ຫຍ້າກົ້ນຂີ້ທັ່ງ / Sweet Broomweed
APA 6th ed. ຫຍ້າກົ້ນຂີ້ທັ່ງ / Sweet Broomweed. (2022, August 1). Retrieved from https://www.phakhaolao.la/kb/0000360
MLA 8th ed. ຫຍ້າກົ້ນຂີ້ທັ່ງ / Sweet Broomweed. Pha Khao Lao, 1 August 2022, https://www.phakhaolao.la/kb/0000360.
Chicago 17th ed. Pha Khao Lao. 2022. "ຫຍ້າກົ້ນຂີ້ທັ່ງ / Sweet Broomweed." Published August 1, 2022. https://www.phakhaolao.la/kb/0000360.
Capraria dulcis (L.) Kuntze
Capraria dulcis var. albiflora Kuntze
Capraria dulcis var. coerulea Kuntze
ໄທ: ກຣົດນ້ຳ, ຕົ້ນໄມ້ລັດ
ຈີນ: ປີງຖາງເສົ່າ, ເຢ່ການສ່ານ, ແຢ່ການສ່ານ, ເອີ່ຍກຳເຊົ່າ.
ຕົ້ນແຜ່ນດິນເຢັນຈັດເປັນພັນໄມ້ລົ້ມລຸກ ອາຍຸ 2 ປີ ລຳຕົ້ນຕັ້ງຊື່ມີຄວາມສູງໄດ້ປະມານ 30–80 ຊັງຕີແມັດ. ເປັນຟຸ່ມແຕກກີ່ງແຜ່ສາຂາຫຼາຍ, ລຳຕົ້ນມີລັກສະນະເປັນຫຼ໋ຽມບໍ່ມີຂົນ. ກີ່ງນ້ອຍຮຽວ, ຂະຫຍາຍພັນດ້ວຍວິທີກ້າເມັດ. ໃບ: ເປັນໃບດ່ຽວອອກເປັນວົງຮອບຂໍ້, ຂໍ້ລະ 3–4 ໃບ. ແຜ່ນໃບມີຂະໜາດນ້ອຍເປັນສີຂຽວລັກສະນະຂອງໃບເປັນຮູບຮຽວ, ຮູບໃບຫອກແກມຮູບໄຂ່ແກມຮູບສີ່ຫຼ່ຽມ, ປາຍໃບແຫຼມ. ສ່ວນຂອບໃບເປັນຢັກເປັນແຂ້ວເລື່ອຍ, ໃບມີຂະໜາດປະມານ 2–15 ມີນລີແມັດ ແລະ ຍາວປະມານ 5–35 ມີນລີແມັດ, ພື້ນໃບມີຕ່ອມ, ກ້ານໃບສັ້ນຫຼາຍ ຫຼື ແທບຈະບໍ່ມີ. ດອກ: ມີຂະໜາດນ້ອຍສີຂາວຢູ່ງ່າມໃບ, ກາບດອກ ແລະ ກີບດອກມີວົງ 4 ກີບ ໂຄນກີບດອກເຊື່ອມຕິດກັນປາຍແຍກອອກເປັນ 2 ປາກ, ກີບດອກເປັນສີຂາວ ສ່ວນກີບລ້ຽງດອກເປັນສີຂຽວ. ດອກມີເກສອນເພດຜູ້ 4 ອັນ ແລະ ເກສອນເພດແມ່ 1 ອັນ. ດອກມີຂະໜາດເສັ້ນຜ່າສູນກາງປະມານ 4–5 ມີນລີແມັດ, ຍາວປະມານ 2 ມີນລີແມັດ ໃນຕົ້ນໜື່ງຈະມີດອກຫຼາຍ. ໝາກ: ແມ່ນປະເພດໝາກແຫ້ງລັກສະນະເປັນຮູບກົມ, ມີຂະໜາດນ້ອຍປະມານ 2–3 ມີນລີແມັດ, ເວລາແກ່ຈະມີສີນ້ຳຕານ, ທາງໃນບັນຈຸແກ່ນຫຼາຍ.
ໝົດຕົ້ນມີຣົດຊຸ່ມຫວານ ຂົມເລັກນ້ອຍ ບໍ່ມີພິດ ເປັນຢາເຢັນ ອອກລິດຕໍ່ຕັບ, ກະເພາະ ແລະ ລຳໄສ້ໃຫຍ່ ມີສັບພະຄຸນເປັນຢາແກ້ຮ້ອນໃນ, ແກ້ພິດໄຂ້, ແກ້ໄອຮ້ອນ, ໄອຫວັດ, ແກ້ເດັກນ້ອຍເປັນອີສຸກອີໄສ ແລະ ຊ່ວຍຂັບຂີ້ກະເທີ່. ຫາກເດັກນ້ອຍເປັນໄຂ້ໃຊ້ລຳຕົ້ນສົດປະມານ 15 ກຼາມນຳມາຕົ້ມໃສ່ນ້ຳ ແລະ ນ້ຳຕານພໍໃຫ້ມີຣົດຊາດແລ້ວຕອງເອົາແຕ່ນ້ຳກິນ. ຕົ້ນ ແລະ ໃບເປັນຢາແກ້ໂຣກເບົາຫວານໂດຍໃຊ້ລຳຕົ້ນ ແລະ ໃບສົດ 1 ກຳມື ນຳມາຕົ້ມກັບນ້ຳ 3 ຈອກ ຂ້ຽວດົນ 30 ນາທີ ໃຊ້ແບ່ງນຳມາດື່ມກ່ອນອາຫານເຊົ້າ ແລະ ແລງ. ໃບສົດນຳມາຕຳຄັ້ນເອົານ້ຳທາ ຫຼື ໃຊ້ໂພະບໍລິເວນບາດແຜເປັນຢາຮັກສາແຜສົດ, ແຜລອກ ແລະ ຊ່ວຍຫ້າມເລືອດ, ຮາກໃຊ້ຕົ້ມກັບນ້ຳດື່ມເປັນຢາແກ້ເຈັບຄໍ, ສຽງແຫບ ຫຼື ຈະໃຊ້ຕົ້ນສົດປະມານ 120 ກຼາມນຳມາຕຳໃຫ້ລະອຽດແລ້ວຄັ້ນເອົາແຕ່ນ້ຳມາປະສົມກັບນ້ຳເຜີ້ງໃຊ້ຮັບປະທານເປັນຢາແກ້ເຈັບຄໍໄດ້.