ຕົ້ນໝາກນ້ຳ / Bottle Gourd
APA 6th ed. ຕົ້ນໝາກນ້ຳ / Bottle Gourd. (2019, April 3). Retrieved from https://www.phakhaolao.la/kb/0000357
MLA 8th ed. ຕົ້ນໝາກນ້ຳ / Bottle Gourd. Pha Khao Lao, 3 April 2019, https://www.phakhaolao.la/kb/0000357.
Chicago 17th ed. Pha Khao Lao. 2019. "ຕົ້ນໝາກນ້ຳ / Bottle Gourd." Published April 3, 2019. https://www.phakhaolao.la/kb/0000357.
Lagenaria siceraria var. hispida (Thunb.) H.Hara
Lagenaria siceraria var. laevisperma Millán
Lagenaria siceraria var. microcarpa (Naudin) H. Hara
Lagenaria siceraria var. siceraria
Lagenaria leucantha Rusby
Lagenaria vulgaris Ser
ໄທ: ນ້ຳເຕົ້າ, ມະນ້ຳເຕົ້າ
ອິນເດຍ: Dudhi Lauki
ເປັນເຄືອໄມ້ລົ້ມລຸກອາຍຸປີດຽວ, ເລືອຕາມພື້ນດິນ ຫຼື ເກາະພັນກັບຕົ້ນໄມ້ອຶ່ນ. ໃບ: ເປັນໃບດ່ຽວອອກຮຽງສະຫຼັບກັນ ລັກສະນະຂອງໃບເປັນຮູບຫ້າຫຼ່ຽມ, ຂອບໃບຢັກວ້ຳເປັນແສກ 5–7 ແສກ, ໂຄນໃບວ້ຳເຂົ້າເຖີງເສັ້ນກາງໃບ, ເສັ້ນເບື້ອງລຸ່ມໂນນ, ໃບມີຂົນຕະຫຼອດທັງໃບ ແລະ ກ້ານໃບ, ກ້ານໃບຍາວປະມານ 5–30 ຊັງຕີແມັດ, ມີຕ່ອມທຽມ 2 ຕ່ອມ ຊື່ງຢູ່ຊື່ຮອຍຕໍ່ລະຫວ່າງກ້ານໃບກັບແຜ່ນໃບ. ດອກເປັນດອກດຽວຕາມຊອກໃບ, ດອກເພດຜູ້ ແລະ ດອກເພດແມ່ຈະຢູ່ໃນຕົ້ນດຽວກັນ. ກີບດອກເປັນສີຂາວໂດຍດອກເພດຜູ້ກ້ານດອກຈະຍາວປະມານ 5–25 ຊັງຕີແມັດ, ມີກີບຮອງດອກເຊື່ອມຕິດກັນ, ປາຍແຍກເປັນແສກແຫຼມ 5 ແສກ, ຍາວປະມານ 1–1.5 ຊັງຕີແມັດ. ໝາກມີຮູບຮ່າງລັກສະນະທີ່ແຕກຕ່າງກັນໄປຕາມສາຍພັນເຊັ່ນ, ໝາກກົມ, ກົມຫົວຈຸກ, ເປັນຮູບກະບອກ ຫຼື ຮູບຂວດແກ້ວ ມີຄວາມຍາວຕັ້ງແຕ່ 10–100 ຊັງຕີແມັດ.
ໃນປະເທດອິນເດຍຈະໃຊ້ໝາກນ້ຳໃນການປະກອບອາຫານໃຫ້ກັບຜູ້ປ່ວຍເພື່ອຄວບຄຸມພະຍາດເບົາຫວານ ແລະ ຜູ້ທີ່ເປັນຄວາມດັນໂລຫິດ, ຊ່ວຍຂັບປັດສະວະ, ຂັບໜີ່ວໃນກະເພາະປັດສະວະ, ຮັກສາທໍ່ປັດວະວະອັກເສບ, ຊ່ວຍຫຼຸດການອັກເສບຂອງທາງເດີນປັດສະວະ ແລະ ອາການປັດສະວະຍາກ, ໝາກນ້ຳຍັງສາມາດຮັກສາລູກອັນທະບວມໂດຍການນຳໝາກມາຕົ້ມຮັບປະທານ. ເມັດມີຣົດເຢັນຊ່ວຍແກ້ອາການບວມນ້ຳ ຫຼື ໃຊ້ຮາກນຳມາຕົ້ມກັບນ້ຳໃຊ້ກິນເປັນຢາແກ້ອາການບວມນ້ຳຕາມຮ່າງກາຍກໍ່ໄດ້ເຊັ່ນກັນ. ໃບສົດນຳມາປະສົມກັບເຫຼົ້າຂາວຄັ້ນເອົາແຕ່ນ້ຳ ຫຼື ໃຊ້ໃບສົດປະສົມກັບຂີ້ງົວແຫ້ງ ຫຼື ຂີ້ງົວສົດໃຫ້ເຂົ້າກັນຈົນໄດ້ທີ່ແລ້ວປະສົມເຫຼົ້າຂາວ 40 ດີກີ (ການປະສົມຂີ້ງົວໃນຂີ້ງົວມີແອມໂມເນຍເຮັດໃຫ້ເຢັນ ແລະ ຖອນພິດອັກເສບໄດ້ດີກວ່າຢາໂຕອື່ນ). ໃຊ້ເປັນຢາທາຖອນພິດຮ້ອນ, ດັບພິດ ແກ້ອາການຟົກຊ້ຳບວມ, ແກ້ພະຍາດຜີວໜັງ, ຜຶ່ນຄັນ ຮັກສາອາການໂພງຕາມຜີວໜັງຕາມໂຕໄດ້.