ຜັກກຸ່ມ / Garlic Pear Tree
APA 6th ed. ຜັກກຸ່ມ / Garlic Pear Tree. (2019, April 3). Retrieved from https://www.phakhaolao.la/kb/0000374
MLA 8th ed. ຜັກກຸ່ມ / Garlic Pear Tree. Pha Khao Lao, 3 April 2019, https://www.phakhaolao.la/kb/0000374.
Chicago 17th ed. Pha Khao Lao. 2019. "ຜັກກຸ່ມ / Garlic Pear Tree." Published April 3, 2019. https://www.phakhaolao.la/kb/0000374.
ໄທ: ກຸ່ມນໍ້າ, ຜັກກຸ່ມ
ຜັກກຸ່ມເປັນໄມ້ຢືນຕົ້ນມີຄວາມສູງ 7-15 ມ. ລໍາຕົ້ນລຽບເປືອກສີເທົາ. ໃບປະກອບແບບນິ້ວມືແຜ່ນໃບຄ່ອນຂ້າງຫນາສີຂຽວເປັນມັນ ດ້ານລຸ້ມໃບມີສີອ່ອນກ່ວາດ້ານເທີງມີໃບຍ່ອຍ 3 ໃບ ກ້ານໃບປະກອບມີຄວາມຍາວປະມານ 4-14 ຊມ. ຫູໃບນ້ອຍລ່ວງໄດ້ງ່າຍລັກສະນະຂອງໃບຍ່ອຍ ເປັນຮູບໃບຫອກ ຫຼື ຂອບຂະຫນານມີຄວາມກ້ວາງປະມານ 15-6 ຊມ. ຍາວປະມານ 45-18 ຊມ. ປາຍຄ່ອຍໆລຽວແຫຼມມີຄວາມຍາວປະມານ 25 ຊມ. ໂຄນສອບໃບຍ່ອຍທີ່ຢູ່ດ້ານຂ້າງໂຄນໃບຈະບ້ຽວເລັກໝ້ອຍ ໃບຍ່ອຍບໍ່ມີກ້ານ ຫຼື ຖ້າມີກໍ່ບໍ່ຍາວ. ດອກອອກເປັນຊໍ່ແບບກະຈະຈ່າງອອກຕາມຍອດ ມີຈໍານວນຫຼາຍດອກ ກ້ານດອກຍາວປະມານ 4-7 ຊມ. ກາບດອກເປັນລັກສະນະຮູບໄຂ່ປາຍແຫຼມກ້ວາງປະມານ 2 ມມ. ແລະ ຍາວປະມານ 2-4 ມມ. ກີບດອກກ້ອນນໍ້າມີສີຂາວແລ້ວຄ່ອຍໆປ່ຽນເປັນສີເຫຼືອງໃບມີລັກສະນະຄ່ອມຂ້າງກົມ. ໝາກກົມເປືອກຫນາສີເຫຼືອງອົມເທົາເມື່ອສຸກຈະເປັນສີເທົາໝາກແກ່ຜິວຈະລຽບ ໝາກກ້ວາງປະມານ 15-45 ຊມ. ຍາວປະມານ 5-8 ຊມ. ກ້ານໝາກຍາວປະມານ 8-13 ຊມ. ກ້ານຫນາປະມານ 3-5 ມມ.
ຍອດອ່ອນໃຊ້ປຸງເປັນອາຫານ ຍອດອ່ອນມີລົດຊາດສົ້ມເຝືອນ ນໍາມາເຮັດອ່ອມໃສ່ຊີ້ນ ແລະ ໝັກເຮັດສົ້ມຜັກກຸ່ມ ທີ່ມີຂາຍໃນທ້ອງຕະຫຼາດ ແລະ ໃຊ້ເປັນຢາສະໝຸນໄພ ຍາລະບາຍ, ຍາບໍາລຸງ, ແກ້ໄຂ້, ແກ້ປວດເສັ້ນເປັນອໍາມະພາດ, ໂລກໄຂຂໍອັບເສດ.