ເຄືອໝາກແຕກ / Climbing Bittersweet
APA 6th ed. ເຄືອໝາກແຕກ / Climbing Bittersweet. (2019, April 3). Retrieved from https://www.phakhaolao.la/kb/0000347
MLA 8th ed. ເຄືອໝາກແຕກ / Climbing Bittersweet. Pha Khao Lao, 3 April 2019, https://www.phakhaolao.la/kb/0000347.
Chicago 17th ed. Pha Khao Lao. 2019. "ເຄືອໝາກແຕກ / Climbing Bittersweet." Published April 3, 2019. https://www.phakhaolao.la/kb/0000347.
Celastrus paniculatus subsp. multiflorus (Roxb.) D.Hou
Celastrus paniculatus subsp. serratus (Blanco) D.Hou
ໄທ: ໝາກແຕກ, ມະແຕກ, ກຣະທຸ່ງລາຍ, ກຣະທົງລາຍ, ເຄືອໝາກແຕກ, ໂຈເຕ.
ຫວຽດນາມ: ດາຍຊາງມໍ.
ອັງກິດ: staff tree, climbing bittersweet.
ເຄືອໝາກແຕກ ເປັນເຄືອເຂົາປະເພດຫຼົ່ນໃບ, ບໍ່ມີນໍ້າ, ມີຄວາມຍາວແຕ່ 3-10 ມ ແລະ ມີຂະໜາດໜ້າຕ້າງ ປະມານ 10 ຊມ. ເປືອກເປັນສີນໍ້າຕານອ່ອນ, ຊາ, ມີຮອຍແຕກ ແລະ ເປັນກາບນ້ອຍໆຫຼວມໆຫຼົ່ນອອກງ່າຍ. ໃບມີຂະໜາດ 6.3 x 10 ຊມ, ຂອບໃບເປັນວັກບໍ່ສະໜໍ່າສະເໝີ. ດອກມີຄວາມຍາວ 3.8 ມມ, ສີຂຽວ ແລະ ເກີດເປັນຈຸ້ມ ຢູ່ໃນຊໍ່ດອກທີ່ຢ່ອນລົງຊຶ່ງມີຄວາມຍາວ ປະມານ 20 ຊມ. ໝາກເປັນແຄັບຊູນ 3 ເຟື້ອງ ມີສີເຫຼືອງເຫຼື້ອມຂະໜາດໝ້າຕັດ 1-1.3 ຊມ ແຕ່ລະເຟື້ອງບັນຈຸແກ່ນແຕ 3-6 ແກ່ນ ທີ່ຫຸ້ມຫໍ່ດ້ວຍຊັ້ນຫຸ້ມແກ່ນ (aril) ສີໝາກກ້ຽງປົນແດງ.
ຍອດອ່ອນ ສາມາດນຳມາລວກ ຫຼື ຕົ້ມໃຫ້ຈືດແລ້ວກິນກັບແຈ່ວ. ການກິນໃບດິບຈະພາໃຫ້ເກີດອາການຄັນຄໍ ແຕ່ໃບໄດ້ຖືກໃຊ້ເປັນຢາບັນເທົາໄອເຊັ່ນກັນ. ແກ່ນ ແລະ ນໍ້າມັນ ມີການກ່າວກັນວ່າເປັນຢາບຳລຸງສະໝອງ ເຮັດໃຫ້ມີຄວາມສຽບແຫຼມ ແລະ ສະຫຼາດສະຫຼຽວ ນອກຈາກນັ້ນ ກໍ່ຍັງເປັນຢາປິ່ນປົວໂລກປະດົງຂໍ່ ແລະ ອຳມະພາດ ຂອງລະບົບປະສາດສ່ວນກາງ. ສຳລັບຮາກຢູ່ປະເທດໄທ ແມ່ນໃຊ້ໃນການຕ້ານພະຍາດມາລາເລຍ, ສ່ວນແກ່ນ ແລະ ໃບນັ້ນ ໃຊ້ເປັນຢາຕ້ານເຊື້ອ. ນໍ້າມັນໝາກແຕກ ໃຊ້ເປັນຢາຂັບໄລ່ຍຸງ ແລະ ກໍ່ອາດນຳໃຊ້ໃນການຜະລິດນໍ້າມັນດີເຊນຊີວະພາບໄດ້.