ຕົ້ນຜັກກະໂດນນໍ້າ / Freshwater Mangrove
APA 6th ed. ຕົ້ນຜັກກະໂດນນໍ້າ / Freshwater Mangrove. (2019, April 3). Retrieved from https://www.phakhaolao.la/kb/0000437
MLA 8th ed. ຕົ້ນຜັກກະໂດນນໍ້າ / Freshwater Mangrove. Pha Khao Lao, 3 April 2019, https://www.phakhaolao.la/kb/0000437.
Chicago 17th ed. Pha Khao Lao. 2019. "ຕົ້ນຜັກກະໂດນນໍ້າ / Freshwater Mangrove." Published April 3, 2019. https://www.phakhaolao.la/kb/0000437.
Barringtonia acutangula subsp. acutangula
Barringtonia acutangula subsp. spicata (Blume) Payens
ໄທ: ກະໂດນນໍ້າ, ກະໂດນທຸ່ງ, ຈິກນາ, ຈິກນໍ້າ
Eng: freshwater mangrove, itchytree, mango-pine
ເປັນໄມ້ຢືນຕົ້ນ ປະເພດປ່ຽນໃບ, ສູງ 5-15 ມ. ເຮືອນຍອດເປັນພຸ່ມ ຫຼື ແຜ່ກ້ວາງ, ມີລໍາຕົ້ນກົມ ເປືອກສີນໍ້າຕານແຕກເປັນຮ່ອງ ແລະ ສັນແຫຼມຕາມຍາວ, ກິ່ງກ້ານມັກຄົດງໍ ປາຍກິ່ງກົ່ງລົງ. ໃບດ່ຽວຈັບແບບລຽງສະຫຼັບຢູ່ປາຍກິ່ງ, ແຜ່ນໃບເປັນຮູບໄຂ່ປິ້ນ ຫຼື ຮູບຫອກປິ້ນ, ຍາວ 6-16 ຊມ, ກ້ວາງ 3-8 ຊມ, ກົກໃບຮູບຫຼີ້ມ, ຂອບໃບລຽບ, ປາຍໃບແຫຼມ, ຜິວໃບເຫຼືອມມັນເປັນສີຂຽວ, ໃບອ່ອນສີແດງ ຫຼື ສີນໍ້າຕານເຂັ້ມ ແລະ ມີຂົນໃບ. ເມື່ອເວລາມີດອກມັນຈະລົ້ມໃບ ຫຼື ພຽງແຕ່ໃບອ່ອນສີແດງ. ດອກອອກເປັັນຊໍ່ຮວງຮ້ອຍລົງອອກຢູ່ປາຍກິ່ງ ຍາວ 30-40 ຊມ. ດອກມີກາບດອກ 4 ກີບ, ກີບດອກສັ້ນ ປາຍແຍກເປັນ 4 ກີບ ມີສີແດງ ຫຼື ສີບົວ, ຈະຫຼົ່ນໄດ້ງ່າຍ ເມື່ອບານເຕັມທີ່ຈະມີເສັ້ນຜ່າສູນກາງປະມານ 2 ຊມ, ມີເກສອນຜູ້ຢູ່ເປັນຝອຍໆ, ສີບົວ ຫຼື ສີແດງຈໍານວນຫຼາຍ. ໝາກກົມ ມີສັນເປັນຫຼ່ຽມ 4 ສັນ, ລຽງຕາມລວງຍາວຂອງໝາກໆມີແກ່ນຢູ່ 1 ແກ່ນ, ຮູບໄຂ່.
ດອກ ແລະ ຍອດອ່ອນມີລົດຊາດຝາດ ສາມາດກິນເປັນຜັກສົດ ກິນກັບແຈ່ວ, ກັບລາບ, ກັບປົ່ນ ແລະ ພັນປາ. ໃບແກ້ທ້ອງເສຍ, ເປືອກເປັນຢາລົດໄຂ້ ແລະ ຮັກສາໄຂ້ມາລາເຣຍ, ໝາກແກ້ໄອ, ແກ້ຫວັດ. ແກ່ນແກ້ຈຸກສຽດ. ນໍ້າຄັ້ນຈາກແກ່ນເປັນຢາຍອດຕາ. ຮາກເປັນຢາລະບາຍອ່ອນໆ.