ຕົ້ນຕານ / Sugar Palm

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Borassus flabellifer L. / Arecaceae
ຊື່ພ້ອງ
Borassus flabelliformis L.
Borassus flabelliformis Roxb.
Borassus sundaicus Becc.
Borassus tunicatus Lour.
Lontarus domestica Gaertn. [Illegitimate]
Pholidocarpus tunicatus (Lour.) H.Wendl.
Thrinax tunicata (Lour.) Rollisson
ຊື່ອື່ນ
ລາວ: ຕົ້ນໝາກຕານ
ໄທ: ຕານນາ, ລູກຕານ, ຕະນອດ, ລູກໂນດ
ອັງກິດ: Sugar palm
ບັນຍາຍລັກສະນະພືດສາດ

ຕົ້ນຕານເປັນໄມ້ຢືນຕົ້ນ, ລຳຕົ້ນສູງເຖິງ 30 ແມັດ, ຢູ່ເທິງຍອດ ຫຼື ປາຍມີໃບແຜ່ອອກ. ໃບເມື່ອຍັງອ່ອນເປັນສີຂຽວເຫຼື້ອມ, ໃບກວ້າງ 1-1.5 ແມັດ, ແຜ່ນໃບໜາຄ້າຍຮູບຫວີ, ປາຍໃບເປັນແຂ້ວແສກເລີກເຖິງເຄີ່ງແຜ່ນໃບ, ສ່ວນກ້ານໃບໜາເປັນສີເຫຼືອງຍາວປະມານ 1-2 ແມັດ, ຮູບຮ່າງຄ້າຍຄືກັບໃບຄໍ້. ດອກຕານເປັນສີຂາວອົມເຫຼືອງ, ອອກດອກເປັນຊໍ່, ຊໍ່ດອກມີດອກຢູ່ແຕ່ລະຊໍ່ 8-16 ດອກ, ດອກຈູ້ມມີກາບຫຸ້ມ, ດອກເພດຜູ້ ແລະ ແມ່ຢູ່ຕ່າງຕົ້ນ. ຊໍ່ດອກຜູ້ໃຫ່ຍກວ່າ ຊໍ່ດອກແມ່ແຕກກິ່ງງ່າຫຼາຍ. ໝາກຕານມົນກົມ, ໝາກມີຂະໜາດປະມານ 15-20 ຊມ, ຮູບຮ່າງຄ້າຍຄືໝາກພ້າວ ແຕ່ທາງໃນຈະມີແກ່ນຂະໜາດນ້ອຍກວ່າ, ມີສາມແກ່ນແປ, ໂອບດ້ວຍເສັ້ນໃຍຈຳນວນຫຼາຍຢ່າງໜາແໜ້ນ ແລະ ເປືອກແຂງ, ດ້ານໃນແກ່ນເປັນວຸ້ນສີຂາວ ແລະ ມີນ້ຳໃຈກາງ. 

ບັນຍາຍການນຳໃຊ້

ຕົ້ນຕານສ່ວນທີ່ໃຊ້ເປັນຢາແມ່ນຂວັ້ນຮ່ວງດອກ, ເປັນນໍ້າຕານເຊິ່ງແມ່ນທາດແຫຼວທີ່ໄຫຼອອກຈາກຮ່ວງດອກ. ວິທີຜະລິດນໍ້າຕານ: ເມື່ອຕົ້ນຕານເປັນດອກແລ້ວ, ເພີ່ນຕັດປາຍກ້ານຊໍ່ດອກ, ຊຶ່ງເຮົາເຄີຍເອີ້ນວ່າ: (ໂຄຍຕານ) ຕັດຖີ່ມປະມານ 3-5 ຊມ, ແລ້ວເອົາທໍ່ຊຸບໃສ່, ຄວນຕັດຍາມແລງຄ້ອຍຄໍ່າ, ປະໄວ້ຕະຫຼອດຄືນຈະໄດ້ນໍ້າຕານປະມານ 1 ລີດ. ນໍ້າຕານທີ່ເອົາກາງຄືນຈະບໍ່ມີລົດສົ້ມ, ຫວານດີ, ມີກິ່ນຫອມ, ບົ່ມກັບແປ້ງເຫຼົ້າຈະໄດ້ເຫຼົ້າຕານມີປະລິມານທາດເຫຼົ້າຕໍ່າ ຄ້າຍຄືເບຍ, ແຕ່ກໍ່ອາດຈະໃຊ້ ປຸ່ງແຕ່ງໃຫ້ເຂັ້ມຂຸ້ນຂື້ນໄດ້. ນອກຈາກສ່ວນທີ່ໃຊ້ເປັນຢາ ແລະ ວັດຖຸດິບທີ່ຜະລິດນໍ້າຕານແລ້ວ, ໝາກຕານເປັນອາຫານບໍາລຸງ, ໃຊ້ວຸ້ນຈາກແກ່ນຮັບປະທານ, ໜ່ວຍແກ່ເປັນສີເຫຼືອງ, ມີກິ່ນຫອມ, ວຸ້ນຈະແຂງກາຍເປັນທາດແປ້ງທີ່ສາມາດເຮັດເຂົ້າໜົມ ຫຼື ເຮັດນໍ້າຫວານ. ຄຸນປະໂຫຍດທາງການແພດ: ຂວັ້ນຮວງດອກເປັນຢາປົວໄຂ້, ຂັບປັດສະວະ, ປົວໄຂ້ມາເລເຊຍ, ປ້າງໃຫຍ່, ຕັບອັບເສັບ: ຊອຍຂວັ້ນດອກເປັນປ່ຽງບາງໆຊັ່ງເອົາ 100 ກຼາມປະສົມນໍ້າ 100 ມິນລີລີດ, ຕົ້ມຟົດ 15 ນາທີ, ແບ່ງເປັນ 2-3 ເທື່ອ ດື່ມໃນ 1 ວັນ. ຂວັ້ນດອກປີ້ງ, ເອົາມາປັ້ນ ຫຼື ໜີບ ເອົານໍ້າດື່ມໃນຕອນເຊົ້າໆລະ 100 ກຣາມ ເປັນຢາຂ້າແມ່ທ້ອງກົມ. ນໍ້າຕານຂອງຮວງດອກຕານຍັງເປັນຢາລະບາຍອ່ອນ (Purgative) ເປັນຢາແກ້ເບື່ອໃນກໍລະນີເບື່ອ. ຕົ້ນຕານອ່ອນເປັນຢາປົວຕັບອັບເສັບ, ໜັງເຫຼືອງ, ຂັບປັດສະວະ. ຮາກຕານກໍ່ເປັນຢາຂັບປັດສະວະສະດວກ, ໃຊ້ໃນຮູບຢາຕົ້ມ ມື້ໜຶ່ງ 50-60 ກຣາມ. ສ່ວນອື່ນຂອງຕົ້ນຕານກໍ່ມີຄຸນປະໂຫຍດ, ລຳຕົ້ນເຮັດເສົາເຮືອນ, ແຂບເຮືອນ, ໃບຕານໃຊ້ໄວ້ມຸງເຮືອນ, ເຮັດກຸບ.

ການປະກອບສ່ວນ