ເຄືອສະຄ່ານ / Pepper wood
APA 6th ed. ເຄືອສະຄ່ານ / Pepper wood. (2019, August 23). Retrieved from https://www.phakhaolao.la/kb/0000348
MLA 8th ed. ເຄືອສະຄ່ານ / Pepper wood. Pha Khao Lao, 23 August 2019, https://www.phakhaolao.la/kb/0000348.
Chicago 17th ed. Pha Khao Lao. 2019. "ເຄືອສະຄ່ານ / Pepper wood." Published August 23, 2019. https://www.phakhaolao.la/kb/0000348.
ໄທ: ຕາຄ່ານເລັກ, ທ່າຄ່ານຢວກ
ອັງກິດ: Currant pepper, Chili wood
ສະຄ່ານ ເປັນເຄືອທີ່ແຂງ ມັກເກີດເກາະຕົ້ນໄມ້ອື່ນ, ເຕີບໂຕເຖິງຄວາມຍາວ 4 ມ ແລະ ຂະໜາດໜ້າຕ້າງ ປະມານ 4-5 ຊມ. ເຄືອສະຄ່ານເປັນຮ່ອງ, ມີຂໍ້ທີ່ມີໂຜ້ງອາກາດ ແລະ ມີເປືອກສີເທົາອ່ອນ ຫາ ນໍ້າຕານແກ່ເມື່ອມັນແຫ້ງ. ໃບມີຂະໜາດ 20-30 x 4-12.5 ຊມ, ຮູບຮ່າງຍາວ ຫາ ສ້ວຍຮູບໄຂ່ ແລະ ມີຖານໃບເປັນຮູບຫົວໃຈ. ຊໍ່ດອກບໍ່ມີກ້ານຂວັ້ນ ແລະ ກ້ານພົ້ວບໍ່ມີງ່າ, ມີຄວາມຍາວ ປະມານ 4-7 ຊມ, ດອກມີສີຂາວ ແລະ ມີກິ່ນຫອມ. ໝາກສະຄ່ານເປັນໝາກແບຣີ (berry) ມີຂວັ້ນໝາກຍາວ, ຮູບຮ່າງມົນ, ມີຂະໜາດເສັ້ນຜ່າກາງ ປະມານ 5-7 ມມ, ສີເຫຼືອງຈືດເວລາຍັງອ່ອນ ແຕ່ເມື່ອສຸກແລ້ວເປັນສີແດງ. ທຸກພາກສ່ວນຂອງສະຄ່ານຈະມີລົດເຜັດທັງໝົດ.
ເຄືອສະຄ່ານເປັນເນື້ອໄມ້ທີ່ມີກິ່ນຫອມມີລົດເຜັດອ່ອນໆ ຊຶ່ງເພີ່ນມັກໃຊ້ເຂົ້າເປັນເຄື່ອງປຸງແຕ່ງອາຫານ ຂອງຊາວຫຼວງພະບາງໂດຍສະເພາະ ຊຶ່ງຝານ ຫຼື ຜ່າເປັນປ່ຽງນ້ອຍໆແລ້ວໃສ່ແກງ ເຊັ່ນ: ແກງຜັກ, ເອາະຫຼາມ ເເລະ ອື່ນໆ ເຮັດໃຫ້ອາຫານມີລົດເຜັດ ແລະ ເພີ້ມລົດ ແລະ ກິ່ນຫອມ.