ຜັກກະດອມ / Kha Dom
APA 6th ed. ຜັກກະດອມ / Kha Dom. (2019, April 3). Retrieved from https://www.phakhaolao.la/kb/0000438
MLA 8th ed. ຜັກກະດອມ / Kha Dom. Pha Khao Lao, 3 April 2019, https://www.phakhaolao.la/kb/0000438.
Chicago 17th ed. Pha Khao Lao. 2019. "ຜັກກະດອມ / Kha Dom." Published April 3, 2019. https://www.phakhaolao.la/kb/0000438.
ໄທ: ໝາກຂີ້ໄກ່, ຂີ້ກາດົງ, ຜັກແຄບປ່າ, ຂີ້ກາລາຍ, ດອມ, ຂີ້ກາກຫລ່ຽມ
ເປັນພືດເຄືອມີລໍາຕົ້ນເປັນຮ່ອງ ແລະ ມີມືເກາະ, ມີຂົນ. ລໍາຕົ້ນມັກເປັນຫ້າຫຼ່ຽມ. ໃບດ່ຽວຈັບລຽງສະຫຼັບ, ໃບມີຫຼາຍຮູບແບບ ເຊັ່ນ ຮູບຫົວໃຈ, ຮູບສາມລ່ຽມ, ຮູຍສີ່ລ່ຽມ, ຫ້າລ່ຽມ ແລະ ເປັນແຊກໆ, ກົກໃບວໍ້າ, ແຜ່ນໃບສີຂຽວເຂັ້ມແກມສີຂຽວອ່ອນ, ຜິວໃບຊາ. ໃບມີຄວາມກ້ວາງປະມານ 3-10 ຊມ. ຍາວປະມານ 4-10 ຊມ. ດອກດ່ຽວແຍກເພດຢູ່ຕົ້ນດຽວກັນ, ມີໃບປະດັບຍາວປະມານ 1.5-2 ຊມ, ດອກຜູ້ອອກເປັນຊໍ່ ກາບດອກຕິດກັນເປັນຫຼອດຍາວ, ສ່ວນປາຍແຍກເປັນແຊກຮູບຫອກ 5 ແຊກ, ກີບດອກ 5 ກີບ, ມີສີຂາວ, ໂຄນຕິດກັນເລັກນ້ອຍ, ເກສອນຜູ້ແມ່ນມີ 3 ອັນ, ສ່ວນດອກເພດແມ່ຈະອອກດ່ຽວໆ ແລະ ກີບລ້ຽງດອກມີລັກສະນະຄືກັບດອກເພດຜູ້. ໝາກມີລັກສະນະໝາກຮູບຮີ ຫຼື ຮູບໄຂ່ເປັນຫຼ່ຽມສີຂຽວ, ເວລາສຸກເປັນສີເຫຼືອງ ແລະ ແດງ. ໝາກມີຄວາມຍາວປະມານ 6 ຊມ, ສີຂຽວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີເຫຼືອງ ຫຼື ສີແດງ.
ຍອດ, ໃບອ່ອນ ແລະ ໝາກນໍາມາລວມກັບແຈ່ວ, ກັບປົ່ນ, ກັບລາບ ແລະ ນໍາໄປແກງໃສ່ຊີ້ນ ແລະ ໃສ່ເຫັດປວກ ມີລົດຊາດຂົມຫວານ. ຮາກນໍາມາບົດຜະສົມນໍ້າຮ້ອນ ທາບ່ອນທີ່ມີອາການເຈັບປວດ. ແກ່ນຕົ້ມນໍ້າດື່ມເປັນຢາບັນເທົາອາການໄຂ້ ແລະ ຊ່ວຍໃນການຍ່ອຍອາຫານ.