນ ແລະ ໝາກ 30 ກຼາມ ນຳມາຕົ້ມກັບນ້ຳແບ່ງຮັບປະທານວັນລະ 3 ຄັ້ງ ຕິດຕໍ່ກັນເປັນເວລາ 5–10 ວັນ, ພົບວ່າອາການໂຕເຫຼືອງຫາຍເປັນປົກກະຕິ. ນອກຈາກນີ້ຍັງມີສັບພະຄຸນຮັກສາພະຍາດເບົາຫວານ, ແກ້ອາການເຈັບຫົວ, ປວດຫູ, ຊ່ວຍຂັບພະຍາດໃນລຳໄສ້ ເປັນຢາລະບາຍ, ແກ້ພິດ, ແກ້ບວມນ້ຳ ແລະ ອາການຟົກຊ້ຳ. ໝາກສຸກ ແລະ ຍອດອ່ອນສາມາດກິນເປັນອາຫານໄດ້ດ້ວຍ.