ຕົ້ນສອບແສບ / Connarus
APA 6th ed. ຕົ້ນສອບແສບ / Connarus. (2019, April 3). Retrieved from https://www.phakhaolao.la/kb/0000425
MLA 8th ed. ຕົ້ນສອບແສບ / Connarus. Pha Khao Lao, 3 April 2019, https://www.phakhaolao.la/kb/0000425.
Chicago 17th ed. Pha Khao Lao. 2019. "ຕົ້ນສອບແສບ / Connarus." Published April 3, 2019. https://www.phakhaolao.la/kb/0000425.
Connarus semidecandrus var. gaudichaudii (DC.) Fosberg
ໄທ: ຄອບແຄບເຄືອ, ເຄືອໄຫຼນ້ອຍ, ເຄືອໝາວໍ. ຂາງຂາວ, ຂາງແດງ, ຂາງນໍ້າຄັ່ງ, ກະລໍາເພາະ, ທອບແທບ
ເປັນເຄືອ, ເປັນໄມ້ເລື້ອຍເນື້ອແຂງ, ພາດພັນກັບຕົ້ນໄມ້ອື່ນ, ສູງ 2-6 ຊມ. ເປືອກລໍາຕົ້ນລຽບເປັນສີນໍ້າຕານ, ຜິວເປືອກເປັນຕຸ່ມນ້ອຍໆ, ຕາມກິ່ງອ່ອນ ແລະ ຍອດອ່ອນມີຂົນຂື້ນປົກຄຸມ. ໃບປະສົມແບບຂົນນົກ, ຈັບແບບລຽງສະຫຼັບ, ໃບຍ່ອຍ 3-7 ໃບ, ກ້ານໃບສັ້ນ, ໃບຍ່ອຍຮູບຮີ ຫຼື ໃບເປັນຮູບຫອກ, ຍາວ 8-22 ຊມ, ກວ້າງ 4-8 ຊມ. ກົກໃບມົນ, ຂອບໃບລຽບ, ປາຍໃບແຫຼມ, ໃບອ່ອນເປັນສີນໍ້າຕານ, ຖ້າເປັນໃບແກ່ຈະເປັນສີຂຽວ, ຜິວໃບມັນເຫຼືອມ, ເສັ້ນໃບມີປະມານ 4-12 ຄູ່. ດອກອອກເປັນຊໍ່ຕາມຊອກໃບ ແລະ ປາຍກິ່ງ, ຊໍ່ດອກຍາວ 35 ຊມ. ກ້ານຊໍ່ດອກມີຂົນເປັນສີນໍ້າຕານປົນເຫຼືອງປົກຄຸມ, ດອກຍ່ອຍເປັນສີຂາວ, ມີກີບດອກ 5 ກີບ, ກີບດອກເປັນຫອກ ຫຼື ຮູບຂອບຂະໝານແຄບ, ດ້ານນອກກ້ຽງ ແລະ ຖານກີບດອກເຊື້ອມຕິດກັນ. ກາບດອກມີ 5 ກີບ, ສີນໍ້າຕານອ່ອນ, ຮູບໄຂ່ ຫຼື ຮູບຮີ ປາຍແຫຼມ, ດ້ານນອກມີຂົນນຸ່ມ, ສ່ວນດ້ານໃນກ້ຽງ. ໝາກເປັນຮູບກ່ຽວ, ໝາກກວ້າງ 1-2 ຊມ, ຍາວ 1.5-3.5 ຊມ, ເປືອກໝາກບາງສີຂຽວ ຜິວໝາກດ້ານນອກລຽບກ້ຽງ.
ຍອດອ່ອນນໍາມາກິນເປັນຜັກສົດ ມີລົດຊາດຝາດ ກັບລາບ, ກັບແຈ່ວ, ເປັນຜັກພັນ. ໃບນໍາໄປຕົ້ມລ້າງບາດແຜ່ນໍ້າຮ້ອນລວມ ຫຼື ໄຟໄໝ້. ເຄືອຕັດເອົາມາຕົ້ມດື່ມບໍາລຸງກໍາລັງ.