ກົກກ້າງປາ / Pancoli

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Phyllanthus reticulatus Poir. / Phyllanthaceae
ຊື່ພ້ອງ
Anisonema dubium Blume
Anisonema intermedium Decne.
Anisonema jamaicense (Griseb.) Griseb.
Anisonema multiflorum (Baill.) Wight
Anisonema puberulum Baill.
Anisonema reticulatum (Poir.) A.Juss.
Anisonema wrightianum Baill.
Anisonema zollingeri Miq.
Cicca decandra Blanco
Diasperus multiflorus (Baill.) Kuntze
Kirganelia dubia (Blume) Baill.
Kirganelia intermedia (Decne.) Baill.
ຊື່ອື່ນ
ລາວ: ກົກ້າງປາ
ບັນຍາຍລັກສະນະພືດສາດ

ຕົ້ນກ້າງປາ ເປັນຕົ້ນໄມ້ນ້ອຍ ສູງ 35 ແມັດ ມີຫງ່າແຂງ ແລະ ການແຕກຫງ່າຄ້າຍຄືກ້າງປາ ເກີດຕາມແຄມຫ້ວຍ ສະນັ້ນເພິ່ນຈຶ່ງຮ້ອງວ່າກົກກ້າງປາ, ມີໝາກນ້ອຍມົນ ສີຂຽວ ເວລາສຸກສີຂາວ ອອກຫຼາຍຕາມຫງ່າສະນັ້ນໃນລະດູການອອກໝາກ ເວລາເບິ່ງຕົ້ນກ້າງປາຈະງາມມີສີຂຽວຂອງໃບສະຫຼັບກັບສີຂາວຂອງໝາກ, ຕົ້ນກ້າງປາມັກເກີດຕາມດິນຊຸ່ມແຄມທົ່ງນາ ແລະ ແຄມນໍ້າ. ຕົ້ນກ້າງປາເປັນພືດເປັນຢາ ທີ່ສາມາດໃຊ້ໄດ້ໝົດທຸກພາກສ່ວນເຊັ່ນ: ຮາກ, ລຳ ແລະ ໃບ. ສວນໝາກ ແມ່ນປະຊາຊົນ ຫຼື ເດັກນ້ອຍທີ່ຢູ່ຊົນນະບົດເວລາຢ່າງໄປໄຮ່ໄປນາເກັບກິນຫລິ້ນ ຈະມີລົດຫວານຈືດ.

ບັນຍາຍການນຳໃຊ້

ການໃຊ້ເປັນຢາ ຂອງປະຊາຊົນ ຫຼື ໝໍຢາ ແມ່ນ ເອົາໝົດ ຕົ້ນມາຕົ້ມ ນ້ຳ ອາບ ແລະ ແຊ່ໃຊ້ປົ່ວ ໄຂ້ອອກໝາກສູກ, ໝາກໄສ. ນອກຈາກນັ້ນຮາກກົກກ້າງປາຍັງເປັນຢາເຢັນລົດໄຂ້ຮ້ອນ ໂດຍນຳເອົາຮາກກ້າງປາພໍປະມານ ລ້າງນ້ຳສະອາດ ທຸບໃຫ້ແຕກນຳໄປຕົ້ມນ້ຳດື່ມ ຫຼື ອາດຈະແຊ່ດື່ມ ກໍ່ໄດ້.

ການປະກອບສ່ວນ