ໝາກນັດ / Pineapple

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ananas comosus (L.) Merr. / Bromeliaceae
ຊື່ພ້ອງ
Ananas comosus var. albus (L.B.Sm.) Camargo
Ananas comosus var. ananassoides (Baker) Coppens & F.Leal
Ananas comosus var. bracteatus (Lindl.) Coppens & F.Leal
Ananas comosus var. comosus
Ananas comosus var. erectifolius (L.B.Sm.) Coppens & F.Leal
Ananas comosus f. lucidus (Mill.) Mez
Ananas comosus var. microstachys (Mez) L.B.Sm.
Ananas comosus var. parguazensis (Camargo & L.B.Sm.) Coppens & F.Leal
Ananas comosus var. rudis (Bertoni) Camargo
Ananas comosus f. sativus (Schult. & Schult.f.) Mez
Ananas comosus var. tricolor (Bertoni) Camargo
Ananas comosus var. variegatus (Lowe) Moldenke
ຊື່ອື່ນ
ລາວ: ໝາກນັດ
ໄທ: ສັບປະຣົດ, ໝາກນັດ, ມະນັດ, ຍ່ານັດ, ຫຍ່ານັດ, ມະຂະນັດ
ອັງກິດ: Pineapple
ບັນຍາຍລັກສະນະພືດສາດ

ເປັນພືດເນື້ອອ່ອນທີ່ມີອາຍຸຫຼາຍປີມີຊໍ່ດອກຢູ່ທີ່ສ່ວນຍອດຂອງລຳຕົ້ນ, ລຳຕົ້ນມີລັກສະນະຮູບຮ່າງຄ້າຍຄືຕະກຽງໃຕ້ຍາວປະມານ 20-30 ຊມ, ມີຂະໜາດເສັ້ນຜ່າສູນກາງປະມານ 2-3.5 ຊມ, ສຳລັບສ່ວນທີ່ກວ້າງທີ່ສຸດມີປະມານ 5 ຊມ. ລຳຕົ້ນສ່ວນຢູ່ເທີງໜ້າດິນມີລັກສະນະຕັ້ງຊື່ແຕ່ສ່ວນທີ່ຢູ່ໃຕ້ດິນຈະຄົດເລັກນ້ອຍ, ລຳຕົ້ນຈະປະກອບດ້ວຍຂໍ້ ແລະ ປ້ອງສັ້ນໆຈຳນວນຫຼາຍ, ສ່ວນຂອງປ້ອງຍາວປະມານ 2-5 ມມ. ໃບຮູບຂອບຂະໜານ, ຍາວປະມານ 80 ຊມ, ກວ້າງ 5 ຊມ, ຂອບໃບລຽບ ຫຼື ມີໜາມ. ໝາກນັດເປັນໝາກລວມທີ່ເກີດຈາກການເຊື່ອມຕິດກັນຂອງໝາກຍ່ອຍຈຳນວນ 100-200 ໝາກເຂົ້າກັບແກນກາງຂອງຊໍ່ດອກ.

ບັນຍາຍການນຳໃຊ້

ໝາກນັດເປັນພືດທີ່ມີຄວາມສຳຄັນຕໍ່ຂະແໜງອຸດສະຫະກຳ, ນອກຈາກຈະນຳເອົາໝາກນັດມາບໍລິໂພກສົດແລ້ວຍັງສາມາດປຸງແຕ່ງເປັນຜະລິດຕະພັນຕ່າງໆໄດ້ຫຼາຍຊະນິດນອກຈາກນີ້ໝາກນັດຍັງມີສ່ວນຕ່າງໆທີ່ສາມາດນຳມາໃຊ້ປະໂຫຍດໄດ້ຢ່າງກວ້າງຂວາງ. ຈຸກໜໍ່ ຫຼື ແໜງ ສາມາດນຳມາໃຊ້ເປັນສ່ວນຂະຫຍາຍພັນເພື່ອປູກໄດ້. ລຳຕົ້ນ ຫຼື ເຫງົ້າຈະມີສານຊະນິດໜຶ່ງຄື: ສານໂບຣມີເລນ ເຊິ່ງແມ່ນສານທີ່ໃຊ້ປະໂຫຍດໃນທາງການແພດ. ໃບນຳມາໃຊ້ຄຸ່ມດິນເພື່ອຮັກສາຄວາມຊຸມຂອງດິນ. ເປືອກ ແລະ ແກນຈະມີນໍ້າປະມານ 90% ຈະມີໂປຣຕີນຄ້າງຢູ່ປະມານ 0.7-7% ຖ້າຕາກແຫ້ງຈະມີໂປຣຕີນສູງເຖີງ 7-70%. ເສດເຫຼືອຈາກຕົ້ນໝາກນັດທຸກພາກສ່ວນທີ່ເຫຼືອຖີ່ມໄວ້ໃນສວນເຮົາສາມາດປົ່ນ ແລະ ໄຖກົບໝັກເປັນຝຸ່ນເພື່ອເປັນການເພີ່ມອິນຊີວັດຖຸໃຫ້ແກ່ດິນ.

ການປະກອບສ່ວນ