ຕົ້ນໝາກຜາງ / Plum mango

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Bouea macrophylla Griff. / Anacardiaceae
ຊື່ພ້ອງ
ຊື່ອື່ນ
ລາວ: ໝາກຜາງ
ໄທ: ມະປາງ, ບັກປາງ, ມະຜາງ
ພາສາອັງກິດ: Black Turmeric

ບັນຍາຍລັກສະນະພືດສາດ

ເປັນຕົ້ນໄມ້ທີ່ມີຄວາມສູງເຖິງ 20 ແມັດ, ລໍາຕົ້ນ ແລະ ເຮືອນຍອດເປັນພຸ່ມຕືບ, ຮູບກົມ, ຜິວເປືອກລໍາຕົ້ນຄ່ອນຂ້າງເປັນກະຕູດ, ເປັນຮ່ອງສີເທົາອົມນໍ້າຕານອ່ອນ. ໃບດ່ຽວ, ອອກກົງຂ້າມກັນລັກສະນະຂອງໃບໝາກຜາງຄ້າຍໃບໝາກມ່ວງແຕ່ມີຂະໜາດນ້ອຍກວ່າ ແລະ ໃບເປັນໃບຮູບຂອບຂະໜານ, ມີສີຂຽວ, ແຜ່ນໃບໜຽວ, ມີເສັ້ນໃບເຫັນໄດ້ຊັດເຈນ, ໃບອ່ອນມີສີມ່ວງແດງ, ຍາວປະມານ 14 ຊມ, ກວ້າງປະມານ 3.5 ຊມ. ດອກຈະອອກເປັນຊໍ່, ອອກບໍລິເວນປາຍກິ້ງງ່າ, ດອກເມື່ອບານຈະມີສີເຫຼືອງ ເປັນດອກສົມບູນເພດ ແລະ ຊໍ່ດອກຈະຍາວປະມານ 8-15 ຊມ. ໝາກ ຮູບໄຂ້ ແລະ ກົມ, ປາຍແຫຼມ ໂດຍໝາກຜາງ 1 ຊໍ່ ຈະມີໝາກຢູ່ປະມານ 1-15 ໝາກ. ໝາກດີບຂອງໝາກຜາງຈະມີສີຂຽວອ່ອນເຖິງເຂັ້ມ ສ່ວນໝາກສຸກຈະມີສີເຫຼືອງ ເຖີງ ອົມສົ້ມ.

ບັນຍາຍການນຳໃຊ້

ໝາກຜາງມີລົດສົ້ມຫວານ ຮັບປະທານເປັນໝາກໄມ້ຕາມລະດູໄດ້ ນອກນັ້ນຍັງແກ້ເສມຫະ, ກັດເສມຫະໃນລໍາຄໍ, ແກ້ນໍ້າລາຍໜຽວ, ຟອກເລືອດ. ຮາກລົດຈືດເຢັນ ເປັນຢາຖອນພິດໄຂ້, ພິດສຳແດງ, ແກ້ໄຂ້ກັບ, ໄຂ້ຊໍ້າ ແລະ ແກ້ໄຂ້ມີພິດຮ້ອນ. ໃບມີລົດຈືດເຜັດ, ຕໍ່າພອກສີສະ ລົດອາການປົວຫົວ. ແກ້ໄຂ້ ຖອນພິດໄຂ້, ພິດສຳແດງ ໂດຍໃຊ້ຮາກສົດ 20-30 ກຼາມ ລ້າງໃຫ້ສະອາດ, ສັບເປັນຕ່ອນໆຕົ້ມໃນນໍ້າ 1 ລີດ ຄ້ຽວໃຫ້ເຫຼືອງເຄິ່ງໜຶ່ງ ຕອງເອົານໍ້າມາດື່ມວັນລະ 1-2 ເທື່ອ. ແກ້ປວດຫົວ, ໂດຍໃຊ້ໃບສົດ 10-15 ກຼາມ ລ້າງໃຫ້ສະອາດ ນໍາມາຕໍ່າໃຫ້ລະອຽດອາດຈະປະສົມເຫລົ່າເລັກນອຍກໍ່ໄດ້ ໃຊ້ພົກຫົວບໍລິເວນທີ່ປວດ.

ການປະກອບສ່ວນ