ຜັກກາບປີ / Climbing Day-flower
APA 6th ed. ຜັກກາບປີ / Climbing Day-flower. (2020, December 8). Retrieved from https://www.phakhaolao.la/kb/0000424
MLA 8th ed. ຜັກກາບປີ / Climbing Day-flower. Pha Khao Lao, 8 December 2020, https://www.phakhaolao.la/kb/0000424.
Chicago 17th ed. Pha Khao Lao. 2020. "ຜັກກາບປີ / Climbing Day-flower." Published December 8, 2020. https://www.phakhaolao.la/kb/0000424.
Commelina diffusa Willd. ex Kunth
Commelina diffusa Zoll. ex C.B.Clarke
Commelina diffusa subsp. aquatica (J.K.Morton) Ogwal
Commelina diffusa var. cordispatha Rohweder
Commelina diffusa subsp. diffusa
Commelina diffusa var. diffusa
Commelina diffusa var. gigas (Small) Faden
Commelina diffusa f. glabra (G.Mey.) Rohweder
Commelina diffusa var. major Kayama
Commelina diffusa subsp. scandens (Welw. ex C.B.Clarke) Oberm.
ໄທ: ຜັກປລາຍຂອບໃບຂຽວ, ຜັກກາບປີ, ຜັກປລາບ, ຜັກປລາບນາ, ໝ້າກາບຜີ
ພືດລົ້ມລຸກອາຍຸປີດຽວ ລໍາຕົ້ນແຕກກິ່ງກ້ານເລືອແຜ່ໄປຕາມພື້ນໜ້າດິນ ຫຼື ແຄມນໍ້າ ຊູຍອດຂື້ນ, ສູງ 30-155 ຊມ. ລໍາຕົ້ນອວບນ້ຳ, ມີຂະໝາດເສັ້ນຜ່າສູນກາງປະມານ 2.1-4.9 ມມ. ມີຮາກອອກຕາມຂໍ້. ໃບດ່ຽວຈັບລຽງສະລັບ, ໃບເປັນຮູບຂອບຂະໝານ ຫູື ຮູບໃບຫອກ, ຂອບໃບຈັກເປັນແຂ້ວເລື່ອຍ, ໃບກ້ວາງ 1.2-2.8 ຊມ, ຍາວ 2.1-12.5 ຊມ, ຜິວໃບລຽບ ຫຼື ມີຂົນເລັກຫນ້ອຍ. ກາບໃບຍາວ 1.1-3.2 ຊມ, ຂອບກາບໃບມີຂົນ, ຍາວ 2-2.5 ມມ. ດອກອອກເປັນຊໍ່ກະຈຸກຕາມຊອກໃບ ແລະ ປາຍກິ່ງ, ປະກອບດ້ວຍດອກ 4 ດອກ, ກີບດອກເປັນສີມ່ວງນໍ້າເງີນ ຫຼື ສີມ່ວງຄາມ, ມີໃບປະດັບສີຂຽວຫຸົ້ມຊໍ່ດອກ, ຫຼັງໃບປະດັບມີຂົນ. ກາບດອກມີ 3 ກີບ ສີຂຽວອ່ອນ, ຍອດເກສອນເພດແມ່ເປັນສີມ່ວງ, ກ້ານເກສອນແມ່ ແລະ ກ້ານຊູເກສອນສີມ່ວງອ່ອນໃສ. ໝາກເປັນແຫ້ງ, ຮູບໄຂ່ປາຍແຫຼມ, ຍາວປະມານ 5 ຊມ, ພາຍໃນມີແກ່ນຄ່ອນຂ້າງກົມ, ຜິວແກ່ນລຽບ.
ຍອດອ່ອນ ແລະ ໃບອ່ອນນໍາມາລວກກິນກັບແຈ່ວ, ກັບປົ່ນ ຫຼື ນໍາມາຊຸບປະສົມກັບຜັກຊະນິດອີ່ນໆ ແລະ ໃຊ້ເປັນອາຫານສັດ ຈໍາພວກ ງົວ, ຄວາຍ ໂດຍມີຄຸນຄ່າທາງໂພສະນາການ ຜັກກາບປີມີອາຍຸໄດ້ 45 ວັນ ຈະປະກອບໄປດ້ວຍ ໂປຕີນ 16.8-19.6%, ແຄຊຽມ 1.6-6.5% ຟົດສະຟໍ 0.31%, ໂພແທຊຽມ 4.4%, ADF 315-354%, NDF 42-511%, ລິກນິນ 8.1-9.8%, MD 597-683%, ທາດເຫຼັກ 587 ppm, ໄນເຕຮ 136 ppm.