ຜັກກູດແດງ / Swamp Fern
APA 6th ed. ຜັກກູດແດງ / Swamp Fern. (2019, April 3). Retrieved from https://www.phakhaolao.la/kb/0000435
MLA 8th ed. ຜັກກູດແດງ / Swamp Fern. Pha Khao Lao, 3 April 2019, https://www.phakhaolao.la/kb/0000435.
Chicago 17th ed. Pha Khao Lao. 2019. "ຜັກກູດແດງ / Swamp Fern." Published April 3, 2019. https://www.phakhaolao.la/kb/0000435.
Lomaria scandens Willd.
Lomariopsis palustris (Burm. f.) Kuhn
Lomariopsis scandens Mett.
Olfersia scandens (Willd.) C. Presl
Polypodium palustre Burm. f.
Pteris scandens (Willd.) Roxb.
Stenochlaena scandens J. Sm.
ໄທ: ລໍາເທັງ, ລໍາເພັງ, ຜັກຍອດແດງ, ຜັກກູດມອນ, ປຣງສວນ, ຜັກກູດແດງ
ຜັກກູດແດງເປັນພືດລົ້ມລຸກ ມີເຫົ້ງາເລືອຕາມໝ້າດິນ ຫຼື ພັນໄປກັບຕົ້ນໄມ້ອື່ນ. ໃບປະສົມແບບຂົນນົກ, ອອກລຽງສະຫຼັບກັນເປັນຄູ່ ໃບມີຢູ່ 2 ຊະນິດຄື: ໃບມີກຸ່ມສະປໍ ຈະມີຄວາມຍາວຂອງໃບປະມານ 45-80 ຊມ, ມີໃບຍ່ອຍຮູບຮີແຄບ, ໂຄນໃບມົນ, ປາຍໃບແຫຼມ, ແຜ່ນໃບລຽບມີສີຂຽວເປັນມັນ ຂອບໃບຫຍັກຄ້າຍຄືຟັນເລື່ອຍ ມີຂະໝາດຄວາມກ້ວາງປະມານ 2.5 ຊມ. ຍາວປະມານ 12.5 ຊມ. ກ້ານໃບຍາວເປັນສີນໍ້າຕານ, ໃບແກ່ຈະເປັນສີຂຽວ, ໃບອ່ອນຈະເປັນສີແດງ ສ່ວນໃບທີ່ສ້າງສະປໍມັກເກີດທີ່ປາຍຍອດ ໂດຍທີ່ແຜນໃບທັ້ງດ້ານເທິງ ແລະ ດ້ານລຸ່ມຈະປົກຄຸມໄປດ້ວຍກຸ່ມຂອງສະປໍ ແຕ່ບໍລິເວນເສັ້ນກາງໃບຈະບໍ່ມີ ມີຄວາມກ້ວາງປະມານ 3 ຊມ, ຍາວ 20 ຊມ.
ໃບ ແລະ ຍອດອ່ອນສາມາດນໍາມາກິນເປັນຜັກສົດ ຫຼື ນໍາມາປຸງແຕ່ງເປັນອາຫານໄດ້ ຫຼື ລວກເຮັດຊຸບປົນກັບຜັກຊະນິດອື່ນ, ກັບປົ່ນ, ກັບແຈ່ວ ແລະ ນໍາມາຂົ້ວ. ລໍາຕົ້ນມີຄວາມໝຽວ ແລະ ທົນທານ ສາມາດນໍາມາສານເຮັດເປັນກະຕ໋າໄດ້. ຮາກໃຊ້ເປັນຢາຮັກສາຈາກງູກັດໄດ້, ໃບ ແລະ ຍອດອ່ອນເປັນຢາບໍາລຸງໂລຫິດ. ຢາລະບາຍ.