ໄມ້ຈິກໂຄກ / Sal Tree

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Shorea obtuse Wall. / Diperocarpaceae
ຊື່ພ້ອງ
Shorea acuminata Dyer
Shorea acuminatissima Symington
Shorea acuta P.S.Ashton
Shorea affinis (Thwaites) P.S.Ashton
Shorea agami P.S.Ashton
Shorea agsaboensis W.L.Stern
Shorea alba Ridl.
Shorea albida Symington
Shorea almon Foxw.
Shorea alutacea P.S.Ashton
Shorea amplexicaulis P.S.Ashton
Shorea andulensis P.S.Ashton
Shorea angustifolia P.S.Ashton
Shorea angustiloba Foxw.
Shorea aptera Burck
Shorea argentea C.E.C.Fisch.
Shorea argentifolia Symington
Shorea asahi P.S.Ashton
ຊື່ອື່ນ
ລາວ: ໄມ້ຈິກໂຄກ
ໄທ: ໄມ້ເຕັງ, ໄມ້ຈິກ, ໄມ້ເຕັງຂາວ
ກຳປູເຈຍ: ເຮີຍງ
ວຽດນາມ: Ca Chac
ອັງກິດ: Simese sal tree, Titya
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນສູງປະມານ  10-25 ແມັດ. ເປືອກນອກສີນໍ້າຕານເຂັ້ມ, ແຕກເປັນຮ່ອງເລີກຕາມລວງຍາວຂອງລຳຕົ້ນ ແລະ ແຕກເປັນຮ່ອງຕື້ນຕາມທາງຂວາງ. ເປືອກເປັນສີນໍ້າຕານແດງ, ມີຢາງສີຂາວເຫຼືອງ. ໃບດ່ຽວ ຮຽງສະຫລັບ,ຮູບຂອບຂະໜານ ຍາວປະມານ 7-12 ຊມ, ກວ້າງປະມານ 4-6 ຊມ, ຫຼັງໃບກ້ຽງ, ທ້ອງໃບມີຂົນ, ກ້ານໃບຍາວປະມານ 3-4 ຊມ. ຫູໃບລົ່ນໄວ້, ໃບອ່ອນສີແດງ. ຊໍ່ດອກ ອອກຢູ່ປາຍຍອດ ແລະ ງ່າມໃບ ເປັນຊໍ່ແຕກຂະແໜງ, ດອກສີເຫຼືອງ ແລະ ມີກິ່ນຫອມ, ອອກດອກຫຼັງການປົ່ງໃບໃໝ່ ຫຼື ພ້ອມໆກັບການປົ່ງໃບອ່ອນ, ອອກດອກລະຫວ່າງເດືອນ 2-3. ໝາກມີປີກ 5 ອັນ ແລະ ເສັ້ນ 2 ອັນສອງອັນເສັ້ນນີ້ມີຄວາມຍາວບໍ່ເທົ່າກັນ, ປີກອ່ອນສີເຫຼືອງອ່ອນ, ປີກແກ່ສີນໍ້າຕານແດງເປັນໝາກລະຫວ່າງເດືອນ 4-5.

ບັນຍາຍການນຳໃຊ້

ພື້ນບ້ານຂອງລາວມັກນໍ້າເອົາຂີ້ຊີມາຢາຄຸທີ່ສານດ້ວຍໄມ້ປ່ອງ, ຢາປ່ອມຕັກນໍ້າສ້າງ ແລະ ຢາເຮືອ, ໃນທາງອຸດສະຫະກຳ ໄດ້ນຳໃຊ້ຂີ້ຊີເຂົ້າໃນອຸດສະຫະກຳນໍ້າມັນທາໄມ້ເພື່ອປ້ອງກັນແມງໄມ້, ໃນອຸດສະຫະກຳເຄືອບເງົາ ແລະ ຢາເຮືອ. ນອກຈາກນັ້ນ ເນື້ອໄມ້ຈິກເປັນເນື້ອໄມ້ທີ່ແຂງ, ເບົາ ແລະ ທົນທານຕໍ່ແມງໄມ້ ດັ່ງນັ້ນຈື່ງເປັນໄມ້ທີ່ເໝາະສົມຕໍ່ການປຸກສ້າງເຮືອນພັກທີ່ຢູ່ອາໄສ ຫຼື ເປັນໄມ້ຮອງລາງລົດໄຟ. ເປືອກຕົ້ນໃຊ້ເປັນຢາສະມານແຜ ຫ້າມເລືອດ, ຮັກສາແຜເລື້ອລັງ (ເອົາເນື້ອໄມ້ ຫຼື ເປືອກໄມ້ມາຝົນກັບນໍ້າປູກໃສແລ້ວໃຊ້ສຳລີຈຸ່ມທາບໍລິເວນແຜ) 

ການປະກອບສ່ວນ