ຕົ້ນໝາກຕາກົບ / Calabura

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Muntingia calabura L. / Muntingiaceae
ຊື່ພ້ອງ
Muntingia calabura var. trinitensis Griseb.
ຊື່ອື່ນ
ລາວ: ຕົ້ນໝາກຕາກົບ.
ໄທ: ຕົ້ນໝາກຕະຂົບ, ຄຣົບຝຣັ່ງ ( ສຸຣາດທານີ ), ໝາກຕະໂກ່ເສະ ( ກະຫຼ່ຽງແດງ ), ຕາກົບ ( ມົ້ງ ).
ບັນຍາຍລັກສະນະພືດສາດ

ຕົ້ນໝາກຕາກົບຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍມີຄວາມສູງປະມານ 5–7 ແມັດ ແລະ ອາດສູງໄດ້ເຖີງ 10 ແມັດ. ແຕກກີ່ງກ້ານແຜ່ຂະໜານກັບພື້ນດິນ, ເປືອກລຳຕົ້ນລຽບເປັນສີເທົາ. ກີ່ງອ່ອນມີຂົນນຸ່ມຂື້ນປົກຄຸມ. ໃບ: ເປັນໃບດ່ຽວອອກລຽງສະຫຼັບລັກສະນະຂອງໃບເປັນຮູບໃບເປັນຮູບໄຂ່ແກມຂອບຂະໜານ, ປາຍໃບຮຽວແຫຼມ, ໂຄນໃບມົນ ຫຼື ຂ້າງໜື່ງມົນສ່ວນອີກຂ້າງໜື່ງແຫຼມສ່ວນຂອບໃບເປັນຢັກແບບແຂ້ວເລື່ອຍນ້ອຍໆ, ໃບມິຂະໜາດກວ້າງປະມານ 1.5–3.5 ຊັງຕີແມັດ ແລະ ຍາວປະມານ 4.5–9 ຊັງຕີແມັດ. ຫຼັງໃບດ້ານເທີງເປັນສີຂຽວ, ສ່ວນພື້ນໃບດ້ານລຸ່ມເປັນສີນວນ. ຫຼັງໃບ ແລະ ພື້ນໃບມີຂົນນຸ່ມຈັບເບິ່ງຈະຮູ້ສຶກໜຽວມືເລັກນ້ອຍ, ເສັ້ນຂະແໜງໃບມີ 3–5 ເສັ້ນ. ກ້ານໃບຍາວປະມານ 0.2–0.6 ຊັງຕີແມັດ ແລະ ມີຂົນ. ດອກ: ອອກເປັນດອກດ່ຽວ ຫຼື ດອກຄູ່ໂດຍຈະອອກບໍລິເວນເໜືອຊອກໃບ. ດອກເປັນສີຂາວເມື່ອບານຂະມີຂະໜາດເສັ້ນຜ່າສູນກາງປະມານ 2 ຊັງຕີແມັດ. ກີບດອກເປັນສີຂາວມີ 5 ກີບກີບ, ລັກສະນະຂອງກີບດອກເປັນຮູບໄຂ່ປ້ອມໆ, ປາຍກີບມົນມີຂະໜາດກວ້າງປະມານ 9 ມີນລີແມັດ ແລະ ຍາວປະມານ 11 ມີນລີແມັດ. ສ່ວນກາບດອກມີ 5 ກີບບໍ່ຕິດກັນ ເປັນສີຂາວລັກສະນະເປັນຮູບຫອກ, ປາຍກີບແຫຼມເປັນຫາງຍາວ, ໂຄນກີບຕັດກີບດ້ານນອກມີຂົນຂື້ນປົກຄຸມສ່ວນດ້ານໃນກ້ຽງ, ກີບລ້ຽງມີຂະໜາດກວ້າງປະມານ 3 ມີນລີແມັດ ແລະ ຍາວປະມານ 10–12 ມີນລີແມັດ. ດອກມີເກສອນເພດຜູ້ຈຳນວນຫຼາຍ ກ້ານເກສອນຍາວປະມານ 5–6.5 ມີນລີແມັດ, ກ້ຽງ ສ່ວນກ້ານເກສອນເພດແມ່ສັ້ນ ພາຍໃນມີ 5–6 ຊ່ອງ, ແຕ່ລະຊ່ອງຈະມີໄຂ່ອ່ອນຈຳນວນຫຼາຍ, ກ້ານດອກຍາວປະມານ 1.5–1.6 ຊັງຕີແມັດ ແລະ ມີຂົນ. ໝາກ: ເປັນໝາກສົດລັກສະນະຂອງເປັນຮູບມົນກົມ ມີຂະໜາດເສັ້ນຜ່າສູນກາງປະມານ 0.75–1.5 ຊັງຕີແມັດ. ເປືອກໝາກບາງ, ໝາກອ່ອນເປັນສີຂຽວ. ເມື່ອສຸກແລ້ວຈະປ່ຽນເປັນສີແດງ, ມີຣົດຫວານ ພາຍໃນມີເມັດຂະໜາດນ້ອຍຈຳນວນຫຼາຍ.

ບັນຍາຍການນຳໃຊ້

ຕົ້ນໃຊ້ຕົ້ມກັບນ້ຳກິນເປັນຢາລະບາຍເນື່ອງຈາກມີສານ mucilage ຫຼາຍ ຫຼື ຈະໃຊ້ເປືອກຕົ້ນສົດ ຫຼື ແຫ້ງປະມານ 1 ຝາມື ນຳມາສັບເປັນປ່ຽງຕົ້ມກັບນ້ຳ 1 ລິດ ໃຫ້ຟົດ ປະມານ 15 ນາທີ. ແລ້ວຕອງເອົາແຕ່ນ້ຳດື່ມເປັນຢາລະບາຍກໍ່ໄດ້. ໃຊ້ເປັນຢາແກ້ຫວັດ, ແກ້ໄຂ້ ດ້ວຍການນຳເອົາດອກແຫ້ງປະມານ 3–5 ກຼາມ ນຳມາຊົງເປັນນ້ຳຊາດື່ມ, ໝາກສົດມີຣົດຫວານເຢັນຫອມມີສັບພະຄຸນເປັນຢາບຳລຸງກຳລັງເຮັດໃຫ້ຫົວໃຈສົດຊື່ນ.

ການປະກອບສ່ວນ