ຫຍ້າຄີໄຟນົກຂຸ້ມ / Prickly-leaved elephant's foot

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Elephantopus scaber L. / Asteraceae
ຊື່ພ້ອງ
Elephantopus scaber auct. non L.
Elephantopus scaber L.
Elephantopus scaber var. albiflorus Kuntze
Elephantopus scaber var. carolinianus (Willd.) Kuntze
Elephantopus scaber var. coeruleus Kuntze
Elephantopus scaber var. liniatus Miq.
Elephantopus scaber var. martii (Sch. Bip. / DC.) Hassk.
Elephantopus scaber subsp. oblanceolata Kitam.
Elephantopus scaber subsp. oblanceolato-oblonga Kitam.
Elephantopus scaber subsp. plurisetus (O.Hoffm.) Philipson
Elephantopus scaber var. plurisetus O.Hoffm.
Elephantopus scaber subsp. scaber
Elephantopus scaber var. scaber
Elephantopus scaber var. sinuatus (Mor.) Miq.
Elephantopus scaber var. tomentosus (L.) Sch.Bip.
Elephantopus scaber var. tomentosus (L.) Sch.Bip. ex Baker
ຊື່ອື່ນ
ລາວ: ຄີໄຟນົກຂຸ້ມ, ຈີ່ຫໍ້, ແຂ້ວໝູ, ຫືດ
ໄທ: ໂດ່ບໍ່ຮູ້ລົ້ມ, ຫນາດຜາ, ຄີໄຟນົກຂຸ້ມ,
ຫວຽດນາມ: Caay chir thieen
ພາສາອັງກິດ: Prickly-leaved elephant's foot
ບັນຍາຍລັກສະນະພືດສາດ

ຕົ້ນຫຍ້າຄີໄຟນົກຄຸ້ມ ເປັນພືດລົ້ມລຸກ, ແຕ່ມີລຳຕົ້ນແຂງ, ສູງ 20-40 ຊມ. ຕົ້ນແຕກງ່າຫຼາຍຕັ້ງແຕ່ກົກ, ງ່າມີຂົນ. ໃບກົກມັກຈະປູຢູ່ພື້ນດິນ, ໃບປົ່ງອ້ອມລຳຕົ້ນເປັນຮູບດອກຈັນ, ແຜ່ນໃບຍາວ 6-12 ຊມ , ກວ້າງ 3-5 ຊມ, ທັງ 2 ໜ້າຂອງໃບລ້ວນແຕ່ມີຂົນແຂງ, ສີຂາວຈາງໆ, ໃບທີ່ຢູ່ສ່ວນເທິງນ້ອຍກວ່າໃບຢູ່ກົກ, ແຄມໃບສ້ອຍແຂ້ວເລື່ອຍ. ຈຸ້ມດອກ ເປັນແບບດອກຕາເວັນ, Compositae, ປະກອບດ້ວຍ 4 ດອກ ສີອິດຈາງໆ, ດອກຢູ່ຍອດ ເປັນຊິມ cyme ດ່ຽວ. ໝາກເປັນຮູບສວຍ. ກີບດອກສີມ່ວງ

ບັນຍາຍການນຳໃຊ້

ໃຊ້ໝົດຕົ້ນ, ໃຊ້ສົດ ຫຼື ແຫ້ງກໍ່ໄດ້. ຫຍ້າຄີໄຟນົກຂຸ້ມເປັນຢາຫ້າມເລືອດທີ່ດີ, ເປັນຕົ້ນແມ່ນບັນດາກໍລະນີເລືອດດັງອອກ, ຮາກອອກເລືອດ, ເປັນຢາແກ້ໄຂ້ຮ້ອນ, ຍ່ຽວຍາກ, ປະສົມກັບຕົ້ນແສດຊົມພູເປັນຢາປົວອັບເສບຕັບ. ມື້ໜຶ່ງກິນ 50 ກຼາມ ໃນແບບຢາຕົ້ມ

ການປະກອບສ່ວນ