ຕົ້ນກະເດົາຊ້າງ / Chinaberry Tree

ການນຳໃຊ້
ພືດເປັນຢາ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Melia azedarach L. / Meliaceae
ຊື່ພ້ອງ
Melia azedarach var. glabrior C.DC.
Melia azedarach var. intermedia (Makino) Makino
Melia azedarach var. subtripinnata Miq.
Melia azedarach var. toosendan (Siebold & Zucc.) Makino
ຊື່ອື່ນ
ລາວ: ຕົ້ນກະເດົາຊ້າງ, ຮ່ຽນ
ໄທ: ຕົ້ນລ່ຽນ, ລ່ຽນດອກມ່ວງ, ກຮຽນ, ຄ່ຽນ, ຮ່ຽນ, ລ່ຽນໃບໃຫຍ່, ຄ່ຽນ, ລ່ຽນ, ເກດມະນີ.
ຈີນ: ໂຊ່ໜາຍ, ຂູ່ລ່ຽນ, ຂູ່ລ່ຽນຊູ່.
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ສູງ 10–15 ແມັດ. ແຕກກີ່ງກ້ານໂປ່ງບາງ ແລະ ແຜ່ກວ້າງ, ເປືອກຕົ້ນເປັນສີນ້ຳຕານແຕກເປັນຮ່ອງຕາມທາງຍາວຕື້ນໆ, ເປືອກຕົ້ນມີຮູຂະໜາດນ້ອຍ, ກີ່ງອ່ອນເປັນສີຂຽວ, ສ່ວນກີ່ງແກ່ເປັນສີມ່ວງ. ໃບປະສົມແບບຂົນນົກສອງຊັ້ນອອກລຽນວຽນສະຫຼັບ, ໃບຍ່ອຍ 3–5 ໃບ, ລັກສະນະຂອງໃບຍ່ອຍເປັນຮູບໄຂ່ ຫຼື ຮູບຮີ, ຂອບຂະໜານ, ປາຍໃບຮຽວແຫຼມ, ໂຄນໃບມົນ, ຂອບໃບເປັນແຂ້ວເລື້ອຍ, ແຜ່ນໃບກ້ຽງ. ດອກເປັນຊໍ່ຕາມຊອກໃບໃກ້ກັບປາຍກີ່ງ, ດອກເປັນສີຂາວປົນມ່ວງ, ມີກິ່ນຫອມເຢັນອ່ອນໆ, ກີບດອກມີ 5–6 ກີບ, ລັກສະນະເປັນຮູບຂອບຂະໜານ, ກ້ານເກສອນເພດຜູ້ມີສີມ່ວງເຂັ້ມຕິດກັນເປັນຫຼອດ ຊື່ງຈະຕັດກັບກີບດອກ. ກາບດອກໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກເປັນ 5–6 ແສກ ແລະ ດອກຢູ່ໂຄນກ້ານຊໍ່ຈະບານກ່ອນແລ້ວຄ່ອຍໆບານຂື້ນໄປຕາມລຳດັບ. ໝາກກົມຮີ, ກະເດົາຊ້າງນ້ອຍໝາກຍາວປະມານ 1.2–1.5 ຊັງຕີແມັດ ສ່ວນກະເດົາຊ້າງໃຫຍ່ໝາກຍາວປະມານ 2–3 ຊັງຕີແມັດ. ໝາກອ່ອນເປັນສີຂຽວ ເມື່ອໝາກສຸກເປັນສີເຫຼືອງອ່ອນ ຫຼື ສີນ້ຳຕານເຫຼືອງ. ພາຍໃນໝາກມີແກ່ນດຽວສີນ້ຳຕານ.

ບັນຍາຍການນຳໃຊ້

ເປືອກຕົ້ນ ແລະ ເປືອກຮາກໃຊ້ເປັນຢາຮັກສາພະຍາດຜີວໜັງຂີ້ກາກ, ເຮື້ອນ, ເຊື້ອຣາເທີງໜັງຫົວ ໂດຍຕຳລາຢາຮັກສາຜີວໜັງຂີ້ກາກ, ເຮື້ອນ ໃຫ້ໃຊ້ຢາແຫ້ງ (ຈາກເປືອກ) ນຳມາບົດໃຫ້ເປັນຜົງປະສົມກັບນ້ຳສົ້ມສາຍຊູໃຊ້ທາບໍລິເວນທີ່ເປັນວັນລະ 2–3 ຄັ້ງ ຫຼື ຈະໃຊ້ແກ່ນນຳມາຂົ້ວໃຫ້ເຫຼືອງບົດໃຫ້ເປັນຜົງປະສົມກັບນ້ຳມັນໝາກພ້າວໃນອັດຕາສ່ວນ 1:1 ໃຊ້ທາບໍລິເວນທີ່ເປັນ, ໃຊ້ຮັກສາພະຍາດປາກຂໍໂດຍໃຊ້ເປືອກຕົ້ນຈຳນວນ 600 ກຼາມ ແລະ ນ້ຳ 3,000 ມີນລີລິດ ນຳມາຕົ້ມໃຫ້ເຫຼືອພຽງ 600 ມີນລີລິດ ແລະ ໃຫ້ເອົາໝາກພິລາຈຳນວນ 25 ກຼາມ ແລະ ນ້ຳ 300 ມີນລີລິດ ນຳມາຕົ້ມໃຫ້ເຫຼືອພຽງ 120 ມີນລີລິດ ແລ້ວເອົາສ່ວນທີ່ເຫຼືອທັງ 2 ຊະນິດມາປະສົມກັນ. ຜູ້ໃຫຍ່ໃຊ້ຮັບປະທານຄັ້ງລະ 30 ມີນລີລິດ. ສ່ວນອີກວິທີໃຫ້ໃຊ້ຢາແຫ້ງຈາດເປືອກ 500 ກຼາມ ນຳມາຕົ້ມກັບນ້ຳ 3,000 ມີນລີລິດຕົ້ມຈົນເຫຼືອນ້ຳປະມານ 200 ມີນລີລິດ ຈິ່ງນຳເອົາກາກຢາອອກແລ້ວໃສ່ນ້ຳເພີ່ມເຂົ້າໄປ, ຕື່ມນ້ຳຕານແດງ 50 ກຼາມ, ຕົ້ມຕໍ່ໄປຈົນເຫຼືອນ້ຳ 200 ມີນລີລິດ ໃຊ້ແບ່ງຮັບປະທານຄັ້ງລະ 35–40 ມີນລີລິດ ( ຖ້າເປັນເດັກນ້ອຍໃຫ້ຫຼຸດປະລິມານລົງເຄິ່ງໜື່ງ ) ຮັບປະທານຕອນທ້ອງຫວ່າງ ວັນລະ 1 ຄັ້ງ.

ການປະກອບສ່ວນ