ໝາກເດື່ອປ່ອງ / Ma Duea Plong

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ficus hispida L.f. / Moraceae
ຊື່ພ້ອງ
icus hispida Blanco
Ficus hispida var. badiostrigosa Corner
Ficus hispida f. borneensis Miq.
Ficus hispida var. hastata Blanco
Ficus hispida var. incana Kuntze
Ficus hispida var. linearis Blanco
Ficus hispida f. obovifolia Hochr.
Ficus hispida var. odorata Blanco
Ficus hispida var. viridis Kuntze
ຊື່ອື່ນ
ລາວ: ໝາກເດື່ອປ່ອງ
ໄທ: ໝາກເດື່ອປ້ອງ, ເດື່ອສາຍ
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນຂະໜາດນ້ອຍເຖີງຂະໜາດກາງ ຫຼື ໃຫຍ່, ສູງປະມານ 10 ແມັດ ແລະ ອາດສູງເຖີງ 12 ແມັດ, ລຳຕົ້ນຕັ້ງຊື່, ເປືອກລຳຕົ້ນລຽບໜາເປັນສີນ້ຳຕານ ຫຼື ສີເທົາປົນດຳ, ຕາມລຳຕົ້ນມີຮອຍເປັນຂໍ້ປ້ອງຫ່າງໆຄ້າຍຄືຮອຍຂວັ່ນເປັນຂໍ້ໆ ຕະຫຼອດເຖີງກີ່ງ, ກີ່ງງ່າປ້ອມສັ້ນທຸກສ່ວນມີນ້ຳຢາງສີຂາວຂຸ້ນ. ໃບດ່ຽວຈັບລຽງກົງກັນຂ້າມກັນສະຫຼັບຕັ້ງສາກ, ຮູບຂອບຂະໜານ, ຮູບໄຂ່ແກມຂອບຂະໜານ, ປາຍໃບມົນມີຕີ່ງແຫຼມ, ໂຄນໃບມົນ. ດອກເປັນຊໍ່ແບບຊໍ່ໝາກເດື່ອຊື່ງຈະອອກດອກຕາມລຳຕົ້ນ ແລະ ກີ່ງ ຫຼື ອາດຈະພົບອອກຕາມໂຄນ ຫຼື ຕາມກີ່ງທີ່ຫ້ອຍລົງ, ບໍ່ມີໃບ ຫຼື ພົບເຫັນໄດ້ຕາມຊອກໃບ. ດອກຍ່ອຍມີຂະໜາດນ້ອຍອັດກັນແໜ້ນ ຈະເລີນເຕີບໂຕຢູ່ໃນຖານຮອງດອກທີ່ຫໍ່ຫຸ້ມໄວ້ເພື່ອທີ່ຈະເລີນເຕີບໄປເປັນໝາກ. ຢູ່ປາຍມີຊ່ອງເປີດທີ່ມີໃບປະດັບປິດຢູ່, ມີກ້ານຊໍ່ດອກຍາວ, ດອກອ່ອນເປັນສີຂຽວສ່ວນດອກແກ່ເປັນສີເຫຼືອງຢູ່ໂຄນມີໃບປະດັບ 3 ໃບ ຍາວປະມານ 1–15 ມີນລີແມັດ ລັກສະນະເປັນຮູບສາມຫຼ່ຽມພາຍໃນມີດອກ 3 ປະເພດຄື: ດອກເພດຜູ້, ດອກເພດແມ່ ແລະ ດອກປຸ່ມຫູດ. ດອກເປັນແບບແຍກເພດແຕ່ຢູ່ໃນຊໍ່ດຽວກັນ. ດອກເພດຜູ້ມີປະມານ 1–2 ແຖວ ຢູ່ປາຍມີຂົນເກສອນເພດຜູ້ 1 ອັນ. ສ່ວນດອກເພດແມ່ມີ ຫຼື ບໍ່ມີກ້ານ, ກີບລວມເຊື່ອມຕິດກັນຄ້າຍທໍ່ສັ້ນໆ ແລະ ດອກປຸ່ມຫູດບໍ່ມີກ້ານ, ກີບລວມປົກຄຸມຮັງໄຂ່. ໝາກເດື່ອທົ່ວໄປຮູບຊົງກົມ, ກົ້ນໝາກມີຮອຍບຸ້ມ ມີເສັ້ນສັນ 7–9 ເສັ້ນແຜ່ຮອບໆຈາກຍອດ, ມີຂົນອ່ອນນຸ່ມ ແລະ ມີເກັດປົກຄຸມແບຫ່າງໆ ອອກໝາກຕິດກັນເປັນກຸ່ມແໜ້ນປະມານ 10–15 ໝາກ. ໝາກມີຂະໜາດປະມານ 2.5–4 ຊັງຕີແມັດ. ຜີວໝາກລຽບມີຈຸດສີຂາວໝົ້ດໜ່ວຍ. ໝາກສົດເປັນສີຂຽວພໍສຸກແລ້ວຈະປ່ຽນເປັນສີເຫຼືອງ. 

ບັນຍາຍການນຳໃຊ້

ໝາກເດື່ອປ່ອງມີຣົດຂົມເປັນຢາເຢັນມີສັບພະຄຸນຊ່ວຍຮັກສາໂຣກໂລຫິດຈາງ, ເປັນຢາແກ້ໄຂ້ມາເລເຣຍ, ເປັນຢາແກ້ອາການປວດກະເພາະ. ຮາກ ແລະ ເປືອກລຳຕົ້ນນຳມາຕຳໃຊ້ເປັນຢາທາແກ້ຝີ, ແກ້ຜື່ນຄັນຕາມຜີວໜັງ ຫຼື ໃຊ້ກິນເປັນຢາແກ້ປະດົງ ຫຼື ຈະໃຊ້ແກ່ນນຳມາຝົນກັບນ້ຳປູນໃສທາແກ້ຝີໄດ້ດີ. ນອກນັ້ນໝາກເດື່ອອ່ອນຍັງຮັບປະທານໄດ້ແຕ່ບໍ່ເປັນທີ່ນິຍົມເນື່ອງຈາກມີແມງໄມ້ອາໃສຢູ່ໃນໝາກ, ໃບອ່ອນໃຊ້ຮັບປະທານຮ່ວມກັບແຈ່ວໝາກເຜັດ, ລາບ ສ່ວນຊໍ່ດອກ ແລະ ໝາກອ່ອນເປັນຜັກສົດ ຫຼື ຕົ້ມກິນກັບປົ່ນ ຫຼື ອາດຈະນຳມາປຸງອາຫານຈຳພວກແກງສົ້ມໄດ້.

ການປະກອບສ່ວນ