ຜັກອີ່ຮີ່ນ / Arrow Leaf Pondweed
APA 6th ed. ຜັກອີ່ຮີ່ນ / Arrow Leaf Pondweed. (2019, April 3). Retrieved from https://www.phakhaolao.la/kb/0000413
MLA 8th ed. ຜັກອີ່ຮີ່ນ / Arrow Leaf Pondweed. Pha Khao Lao, 3 April 2019, https://www.phakhaolao.la/kb/0000413.
Chicago 17th ed. Pha Khao Lao. 2019. "ຜັກອີ່ຮີ່ນ / Arrow Leaf Pondweed." Published April 3, 2019. https://www.phakhaolao.la/kb/0000413.
Monochoria hastata var. elata (Ridl.) Backer
Monochoria hastata var. hastata
ໄທ: ຜັກຕົບ, ຜັກໂປ່ງ, ຜັກຫອດ
ເປັນພືດລົ້ມລຸກ, ເກີດຢູ່ນ້ຳ, ສູງປະມານ 30 ຊມ. ໃບດຽວຈັບແບບລຽງສະຫຼັບຮອບຕົ້ນ, ກ້ານໃບຍາວປະມານ 90 ຊມ. ໂຄນກ້ານສີແດງສົດ, ກາງ ແລະ ປາຍກ້ານສີຂຽວກົມ, ອວບນໍ້າ, ແຜ່ນໃບຮູບຄ້າຍຄືຫົວລູກສອນ, ໃບຫອກ, ກວ້າງ 3-15 ຊມ, ຍາວ 4.5-20.0 ຊມ, ປາຍໃບແຫຼມ, ໂຄນໃບວໍ້າ, ຂອບໃບລຽບ, ຜິວໃບກ້ຽງເນື້ອໃບອາບນໍ້າ. ດອກເປັນຊໍ່ກະຈຸກຄ້າຍເກີດຈາກກ້ານໃບ, ກ້ານຊໍ່ດອກຍາວປະມານ 65 ຊມ, ຈໍານວນດອກຍ່ອຍ 10-60 ດອກ, ມີກາບຫຸ້ມ 2 ກາບ, ກາບລຸ່ມໃບ, ແຜ່ນກາບຮູບຫົວລູກສອນ ຫຼື ໃບຫອກ, ກາບເທິງເປັນໃບປະດັບຫຸ້ມດ້ວຍກາບລຸ່ມ, ບໍ່ມີກ້ານ ແລະ ແຜ່ນຮອງຮັບ, ຍາວປະມານ 5 ຊມ, ດອກສົມບູນເພດ, ມີກ້ານຍາວປະມານ 3 ມມ, ວົງກີບລວມ 6 ກີບ ສີນໍ້າເງີນ ຫຼື ມ່ວງ ກ້ວາງ 7-8 ມມ, ຍາວ 10-18 ມມ, ບິດກ່ຽວຫຸ້ມໝາກ, ເກສອນຜູ້ 6 ອັນ, ສີເຫຼືອງ 5 ອັນ, ສີນໍ້າເງີນ 1 ອັນ, ເຕົ້າໄຂ່ມີ 3 ຫ້ອງ. ໝາກເປັນຮູບໄຂ່ເກືອບກົມ, ກ້ວາງປະມານ 9 ມມ, ປະມານ 12 ມມ, ມີສັນຮອບໆ. ແກ່ນເປັນຮູບຊົງກະບອກແກມຮູບໄຂ່ ຂະໝາດປະມານ 0.5 ຊມ, ຍາວປະມານ 1 ຊມ, ມີສັນລະອຽດຕາມຍາວ 10-15 ເສັ້ນ.
ຍອດອ່ອນ, ໃບອ່ອນ ແລະ ດອກອ່ອນ ສາມານຳລວກກິນກັບແຈ່ວກັບປົ່ນໄດ້ ຫຼື ນຳມາແກງ, ຊຸບກັບຜັກຊະນິດອື່ນ ( ສະເພາະຜັກຕົບທີ່ຢູ່ໃນສະພາບແວດລ້ອມທີ່ຂ້ອນຂ້າງບໍລິສຸດ ). ນອກນັ້ນຕົ້ນຜັກຕົບຍັງມີສັບພະຄຸນເປັນຢາແກ້ພິດໃນຮ່າງກາຍຊ່ວຍຂັບລົມ ແລະ ໃຊ້ຕຳໂພະໃສ່ແຜແກ້ບາດແຜອັກເສບໄດ້ອີກດ້ວຍ.