ຕົ້ນສອບແສບ / Connarus

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Connarus semidecandrus Jack / Connaraceae
ຊື່ພ້ອງ
Connarus semidecandrus Jack
Connarus semidecandrus var. gaudichaudii (DC.) Fosberg
ຊື່ອື່ນ
ລາວ: ຕົ້ນສອບແສບ (ໂປເລາະ)
ໄທ: ຄອບແຄບເຄືອ, ເຄືອໄຫຼນ້ອຍ, ເຄືອໝາວໍ. ຂາງຂາວ, ຂາງແດງ, ຂາງນໍ້າຄັ່ງ, ກະລໍາເພາະ, ທອບແທບ
ບັນຍາຍລັກສະນະພືດສາດ

ເປັນເຄືອ, ເປັນໄມ້ເລື້ອຍເນື້ອແຂງ, ພາດພັນກັບຕົ້ນໄມ້ອື່ນ, ສູງ 2-6 ຊມ. ເປືອກລໍາຕົ້ນລຽບເປັນສີນໍ້າຕານ, ຜິວເປືອກເປັນຕຸ່ມນ້ອຍໆ, ຕາມກິ່ງອ່ອນ ແລະ ຍອດອ່ອນມີຂົນຂື້ນປົກຄຸມ. ໃບປະສົມແບບຂົນນົກ, ຈັບແບບລຽງສະຫຼັບ, ໃບຍ່ອຍ 3-7 ໃບ, ກ້ານໃບສັ້ນ, ໃບຍ່ອຍຮູບຮີ ຫຼື ໃບເປັນຮູບຫອກ, ຍາວ 8-22 ຊມ, ກວ້າງ 4-8 ຊມ. ກົກໃບມົນ, ຂອບໃບລຽບ, ປາຍໃບແຫຼມ, ໃບອ່ອນເປັນສີນໍ້າຕານ, ຖ້າເປັນໃບແກ່ຈະເປັນສີຂຽວ, ຜິວໃບມັນເຫຼືອມ, ເສັ້ນໃບມີປະມານ 4-12 ຄູ່. ດອກອອກເປັນຊໍ່ຕາມຊອກໃບ ແລະ ປາຍກິ່ງ, ຊໍ່ດອກຍາວ 35 ຊມ. ກ້ານຊໍ່ດອກມີຂົນເປັນສີນໍ້າຕານປົນເຫຼືອງປົກຄຸມ, ດອກຍ່ອຍເປັນສີຂາວ, ມີກີບດອກ 5 ກີບ, ກີບດອກເປັນຫອກ ຫຼື ຮູບຂອບຂະໝານແຄບ, ດ້ານນອກກ້ຽງ  ແລະ ຖານກີບດອກເຊື້ອມຕິດກັນ. ກາບດອກມີ 5 ກີບ, ສີນໍ້າຕານອ່ອນ, ຮູບໄຂ່ ຫຼື ຮູບຮີ ປາຍແຫຼມ, ດ້ານນອກມີຂົນນຸ່ມ, ສ່ວນດ້ານໃນກ້ຽງ. ໝາກເປັນຮູບກ່ຽວ, ໝາກກວ້າງ 1-2 ຊມ, ຍາວ 1.5-3.5 ຊມ, ເປືອກໝາກບາງສີຂຽວ ຜິວໝາກດ້ານນອກລຽບກ້ຽງ. 

ບັນຍາຍການນຳໃຊ້

ຍອດອ່ອນນໍາມາກິນເປັນຜັກສົດ ມີລົດຊາດຝາດ ກັບລາບ, ກັບແຈ່ວ, ເປັນຜັກພັນ. ໃບນໍາໄປຕົ້ມລ້າງບາດແຜ່ນໍ້າຮ້ອນລວມ ຫຼື ໄຟໄໝ້. ເຄືອຕັດເອົາມາຕົ້ມດື່ມບໍາລຸງກໍາລັງ.

ການປະກອບສ່ວນ