ຜັກແວ່ນ / Four Leaf Clover

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Marsilea quadrifolia L. / Marsileaceae
ຊື່ພ້ອງ
Oxalis repens Thunb.
ຊື່ອື່ນ
ລາວ: ຜັກແວ່ນ
ໄທ: ຜັກແວ່ນ, ຜັກລິ້ນປີ່, ຫູນເຕາະ, ຜັກກໍາແຫວນ
ບັນຍາຍລັກສະນະພືດສາດ

ຜັກແວ່ນເປັນພືດຈັດໃນກຸ່ມຜັກກູດ ເລືອຍາວຕາມໝ້າດິນມີລໍາຕົ້ນສູງປະມານ 20 ຊມ. ຈະເລີນເຕີບໂຕໃນນໍ້າຕື່ນໆ ມີລໍາຕົ້ນເປັນເຫົ້ງາລຽວຍາວຄ່ອຍເກາະເລືອ ແລະ ແຕກກິ່ງກ້ານບໍ່ເປັນລະບຽບມີຂົນສີນໍ້າຕານອ່ອນໆຂື້ນປົກຄຸມ ແລະ ໃບຈະຢູ່ເທິງໝ້ານໍ້າໂດຍຕົ້ນອ່ອນຈະມິສີຂຽວເມື່ອແກ່ແລ້ວຈະເປັນສີນໍ້າຕານເຂັ້ມສ່ວນຂອງຮາກສາມາດເກາະຕິດ ແລະ ຈະເລີນຢູ່ໄດ້ທັງເທິງໝ້າດິນ ຫຼື ຈະເລີນໄດ້ຢູ່ໃນນໍ້າ. ໃບຜັກແວ່ນ ໃບເປັນໃບປະສົມແບບວີ, ໂດຍມີໃບຍ່ອຍ 4 ໃບ, ຄ້າຍກັງຫັນລັກສະນະຂອງໃບຍ່ອຍເປັນຮູບສາມຫມ່ຽມ ປາຍມົນ, ກົກໃບແຫຼມ ເຊື່ອມຕິດກັນ, ໃບສີຂຽວອ່ອນ ມີຄວາມກ້ວາງປະມານ 0.6-1.5 ຊມ. ຍາວປະມານ 0.8-8 ຊມ.  ໂຄນໃບສອບ ສ່ວນຂອບຂອງໃບລຽບ ຫຼື ຫຍັບເລັກໝ້ອຍ ສ່ວນກ້ານໃບຈະມີຄວາມຍາວປະມານ 4.5-15 ຊມ. ກົກໃບແກ່ມີສະປໍ  ອອກທີ່ໂຄນກ້ານໃບເປັນກ້ອນແຂງໆອອກດ່ຽວ ຫຼື ອອກຫຼາຍອັນມີສີດໍາກ້ານຍາວປະມານ 0.5 ຊມ. ດອກເປັນດອກດ່ຽວມີສີເຫຼືອງ ດອກມີກີບເປັນສີມ່ວງມີຂະໝາດນ້ອຍອອກຕາມຊອກໃບ

ບັນຍາຍການນຳໃຊ້

ໃບອ່ອນຍອດອ່ອນ ແລະ ກ້ານໃບໃຊ້ເປັນຜັກສົດ ຍອດອ່ອນນໍາເອົາມາກິນກັບປົ່ນ, ກັບແຈ່ວໝໍ່ໄມ້ສົ້ມ ແລະ ຊຸບໝໍ່ໄມ້. ນອກຈາກນັ້ນຍັງນໍາມາລວມຊຸບ ຫຼື ນໍາໄປຊຸບປະສົມໃສ່ກັບຜັກຊະນິດອື່ນ.

ການປະກອບສ່ວນ