ຫວາຍສະນອຍ / Beat Up Photos
APA 6th ed. ຫວາຍສະນອຍ / Beat Up Photos. (2019, April 3). Retrieved from https://www.phakhaolao.la/kb/0000355
MLA 8th ed. ຫວາຍສະນອຍ / Beat Up Photos. Pha Khao Lao, 3 April 2019, https://www.phakhaolao.la/kb/0000355.
Chicago 17th ed. Pha Khao Lao. 2019. "ຫວາຍສະນອຍ / Beat Up Photos." Published April 3, 2019. https://www.phakhaolao.la/kb/0000355.
Pothos scandens var. cognatus (Schott) Engl.
Pothos scandens var. helferianus Engl.
Pothos scandens var. hookeri (Schott) Engl.
Pothos scandens var. javanicus de Vriese
Pothos scandens var. sumatranus de Vriese
Pothos scandens var. zeylanicus de Vriese
Pothos scandens var. zollingerianus (Schott) Engl.
ໄທ: ກໍກິນບອຍເຫຼັກ, ກໍກິນບອຍນ້ອຍ, ຕະກັບ, ຫວາຍໂຊຕອຍ, ຫວາຍຕາມອຍ, ຊະເຂັບ, ໂຄ ຂິວ.
ວຽດນາມ: ເຣ ແລວ.
ມຽນມາ (ແຄວ້ນຊານ): ຫວາຍໃໝ.
ຈີນ: ຕັງ ລັງ ດາຍ ດາ
ຫວາຍສະນອຍ ເປັນພືດຈຳພວກເຄືອປີນດ້ວຍຮາກ, ມີຄວາມຍາວເຖີງ 6 ແມັດ ແລະ ຖ້າມີການທຳລາຍແພຈຸລັງສ່ວນໃດນຶ່ງ ມັນຈະຢຸດເຕີບໂຕທາງຍາວ ແຕ່ຕຸ່ມຂ້າງຈະປົ່ງ ແລະ ເຕີບໂຕແທນ. ລຳຕົ້ນຊຶ່ງອາດໃຫຍ່ເຖິງ 10 ມມ ທາງໜ້າຕັດນັ້ນ ເປັນ 4 ຫຼ່ຽມ, ມີສີຂຽວ ແຕ່ຈະກາຍເປັນສີນໍ້າຕານໝົ່ນເມື່ອແກ່ຂຶ້ນ ແລະ ເກືອບເປັນສີດຳ ເວລາມັນຕາຍ. ໃບມີເນື້ອຫຼາຍ, ສີຂຽວເຫຼື້ອມ,ຂະໜາດ 2-10 x 3-14 ຊມ, ເປັນຮູບໄຂ່, ກ້ານມີປີກ ບິດເປັນກຽວ ແລະ ຈະກາຍເປັນສີຂຽວເສົ້າເມື່ອມັນແຫ້ງ. ຫວາຍສະນອຍ ມີດອກ 1-2 ດອກ, ຂະໜາດເສັ້ນຜ່າກາງ 1-2 ມມ, ມີສີຂຽວເຫຼືອງ ຫາ ສີຂາວໂໝກ. ໝາກມີຂະໜາດ 1.8 x 1-1.4 ຊມ, ສີຂຽວ ຫາ ສີແດງສົດ.
ໝົດທຸກພາກສ່ວນຂອງຫວາຍສະນອຍ ໃຊ້ເປັນຢາແກ້ເຈັບທ້ອງ. ຢູ່ປະເທດໄທ ເຂົາເຈົ້າເອົາໝາກ ແລະ ໃບ ນຳມາຍ່ອງ ປິດບາດແຜເພື່ອຕຸດເລືອດ ແລະ ປັ່ນ, ດື່ມເພື່ອປົວບ້າໝູ ຫຼື ຝີໜອງ. ຢູ່ໃນຢູນນານ ປະເທດຈີນ ເພິ່ນນຳໃຊ້ພືດຊະນິດນີ້ມາເຮັດເປັນຢາ ປົວບາດແຜ ແລະ ພະຍາດປວດຂໍ້. ຢູ່ປະເທດວຽດນາມ ເຂົາເຈົ້ານຳໃຊ້ລຳຕົ້ນ ແລະ ໃບ ເປັນຢາປົວກະດູກແຕກຫັກ, ຟົກຊໍ້າດຳຂຽວ ແລະ ອາການໄຂ່ບວມ. ລຳຂອງມັນ ໃຊ້ສຳລັບມັດ ແລະ ສານກະຕ່າ.