ຜັກຄາດ / Toothache plant

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Acmella oleracea (L.) R.K.Jansen / Asteraceae
ຊື່ພ້ອງ
Anacyclus pyrethraria (L.) Spreng.
Bidens acmelloides Berg.
Bidens fervida Lam.
Bidens fixa Hook.f.
Bidens fusca Lam.
Bidens oleracea (L.) Cav. ex Steud.
Cotula pyrethraria L.
Pyrethrum spilanthus Medik.
Spilanthes acmella var. oleracea (L.) C.B.Clarke
Spilanthes acmella var. oleracea (L.) C.B.Clarke ex Hook.f.
Spilanthes fusca hort.par. ex Lam.
Spilanthes oleracea L. [Illegitimate]
Spilanthes oleracea var. fusca (Lam.) DC.
Spilanthes oleracea var. oleracea
Spilanthes radicans Schrad. ex DC. [Illegitimate]
ຊື່ອື່ນ
ລາວ: ຜັກຄາດ, ຜັກຄາດຂີ້ໜູ, ຜັກຄາດຫົວແຫວນ
ໄທ: ຜັກຄາດ, ຜັກເຜັດ, ຜັກຕຸ້ມຫູ
ວຽດນາມ: Cusc aos
ອັງກິດ: Toothache plant, paracress
ຍີປຸຸ່ນ: Cresson de para
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ສູງ 0.4-0.7 ແມັດ. ໃບດ່ຽວ, ຈັບກົງກັນຂ້າງ, ແຜ່ນໃບຮູບໄຂ່ແຫຼມ, ສ້ອຍ, ຍາວ, ຂອບໃບແຂ້ວເລື່ອຍຫ່າງ ຫຼື ເປັນຄື້ນ, ແຜ່ນໃບຍາວ 3-7 ຊມ, ກວ້າງ 1-3 ຊມ, ມີຂົນອ່ອນນຸ່ມທັ້ງສອງດ້ານ, ກົກໃບຮູບຫຼີ້ມ, ຂອບລຽບຖີງຈັດບໍ່ແນ່ນອນ ມີກ້ານໃບກົມ, ສີຂຽວ. ດອກເປັນຊໍ່ກະຈຸກແໜ້ນ, ມັກເປັນດອກຢູ່ຍອດ, ດອກສີເຫຼືອງຍາວ 10-15 ມມ, ໝາກແຂງ (achena) ສີເທົາ, ແຄມມີລ່ຽມ, ຍາວ 2-8 ມມ. ດອກຊໍ່ອອກລະຫວ່າງຊອກໃບ, ດອກລຽນເປັນຊໍ່ກະຈຸກແໜ່ນເປັນຮູບໄຂ່, ກ້ານຊໍ່ດອກຍາວເຖີງ 10 ຊມ, ມີກາບປະດັບລຽນຊ້ອນ 2 ຊັ້ນເປັນຮູບໄຂ່, ວົງຊັ້ນໃນນອກເປັນເພດແມ່, ດອກຊັ້ນໃນເປັນດອກສົມບູນອະເພດມີຂະໜາດໃຫ່ຍກວ່າດອກຊັ້ນນອກ, ກົກກີບດອກເຊື່ອມຕິດກັນເປັນຫຼອດຕິດກັບເຕົ້າໄຂ່. ໝາກແຫ້ງເປັນສັນນູນ ມີ 3 ສັນ ຍາວປະມານ 0.3 ຊມ, ມີສີດໍາ. 

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ນຳມາຄ້ຽວແກ້ອາການເຈັບແຂ້ວ, ນ້ຳຕົ້ມຈາກຮາກໃຊ້ເປັນຢາຖ່າຍ, ໃຊ້ເປັນຢາລະບາຍ, ແກ້ອາການທ້ອງຜູກ ແລະ ນຳມາປະສົມກັບສະໝຸນໄພອື່ນແກ້ປະຈຳເດືອນມາບໍ່ປົກກະຕິ.
  • ຕົ້ນ: ນຳມາຕຳປະສົມເຫຼົ້າ ຫຼື ນ້ຳສົ້ມສາຍຊູແລ້ວນຳມາອົມແກ້ຝີໃນຄໍ, ຕົ້ນສົດນຳມາຕຳຄັ້ນເອົານ້ຳນຳມາທາແກ້ອາການເຈັບແຂ້ວ, ມີຣົດເຜັດຮ້ອນ ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍໃນການຍ່ອຍອາຫານ, ຊວຍຂັບລົມໃນລຳໄສ້, ໃຊ້ເປັນຢາແກ້ປວດປະຈຳເດືອນ, ໃຊ້ເປັນຢາຫ້າມເລືອດໄດ້ເປັນຢ່າງດີ
  • ໃບ: ແກ້ອາການຊາແດງ, ແກ້ເລືອດເປັນພິດ, ແກ້ອາການຕາຟາງ, ແກ້ມຶ່ນ, ນຳມາຍ້ຳແກ້ອາການເຈັບແລ້ວ, ແກ້ອາການສຳລັກໃນເດັກ, ເປັນຢາຖ່າຍສຳລັບເດັກ, ເປັນຢາຂັບລົມໃນເັດກນ້ອຍ ຊ່ວຍແກ້ທ້ອງອືດທ້ອງເຟີ້, ແກ້ພິດຕາມທະວານ, ແກ້ອາການຕັກເລືອດ, ຊ່ວຍແກ້ຝີດາດ, ຕຳພອກຮັກສາແຜ, ຮັກສາແຜພຸພອງ, ຊ່ວຍແກ້ອຳມະພາດ ແລະ ອາການເໜັບຊາ
  • ດອກ: ຊ່ວຍໃນການຈະເລີນອາຫານ, ຊ່ວຍກະຕຸ້ນນ້ຳລາຍໄດ້, ໃຊ້ຮັກສາຣຳມານາດ, ນຳມາປະສົມກັບຢາສະໝຸນໄພອື່ນຈະມີສັບພະຄຸນຊ່ວຍແກ້ລົມ ຫຼື ອາການເຈັບຫົວຂ້າງດຽວ, ໃຊ້ເປັນຢາຂັບນ້ຳລາຍໄດ້,​ ແກ້ພະຍາດໃນຄໍ ຮັກສາແຜ່ໃນປາກ ແລະ ຄໍ, ຊ່ວຍແກ້ ຫຼື ຫຼຸດອາການເຈັບແຂ້ວ ແລະ ແຂ້ວຜຸ, ຊ່ວຍຮັກສາແຂ້ວແມງ, ແກ້ລີ້ນເປັນອຳມະພາດ, ຮັກສາພະຍາດຕິດອ່າງໃນ່ເດັກນ້ອຍ, 
  • ໝາກ: ນຳມາໃຊ້ເປັນຢາແກ້ຮ້ອນໃນໄດ້.
  • ແກ່ນ: ໃຊ້ຄ້ຽວເປັນຢາແກ້ຄໍແຫ້ງ ແລະ ເປັນຢາຂັບນ້ຳລາຍ.
  • ທັງຕົ້ນ: ຊ່ວຍແກ້ເດັກນ້ອຍໄຫ້, ໃຊ້ຮັກສາຊາງນ້ຳ, ໃຊ້ຮັກສາດີຊານ, ແກ້ໄຂ້, ແກ້ໄຂ່ສັ່ນ ໂດຍການນຳມາຕົ້ມກັບ້ຳຕານແດງກິນ, ແກ້ອາການຫອບໄອ ລະຫອບອາການຫອບຫືດ, ແກ້ອາການໄອ, ໄອຫວັດ, ແກ້ຫຼອດລົມອັກເສບຊຳເຮື້ອ, ແກ້ອາການປອດບວມ,​ ນຳມາຕົ້ມໃສ່ນ້ຳດື່ມແກ້ອາການຊ້ຳໃນຊ່ວງເອິກ, ທັງຕົ້ນໃຊ້ຕຳປະສົມກັບເຫຼົ້າແລ້ວໃຊ້ສຳລີຊຸບແລ້ວນຳມາອົມແກ້ອໍອັກເສບ, ອາການຄັນຄໍ, ຕ່ອມທອຍຊິນອັກເສບ ແລະ ຊ່ວຍແກ້ຝີຄໍ, ຊ່ວຍຮັກສາພະຍາດເລືອດອອກຕາມຫວ່າງແຂ້ວ, ໃຊ້ເປັນຢາແກ້ອາການເຈັບເຫງືອກເຈັບແຂ້ວ, ຊ່ວຍແກ້ຄໍຕີບ, ຮັກສາຕ່ອມນ້ຳລາຍອັກເສບ, ແກ້ບິດ, ແກ້ອາການທ້ອງຂີ້ຮາກ, ນຳມາຊົງດື່ມເປັນຢາຊ່ວຍຂັບປັດສະວະໄດ້, ຊ່ວຍຮັກສາລິດຊີດວງ, ຮັກສາອາການເຣີ່ມ, ແກ້ອາການຕັບອັກເສບ, ຮັກສາຜິວໜັງເປັນຝີ ຫຼື ເປັນຕຸ່ມ, ຕຳພອກແກ້ພິດບວມ, ແຜບວມ, ແກ້ພິດງູກັດ, ໝາກັດ, ຊ່ວຍຮັກສາໄຂຂໍ້ອັກເສບຈາກລົມຂື້ນ, ຫຼຸດອາການເຈັບບວມກ້າມເນື້ອ ມີອາການເຈັບເມືອຍຕາມຮ່າງກາຍ, ແກ້ຟົກຊ້ຳ, ແກ້ອາການເຈັບກະດູກຂ້າງ ແລະ ຕົ້ມດື່ມແກ້ອາການເຈັບທ້ອງຫຼັງເກີດ.
  • ບໍ່ລະບຸສ່ວນທີ່ໃຊ້: ໃຊ້ເປັນອາຫານບຳລຸງທາດສຳລັບແມ່ຫຼັງເກີດ ແລະ ມີອາການວຽນຫົວ, ແກ້ຕົວຮ້ອນ, ໃຊ້ຮັກສາແຜຊຳເຮື້ອຫາຍຍາກ, ໃຊ້ເປັນຢາຮັກສາກະດູກຫັກ, ກະດູກແຕກ, ນິຍົມນຳໄປໃສ່ຢາອົບ ຫຼື ຢາອາບຫຼັງເກີດ. 
  • ຮາກ ແລະ ທາງຕົ້ນ: ຊ່ວຍແກ້ພິດຕານຊ້າງ, ໃຊ້ເປັນຢາບ້ວນປາກແກ້ອາການອັກເສບໃນຊ່ອງປາກ ແລະ ແກ້ອາການເຈັບຄໍ ແລະ ແກ້ອາການຄັນ.
  • ຮາກ, ດອກ ແລະ ໃບ: ແກ້ອາການເຈັບຫົວ. 
  • ໃບ ແລະ ທັງຕົ້ນ: ຊ່ວຍແກ້ອາການຈ່ອຍເຫຼືອງ, ຊ່ວຍແກ້ອາການເດັກຕົວຮ້ອນ ແລະ ໃຊ້ຮັກສາຕານເຕັ້ນ
  • ໃບ ແລະ ດອກ: ມີສານ Spilanthol ມີສິດຊ່ວຍຂ້າເຊື້ອກາຟາກທີ່ຢູ່ໃນເລືອດຄື ເຊື້ອມາລາເຣຍໂດຍບໍ່ມີພິດຕໍ່ຄົນ ຈຶ່ງມີແນວໂນ້ມວ່າການຮັບປະທານຜັກຄາກຈະຊ່ວຍແກ້ໄຂ້ມາລາເຣຍໄດ້.
  • ຈາກການທົດລອງພົບວ່າຜັກຄາດສາມາດຊ່ວຍຕ້ານເຊື້ອແບັກທິເຣຍ, ໄວຣັສ, ຢີສ, ຊ່ວຍຢັບຢັ້ງການຫົດ ແລະ ເຄັງຕົວຂອງລຳໄສ້, ກະຕຸ້ນຮິວຕາມິນໃນການເຮັດໃຫ້ລຳໄສ້ຫົດ-ເຄັງ, ຊ່ວຍຫຼຸດຄວາມດັນເລືອດ, ປັບປຸ່ງລະບົບພູມຄຸ້ມກັ່ນ, ເປັນຢາສະເພາະທີ່ຊ່ວຍຮັກສາອາການເຈັບຫຼຸດຄວາມແຮງ ແລະ ຄວາມຖີ່ຂອງການບີບຕົວຂອງຫົວໃຈ ແລະ ຊ່ວຍຢັບຢັ້ງການຫົດຕົວຂອງມົດລູກທີ່ເກີດຈາກ Oxytocin.

ປະໂຫຍດ: 

  • ໃບດອກ ແລະ ໝົດທັງຕົ້ນ: ບັນຈຸນໍ້າມັນຫອມລະເຫີຍທີ່ປະກອບດ້ວຍ Terpene ຊະນິດໜຶ່ງທີ່ມີຊື່ວ່າ Spilanthen ນອກຈາກນັ້ນຍັງມີ Spilanthol, ທາດນີ້ມີອັດຕາສ່ວນ 1% ໃນດອກ. ເຫຼົ້າແຊດອກຜັກຄາດ 1/5 ເປັນຢາແກ້ປວດແຂ້ວແມງ, ບາງຄົນໃຊ້ເປັນຢາມຶນກັບທີ່ເພື່ອຫຼົກແຂ້ວ. ນໍ້າຕົ້ມໃບຜັກຄາດໃຊ້ສະຫົວເປັນຢາແກ້ເຈັບຫົວດິບ, ປົວຕຸ່ມເປືອຍ, ຄັນ.
  • ຮາກ: ເປັນຢາຖ່າຍທ້ອງ (Laxative) ເອົາ 4-8 ກຼາມ ມາຕົ້ມກັບນໍ້າ 1 ຈອກ, ດື່ມ, ນໍ້າຕົ້ມໃບ, ຖ້າດື່ມຈະເປັນຢາກັດໜິ້ວໄຂ່ຫຼັງ ແລະ ຖ່າຍເບົາສະດວກ.
  • ຜັກຄາດ: ຍັງເປັນຢາແກ້ກ້າງຄາຄໍ: ເອົາດອກຜັກຄາດ ຫຼື ໃບ 50 ກຼາມ, ໃບໝາກແຕງຄ້າງ 50 ກຼາມ, ນຳມາບົດລະອຽດແລ້ວເອົານໍ້າສົ້ມລ້ຽງ 20 ມລ ຕື່ມໃສ, ຄົນໃຫ້ສະເໝີ, ໃຫ້ຄົນເຈັບດື່ມໜ້ອຍໜຶ່ງ, ມື້ລະຄັ້ງ.
  • ໃບ: ຜັກຄາດອ່ອນເປັນເຄື່ອງປະກອບປຸງແຕ່ງເອາະຫຼາມຊີ້ນແຫ້ງ, ຕົ້ນຕໍເປັນຜັກທີ່ດັບກິ່ນຄາວ.
  • ອາຫານ: ສາມາດນຳມາຮັບປະທານສົດ, ໃຊ້ແກ້ມອາຫານຄາວເພື່ອຊ່ວຍດັບກິ່ນ ແລະ ຊ່ວຍເພີ່ມຣົດຊາດ. ຍອດອ່ອນນຳມາຫຼວກ ແລະ ດອກອ່ອນໃຊ້ລວກຮັບປະທານກັບແຈ່ວ, ກັບລາບ, ກ້ອຍ, ແກງ ຫຼື ແກງແຄ, ເອາະ ຫຼື ແກງ.
  • ປັດຈຸບັນໝູໄດ້ນຳໃຊ້ຜັກຄາດເຂົ້າເປັນຢາແກ້ປວດບວມ, ໃຊ້ເປັນຢາມ໋ອງ ຫຼື ເຮັດເປັນນ້ຳມັນ, ແຕ່ບໍນິຍົມຮັບປະທານ.
  • ທັງຕົ້ນ: ມີສານ Spilanthol ເຊິ່ງສະກັດມາເປັນຢາຊາ.​
  • ສານສະກັດ: ສານຈາກຜັກຄາດສາມາດຊ່ວຍລະງັບບາດການລະບາດຂອງເພ້ຍສີນ້ຳຕານໄດ້ເປັນຢ່າງດີ ແລະ ຊ່ວຍຂ້າຍຸງໄດ້ດີ.

ຂໍ້ຄວນລະວັງ: ແມ່ຍິງຖືພາຫ້າມຮັບປະທານຜັກຄາດ.

ຄຸນຄ່າທາງດ້ານໂພສະນາການ: 

  • ພະລັງງານ 32 ກິໂລແຄລຣີ
  • ຄາໂບໄຮເດຣ 7.1 ກຼາມ
  • ໂປຣຕີນ 1.9 ກຼາມ
  • ໄຂມັນ 0.3 ກຼາມ
  • ນ້ຳ 89 ກຼາມ
  • ວິຕາມິນເອ 3.917 ໜ່ວຍສາກົນ
  • ວິຕາມິນບີ1 0.03 ມິນລີກຼາມ
  • ວິຕາມິນຊີ 20 ມິນລີກຼາມ
  • ແຄລຊຽມ 162 ມິນລີກຼາມ
  • ທາດເຫຼັກ 4 ມິນລີກຼາມ
  • ຟອສຟໍຣັສ 41 ມິນລີກຼາມ
ການປະກອບສ່ວນ